spot_img
Homeຂ່າວ​ໄອ​ທີສິດທິບັດໃໝ່ຂອງ Samsung Galaxy X ສາທິດໃຫ້ເຫັນສະມາດໂຟນທີ່ສາມາດພັບເກັບໄດ້

ສິດທິບັດໃໝ່ຂອງ Samsung Galaxy X ສາທິດໃຫ້ເຫັນສະມາດໂຟນທີ່ສາມາດພັບເກັບໄດ້

Published on

ເປັນເວລາດົນແລ້ວທີ່ເຮົາຮູ້ຂ່າວກ່ຽວກັບສະມາດໂຟນພັບໄດ້, ແຕ່ຂໍ້ມູນໃໝ່ໃນມື້ນີ້ສະແດງໃຫ້ເຫັນເຖິງສິດທິບັດໃໝ່ຈາກບໍລິສັດ Samsung ທີ່ໂຊຈຸດເດັ່ນໃຫ້ເຫັນໃນເລື່ອງຂອງການພັບເກັບສະມາດໂຟນໄດ້!!.

ອີງຕາມພາບເຣນເດີ້ທີ່ຫຼຸດອອກມານີ້ ເຮົາຈະເຫັນວ່າສະມາດໂຟນໜ່ວຍນັ້ນຈະມີບານພັບທີ່ທາງກາງຂອງເຄື່ອງ ແລະຖ້າສັງເກດດີໆລັກສະນະມັນຈະຄ້າຍໆກັບບານພັບຂອງ Microsoft Surface Book ເລີຍ. ຖ້າຫາກວ່າຂ່າວທີ່ຫຼຸດອອກມານີ້ແມ່ນເລື່ອງແທ້ໂທລະສັບດັ່ງກ່າວຈະມີອັດຕາການສະແດງຜົນທີ່ຫຼາຍກວ່າປົກກະຕິ 16:9.

ຢ່າງໃດກໍຕາມບໍລິສັດກໍຍັງລັງເລວ່າຈະເປີດໂຕສະມາດໂຟນຈໍພັບນີ້ຫຼືບໍ່ ເພາະບໍລິສັດຍັງບໍ່ທັນຮູ້ເຖິງຄວາມຕ້ອງການຂອງຕະຫຼາດ ລວມເຖິງບໍລິສັດຍັງຕ້ອງພົບກັບບັນຫາບາງຢ່າງເຊັ່ນ: ແກ້ວໜ້າຈໍແລະແບັດເຕີຣີເປັນຕົ້ນ. ສຳລັບການເປີດໂຕຄາດວ່າເຮົາອາດຈະເຫັນໄດ້ໄວທີ່ສຸດກໍຄົງຈະເປັນປີ 2017 ທີ່ຈະມາຮອດນີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...