spot_img
Homeນານາສາລະ3 ວິທີຫາປະສົບການໃນຕອນກຳລັງຮຽນ ເພື່ອຈົບອອກມາຈະໄດ້ຊອກວຽກເຮັດໄດ້ງ່າຍຂຶ້ນ

3 ວິທີຫາປະສົບການໃນຕອນກຳລັງຮຽນ ເພື່ອຈົບອອກມາຈະໄດ້ຊອກວຽກເຮັດໄດ້ງ່າຍຂຶ້ນ

Published on

ຮຽນຈົບໃໝ່ບໍ່ມີປະສົບການໄປສະໝັກວຽກບ່ອນໃດ ກໍ່ບໍ່ໄດ້! ນີ້ຄືສຽງຈົ່ມວ່າ ຂອງນັກສຶກສາຈົບໃໝ່ ຫຼາຍໆຄົນ ທີ່ຍັງເຫັນວ່າ ການທີ່ມີພຽງໃບປະກາດຈົບການສຶກສານັ້ນ ມັນຍັງບໍ່ທັນພຽງພໍ ທີ່ຜູ່ວ່າຈ້າງຈະຕັດສິນໃຈຮັບເຂົ້າເຮັດວຽກທັນທີ ເພາະສະນັ້ນ, ມັນຈິ່ງເປັນສິ່ງສຳຄັນທີ່ ນັກຮຽນ ນັກສຶກສາ ທີ່ກຳລັງຮຽນຢູ່ ແລະ ໃກ້ຈະຈົບການສຶກສາ ຄວນຈະມີການກະກຽມຕົນເອງແນວໃດ ເພື່ອທີ່ຈະສາມາດໃຫ້ມີວຽກເຮັດ ພາຍຫຼັງການຮຽນຈົບ.

ໃນຕໍລຳ ສາລະໜ້າຮູ້ ມື້ນີ້ຈະມານຳສະເໜີ ວິທີການຫາປະສົບການໃນຕອນກຳລັງຮຽນ ເພື່ອຈົບອອກມາຈະໄດ້ຊອກວຽກເຮັດໄດ້ງ່າຍຂຶ້ນ ມາຝາກກັນ ເຊິ່ງເປັນວິທີທີ່ບໍ່ຍາກຫຼາຍ ແຕ່ທ່ານຕ້ອງຕັດສິນໃຈທີ່ຈະເຮັດມັນເທົ່ານັ້ນເອງ ເອົາເປັນວ່າ ເຮົາມາເບິ່ງວິທີ່ຫາປະສົບການນຳກັນເລີຍ

1. ການຮຽນຮູ້ຈາກ ການສັງເກດ ແລະ ສອບຖາມ: ອັນນີ້ຈະເໝາະທີ່ສຸດ ກັບຜູ່ທີ່ຮຽນໝົດມື້ ແລະ ບໍ່ມີເວລາໄປຊອກວຽກ ເພື່ອເກັບກ່ຽວປະສົບການ,​ ແມ່ນໃຫ້ໃຊ້ວິທີການສັງເກດວ່າ ການເຮັດວຽກແຕ່ລະໜ້າວຽກ ຂອງໜ່ວຍງານ ໃດໜື່ງ ຫຼື ຕຳແໜ່ງໃດໜື່ງ ແມ່ນເຂົາເຮັດຫຍັງແດ່? ເລີ່ມຈາກການສັງເກດວ່າ ພະນັກງານແຕ່ງກາຍແບບໃດ, ມີທ່າທີກິລິຍາ ມາລະຍາດ ໃນການໂອ້ລົມ ແລະ ສົນທະນາແບບໃດ.

2. ຍາດເວລາ ເປັນອາສາສະໝັກເຮັດວຽກໃດໜຶ່ງຊ່ວຍສັງຄົມ: ມີຄຳເວົ້າທີ່ວ່າ ສິບຄຳເວົ້າ ບໍ່ເທົ່າເຫັນກັບຕາ, ແຕ່ມັນຍັງບໍ່ຄັກເທົ່າກັບ ໄດ້ລົງມືເຮັດຕົວຈິງດ້ວຍຕົນເອງ. ເພາະສະນັ້ນ, ການເກັບກ່ຽວປະສົບການທີ່ດີທີ່ສຸດ ຄືການໄດ້ລົງມືເຮັດ. ນັກຮຽນ-ນັກສຶກສາ ຕ້ອງຮູ້ຈັກການຈັດສັນເວລາ ໃຫ້ດີ ເພື່ອທີ່ຈະໄດ້ມີໂອກາດໄດ້ຮຽນຮູ້. ການອາສາເຮັດວຽກໃດໜຶ່ງ ເຖິງວ່າຊິໄດ້ຜົນຕອບແທນ ຫຼື ບໍ່, ກໍ່ຈົ່ງຫາໂອກາດໄດ້ເຮັດ. ຈະຂໍຍົກຕົວຢ່າງ ການທີ່ພວກເຮົາຍາດເວລາ ໄປເປັນອາສາສະໝັກ ຮ່ວມເຮັດກິດຈະກຳຕ່າງໆ ເຊັ່ນວ່າ ເປັນອາສາເລື່ອງສິ່ງແວດລ້ອມ ເພື່ອຈັດຕັ້ງການ ໃຫ້ຄວາມຮູ້ແກ່ປະຊາຊົນ ແລະ ອື່ນໆ. ແນ່ນອນ, ກ່ອນຈະເຮັດກິດຈະກຳໃດໜຶ່ງ ຕ້ອງໄດ້ມີການວາງແຜນກ່ອນ, ມີການແບ່ງໜ້າວຽກ, ມີການປຶກສາກັນວ່າ ກິດຈະກຳທີ່ຈະເຮັດນັ້ນ ມັນຈະເພື່ອຈຸດປະສົງອັນໃດ, ເຮັດຢູ່ໃສ, ແລະ ມີໃຜໄດ້ຮັບຜົນປະໂຫຍດ. ອັນນີ້, ຄືຂະບວນການ ທີ່ນັກຮຽນ-ນັກສຶກສາ ກຳລັງຮຽນຮູ້ ການເຮັດວຽກຕົວຈິງ ແບບອັດຕະໂນມັດ.

3. ກະກຽມທັກສະທີ່ຈຳເປັນຕໍ່ການເຮັດວຽກ: ນັກສຶກສາບາງຄົນ ຈົນຊິຈົບ ຊິຂຽນບົດ ແລ້ວ ຈັບຄອມພິວເຕີ ຍັງມືສັ່ນ, ຫຼື ບໍ່ຈັກຮອດ ຄີບອດຄອມພິວເຕີ. ອັນນີ້ ຖືວ່າເປັນຂໍ້ບົກພ່ອງຂອງຜູ່ກ່ຽວເອງ ຫາກວ່າ ຍັງບໍ່ໄດ້ເລີ່ມທີ່ຈະສະແຫວງຫາ ແລະ ຮຽນຮູ້ ບັນດາທັກສະທີ່ຈຳເປັນ ເຊັ່ນ: ທັກສະດ້ານການສື່ສານກັບຄົນອື່ນ, ທັກສະດ້ານຄອມພິວເຕີ, ທັກສະດ້ານພາສາ.

 

ຂໍ້ມູນຈາກ: http://www.sokviek.com/p/blog-page_69.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...