spot_img
Homeຂ່າວພາຍ​ໃນກົດຫມາຍສື່ມວນຊົນ

ກົດຫມາຍສື່ມວນຊົນ

Published on

ກົດໝາຍສື່ມວນຊົນສະບັບປັບປຸງປີ 2016 ຫາກໍໄດ້ການຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ແບບຍັງສົດໆຮ້ອນໆ. ກົດໝາຍສະບັບນີ້ ນອກຈາກໄດ້ກຳນົດແຈ້ງຂຶ້ນຕື່ມໃນດ້ານພາລະບົດບາດ ກໍຄືນະໂຍບາຍຂອງລັດຕໍ່ວຽກງານສື່ມວນຊົນແລ້ວ, ອີກຈຸດໜຶ່ງທີ່ໜ້າສົນໃຈກໍແມ່ນຂໍ້ຫ້າມ ເຊິ່ງກຳນົດໄວ້ໃນພາກທີ V ມາດຕາ 66, 67 ແລະ 68 ເຫັນວ່າຮັດກຸມສົມຄວນເຊັ່ນ: ຫ້າມອົງການສື່ມວນຊົນມີພຶດຕິກຳຍຸຍົງສົ່ງເສີມການກະທຳທີ່ເປັນການສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ຫ້າມເປີດເຜີຍຄວາມລັບຂອງຊາດ, ຄວາມລັບທາງລັດຖະການ, ການຈັດຕັ້ງ ແລະ ບຸກຄົນ, ແບ່ງແຍກຄວາມສາມັກຄີ, ສ້າງຄວາມອາຄາດບາດໝາງລະຫວ່າງປະຊາຊົນບັນດາເຜົ່າ, ສາສະໜາ ແລະ ຄວາມສາມັກຄີລະຫວ່າງຊາດ, ຫ້າມສົ່ງເສີມການໃຊ້ຄວາມຮຸນແຮງ ແລະ ການໂຄສະນາຮັບໃຊ້ສົງຄາມຮຸກຮານທຸກປະເພດ, ຫ້າມອອກຂ່າວບິດເບືອນຄວາມຈິງ, ແຕະຕ້ອງເຖິງກຽດສັກສີຂອງການຈັດຕັ້ງ ແລະ ບຸກຄົນ, ຫ້າມໂຄສະນາຍຸຍົງສົ່ງເສີມການກໍ່ອາດຊະຍາກຳ ແລະ ອະບາຍຍະມຸກເຊັ່ນ: ການເສບສິ່ງເສບຕິດ, ການພະນັນ, ທຳສິ່ງລາມົກອານາຈານ, ແບບແຜນດຳລົງຊີວິດເປື່ອຍເຍື່ອຍຫລ້າຫລັງ, ຫ້າມໂຄສະນາເຜີຍແຜ່ສິ່ງມືນເມົາ, ການເຊື່ອຖືງົມງວາຍ, ການກະທຳທີ່ຂັດກັບຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ແລະ ສິ່ງຫຍໍ້ທໍ້ອື່ນໆ, ຫ້າມເຜີຍແຜ່ຂ່າວ, ບົດ ແລະ ລາຍການທີ່ມີຄຳສັ່ງຫ້າມ ຫລື ຖືກຢຶດໄວ້ແລ້ວ, ຜະລິດຕະພັນສື່ມວນຊົນທຸກປະເພດທີ່ຖືກອົງການຄຸ້ມຄອງສື່ມວນຊົນຢຶດແມ່ນຫ້າມເຜີຍແຜ່, ຫ້າມຂົ່ມຂູ່, ລ່ວງລະເມີດກຽດສັກສີຂອງບັນນາທິການ, ນັກຂ່າວ, ບຸກຄະລາກອນສື່ມວນຊົນ, ທຳລາຍອຸປະກອນສື່ມວນຊົນ ຫລື ຂັດຂວາງການປະຕິບັດວຽກງານວິຊາສະເພາະຂອງນັກຂ່າວຕາມກົດໝາຍ ແລະ ຫ້າມມີພຶດຕິກຳອື່ນໆທີ່ເປັນການລະເມີດລະບຽບກົດໝາຍ.

ສຳລັບບຸກຄະລາກອນສື່ມວນຊົນແມ່ນຫ້າມມີພຶດຕິກຳດັ່ງນີ້: ສວຍໃຊ້ຕຳແໜ່ງ, ໜ້າທີ່, ສິດອຳນາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ແລະ ຍາດພີ່ນ້ອງ, ປະຕິບັດສິດໜ້າທີ່ສື່ມວນຊົນເກີນຂອບເຂດຂອງຂໍ້ຕົກລົງ ຫລື ລະເມີດລະບຽບກົດໝາຍ ແລະ ລະບຽບການຂອງສື່ມວນຊົນ, ຫ້າມສ້າງຂໍ້ມູນຂ່າວສານທຸກປະເພດທີ່ຂັດກັບຈັນຍາບັນຂອງນັກຂ່າວລາວ, ຫ້າມໃຊ້ພາສາຊອດກະຈາ ແລະ ຄຳຫຍາບຄາຍ, ນຸ່ງຖື ແລະ ແຕ່ງກາຍສຸພາບໃນເວລາອອກອາກາດທາງໂທລະພາບ ແລະ ສຳລັບການຈັດຕັ້ງ ແລະ ບຸກຄົນອື່ນແມ່ນຫ້າມມີພຶດຕິກຳດັ່ງນີ້: ຂັດຂວາງການເຄື່ອນໄຫວຂອງນັກຂ່າວ ແລະ ແຊກແຊງເນື້ອໃນຂອງຂ່າວ, ບົດ ແລະ ລາຍການທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຂັດຂວາງການຜະລິດ ແລະ ການເຜີຍແຜ່ຜະລິດຕະພັນສື່ມວນຊົນທຸກປະເພດທີ່ຖືກຕ້ອງຕາມລະບຽບກົດໝາຍ, ຜະລິດ, ນຳເຂົ້າ ແລະ ເຜີຍແຜ່ຜະລິດຕະພັນສື່ມວນຊົນໂດຍບໍ່ໄດ້ຮັບອະນຸຍາດ, ໃຫ້ສິນບົນແກ່ນັກຂ່າວ ຫລື ອົງການສື່ມວນຊົນ ເພື່ອອອກຂ່າວ, ບົດຕາມໃຈຂອງຕົນ, ຫ້າມໃຊ້ຄວາມຮຸນແຮງ, ບັງຄັບ, ໃສ່ຮ້າຍປ້າຍສີ, ໝິ່ນປະໝາດ, ຮ້າຍດ່າ, ໃຊ້ຄວາມຫຍາບຊ້າ, ນາບຂູ່ ຫລື ທຳຮ້າຍບຸກຄະລາກອນສື່ມວນຊົນ, ຜູ້ໃຫ້ຂໍ້ມູນ ຫລື ບຸກຄົນທີ່ກ່ຽວຂ້ອງກັບການໃຫ້ຂ່າວ ແລະ ພຶດຕິກຳອື່ນໆທີ່ເປັນການລະເມີດລະບຽບກົດໝາຍ.

ຈາກສໍານັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...