spot_img
Homeຂ່າວເຫດການຫຼາຍໂຄງການສ້າງທາງຖືກໂຈະ ລມຕ. ໂຍທາ ອອກຊີ້ແຈງ

ຫຼາຍໂຄງການສ້າງທາງຖືກໂຈະ ລມຕ. ໂຍທາ ອອກຊີ້ແຈງ

Published on

DSC_7555

 

ບັນຫາ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ຮ່ອມ​ຢູ່​ນະຄອນຫລວງ​ວຽງ​ຈັນ ທີ່​ມີ​ຄວາມ​ຄືບ​ໜ້າ​ມາ​ຫລາຍ​ສົມຄວນ​ໃນ​ໄລຍະ​ຕົ້ນ

ແລະ ໃນເວລາ​ຕໍ່​ມາ​ກໍ່​ໄດ້​ຖືກ​ໂຈະຄື​ກັບ​​ໂຄງການ​ກໍ່ສ້າງ​ເສັ້ນທາງ​ 3 ໂຄງການ​ຢູ່​ແຂວງ​ໄຊ​ຍະ​ບູລີ ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​

ມາ​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່ ແລະ ໄດ້​ຖືກ​ໂຈະ​ເຊັ່ນ​ດຽວ​ກັນ ອັນ​ໄດ້​ສ້າງ​ຄວາມ​ສົນ​ໃຈໃຫ້​ກັບ​ປະຊາຊົນ ໂດຍ​ສະມາຊິກສະ

ພາ​ແຫ່ງ​ຊາດ​ແຕ່ລະ​ເຂດ ​ໄດ້​ນຳ​ເອົາ​ຂໍ້​ຂ້ອງ​ໃຈ​ດັ່ງກ່າວ ​ສະ​ເໜີ​ຜ່ານ​ກອງ​ປະຊຸມ​ສະ​ໄໝ​ສາມັນສະພາ​ແຫ່ງ​ຊາດ​ເທື່ອ​ທີ

7 ແລະ ​ໃນ​ອາທິດ​ທີ່​ຜ່າ​ນມາ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​​ໂຍທາ​ທິການ ແລະ ຂົນ​ສົ່ງ ​ໄດ້​

ໃຫ້​ຄຳ​ຊີ້​ແຈງ​ເຖິງ​ສະພາບ​ຄວາມ​ເປັນ​ຈິງຂອງ​ການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ​ຢ່າງ​ກົງ​ໄປ​ກົງ​ມາ.

 

ຕໍ່​ບັນຫາການ​ກໍ່ສ້າງ​ເສັ້ນທາງ​ຮ່ອມ​ໂດຍການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ ຢູ່ນະຄອນຫລວງວຽງ​ຈັນ ທ່ານ​ລັດຖະມົນຕີ

​ມີ​ຄຳ​ເຫັນ​ວ່າ: ນະ​ໂຍບາຍ​ກໍ່ສ້າງ​ທາງ​ຮ່ອມທີ່​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ນີ້ ແມ່ນ​ເລີ່ມຈັດ​ຕັ້ງ​ປະຕິບັດ​ຢູ່​ນະຄອນຫລວງ​

ວຽງ​ຈັນ, ​ໂດຍ​ແມ່ນ​ໂຄງການ​ພັດທະນາ ​ແລະ ບໍລິການ​ຕາມ​ຕົວ​ເມືອງ​ວຽງ​ຈັນ (ອພບ) ໃນ​ປີ 2005-2009 ໂດ​ຍທຶນ​ກູ້

​ຢືມ​ຂອງ ADB. ການຈັດ​ຕັ້ງ​ປະຕິບັດ​​ໂຄງການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ເວລາ​ນັ້ນ​ແມ່ນ​ແບ່ງ​ເປັນ 3 ພູດ​ຄື: ປະຊາຊົນ

10%, ລັດຖະບານ 28% ​ແລະ ADB 62% ​ແລະ ​ໄດ້​ກຳນົດ​​ເຖິງວິທີ​ການຈັດ​ຕັ້ງ​ປະຕິບັດ​ ແມ່ນໄດ້​ມີ​ການ​ສຳ​ຫລວດ​ອອກ

​ແບບ ​ແລະ ປະ​ເມີນ​ມູນ​ຄ່າ​ການ​ກໍ່ສ້າງ, ​ກຳນົດ​ເອົາ​ແບບ ແລະ ມູນ​ຄ່າ​ການ​ກໍ່ສ້າງ​ນຳ​ໄປ​ປຶກສາ​ກັບ​ປະຊາຊົນ ຜູ້​ທີ່​ມີ​ສ່ວນ

​ຮ່ວມ​ໃນ​ເຂດ​ໂຄງການ​ຕັ້ງ​ຢູ່ ເພື່ອ​ເປັນ​ເອກະ​ພາບຕໍ່​ຈຳ​ນວນ​ເງິນ​ທີ່​ຈະ​ຊຳລະ​ສະ​ສາງ ​ແລະ ​ວ່າ​ຈ້າງ​ການ​ກໍ່ສ້າງ​ຜູ້​ທີ່​ຊະນະ

​ການ​ປະມູນ​ເພື່ອ​ລົງມື​ຈັດ​ຕັ້ງ​ປະຕິບັດ. ມາຮອດ​ປີ 2009 ໂຄ​ງການ​ດັ່ງກ່າວ​ໄດ້​ກາຍ​ເປັນ​ຕົວ​ແບບ​ທີ່​ດີ​ຂອງ​ ADB ແລະ

ສອດຄ່ອງ​ກັບ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ​ທີ່​ວ່າ: “ລັດ​ກັບ​ປະຊາຊົນ​ພ້ອມ​ກັນ​ເຮັດ”, ຊຶ່ງ​ໂຄງການ​ກໍ່ສ້າງ​​ເບື້ອງ​ຕົ້ນ

​ມີ​ຄວາມ​ຍາວ 165 ກິ​ໂລ​ແມັດ ກວມ​ເອົາ 5 ເມືອງ, ​ຕົກ​ມາ​ຮອດ​ປີ 2011 ໂຄງການ​ເສັ້ນທາງ​ຊອຍ​​ໄດ້​ຮັບ​ການ​ຂະຫຍາຍ​

ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຂະ​ບວນ ໂດຍ​ໄດ້​ເພີ່ມ​ການ​ປະກອບສ່ວນ​ຂອງ​ປະຊາຊົນ​ຈາກ 10% ມາ​ເປັນ 30%, ຊຶ່ງ​ເປັນ​ນະ

​ໂຍບາຍ​ຂອງນະຄອນຫລວງ​ວຽງ​ຈັນ ​ມອບ​ໃຫ້​ເມືອງ​ເປັນ​ເຈົ້າ​ຂອງ​ໂຄງການ​.

 

ໃນ​ເວລາ​ຕໍ່​ມາສະພາບ​ການ​ກໍ່ສ້າງ​ໄດ້​ມີ​ການ​ປ່ຽນ​ແປງ​ ຍ້ອນ​ປະຊາຊົນ​ບໍ່​ມີ​ທຶນ​ປະກອບສ່ວນ ເພາະ​ເປັນເງິນ​ຈຳນວນ​

ຫລາຍ ລາຍ​ຈ່າຍ​ຕໍ່​ຄອບຄົວ​ບໍ່​ສາມາດ​ຈ່າຍ​ໃຫ້​ຜູ້​ເໝົາ​ໄດ້, ນະຄອນຫລວງ​ເອງ​ກໍ່​ບໍ່​ມີ​ງົບປະມານ​ຊຳລະ​ໃຫ້​ຜູ້​ຮັບ​ເໝົາ ​

ແລະ ເສັ້ນທາງ​ຈຳນວນ​ໜຶ່ງ​ກໍ່ສ້າງ​ບໍ່​ໄດ້​ມາດ​ຕະຖານປະຊາຊົນ​ບໍ່​ຍອມ​ຈ່າຍ​ເງິນ, ຈຶ່ງ​ເຮັດ​ໃຫ້​ຫລາຍ​​ໂຄງການ​ຖືກ​ຢຸດ​

ສະ​ງັກ.

 

ພາຍຫລັງ​​ທີ່​ໄດ້​​ໂຈະ​ 3 ໂຄງການຢູ່ແຂວງໄຊຍະບູລີ, ​ມາ​ແຕ່​ປີ 2013​​-2014, ທາງ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ກໍ​ໄດ້

​ລົງ​ຕິດຕາມ​ສະພາບ​ຕົວ​ຈິງ ​ແລະ ຜ່ານ​ການ​​ປຶກສາ​ຫາລື​ຮ່ວມ​ກັບພາກສ່ວນ​ກ່ຽວຂ້ອງ​ເຫັນ​ວ່າ: ໂຄງການ​ຈຳນວນ​ໜຶ່ງ

​ແມ່ນ​ມີ​ຄວາມ​ຈຳ​ເປັນ​ແທ້ໆ ແລະ ​ທາງ​ແຂວງ​ດັ່ງກ່າວ​ໄດ້​ສືບຕໍ່​ດຳ​ເນີນ​ການ​ກໍ່ສ້າງ​ຢູ່, ສ່ວນ​ໂຄງການ​ທີ່​ຖືກ​ໂຈະການ​ກໍ່

ສ້າງ​ ຍ້ອນບໍ່​ມີ​ຊື່​ໂຄງການ​ຢູ່ສາລະບານ​ງົບປະມານ​ສົກ​ປີ 2013-2014. ສຳລັບ​ໂຄງການ​ຢູ່​ແຂວງ​ໄຊ​ຍະ​ບູລີ ຈຳນວນ 3 ໂຄງ

ການ​ມີ​ຄື: ​ໂຄງການ​ສ້າງ​ທາງແຕ່​ປາກ​ລາຍ-​ເມື​ອງທົ່ງ​ມີ​ໄຊ ຍາວ 68,8 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 58%, ​ໂຄງການ​ປູ​ຢາງ​

ເມືອງ​ໄຊ​ຍະ​ບູລີ-​ໄຊ​ສະຖານ ຍາວ 65 ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 84% ​ແລະ ​ໂຄງການ​ແຕ່​ເມືອງ​ເງິນ-ຊຽງ​ຮ່ອນ ຍາວ 118

ກິ​ໂລ​ແມັດ ສຳ​ເລັດ​ແລ້ວ 85%, ​ເຊິ່ງ 3 ໂຄງການ​ດັ່ງກ່າວ ທາງ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ ​ໄດ້​ເອົາ​ເຂົ້າ​ແຜນ​ໂຄງ

ການ​ສຶບຕໍ່​ຂອງ​ງົບປະມານ​ປີ 2014-2015 ແລ້ວ, ດ້ວຍ​ເຫດຜົນ​ທີ່​ຈຳ​ເປັນ​ທີ່​ສຸດ​ເຊັ່ນ: ​ເສັ້ນທາງ​ໄດ້​ກໍ່ສ້າງ​ຊັ້ນ​ພື້ນ​ທາງ​

ໝົດ​ແລ້ວ, ບາງຊ່ວງ​ໄດ້​ປູຢາງ 2 ຊັ້ນ​ແລ້ວ ​ແລະ ບາງ​ຊ່ວງ​ກໍ​ປູຢາງ​ຊັ້ນ 1, ຖ້າ​ປະ​ໄວ້​ດົນ​ຈະ​ເຮັດ​ໃຫ້​ຊັ້ນ​ພື້ນ​ທາງ​ມີ​ການ

​ເຊາະ​ເຈື່ອນ ຈະ​ເສຍ​ເງິນ​ຫລາຍ​ກວ່າ​ເກົ່າ, ໜ້າ​ທາງ​ປູຢາງ​ຊັ້ນ 1 ກໍຈະ​​ເປ່​ເພ, ຖ້າ​ຈະ​ປູ​ຊັ້ນ​ 2 ໃນຕໍ່ໜ້າ​ຈະ​ເປັນ​ຂຸມ​ຫລາຍ

ຈະ​ຕ້ອງ​ໄດ້​ຂູດ​ຮື້​ຖິ້ມ​ແລ້ວ​ປູ​ຄືນ​ໃໝ່ ຈຶ່ງ​ຈະ​ສາມາດ​ປູຢາງ​ 2 ​ຊັ້ນ​ໄດ້ ແລະ ເປັນ​ເສັ້ນທາງ​ທີ່​ໄປ​ສູ່​ເຂດ​ຍຸດ​ທະ​ສາດ​ຊາຍ​ແດນ

ໂດຍ​ສະ​ເພາະ​ແມ່ນເສັ້ນທາງ​ແຕ່​ປາກ​ລາຍ-​ເມືອງ​ທົ່ງ​ມີ​ໄຊ.

 

ທີ່ມາ: http://laophatthananews.blogspot.com/2014/07/blog-post_6612.html

ບົດຄວາມຫຼ້າສຸດ

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...