Homeຂ່າວການພັດທະນາປີນີ້ ສປປ ລາວ ສາມາດເກັບກູ້ລະເບີດບໍ່ທັນແຕກ ໄດ້ 88% ຂອງແຜນການ

ປີນີ້ ສປປ ລາວ ສາມາດເກັບກູ້ລະເບີດບໍ່ທັນແຕກ ໄດ້ 88% ຂອງແຜນການ

Published on

ໃນປີ 2016 ນີ້, ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ສາມາດກວດກູ້ເນື້ອທີ່ໆມີລະເບີດບໍ່ທັນແຕກ (ລບຕ) ໄດ້ຈຳນວນ 3 ພັນກວ່າເຮັກຕາ, ທຽບໃສ່ແຜນການປະຕິບັດໄດ້ 88% ຂອງແຜນການວາງໄວ້. ໃນນີ້ດິນກະສິກຳມີຈຳນວນ 2.200 ກວ່າເຮັກຕາ, ດິນພັດທະນາ 1 ພັນກວ່າເຮັກຕາ ແລະ ສາມາດທຳລາຍລະເບີດບໍ່ທັນແຕກໄດ້ທັງໝົດ 86.400 ກວ່າໜ່ວຍ, ໃນນີ້ມີລະເບີດລູກຫວ່ານ 70.600 ກວ່າໜ່ວຍ, ບົມໃຫຍ່ 82 ໜ່ວຍ, ລະເບີດຝັງດິນ 48 ໜ່ວຍ ແລະ ລະເບີດຊະນິດອື່ນໆ 15.600 ກວ່າໜ່ວຍ.

ທ່ານ ວິລະວົງ ສີສະຫວັດ ຫົວໜ້າພະແນກແຜນການ ແລະ ປະຊາສຳພັນ ຫ້ອງການ ຄຊກລ ໄດ້ກ່າວຕໍ່ກອງປະຊຸມວິຊາການສະຫລຸບການເຄື່ອນໄຫວ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ທິດທາງແຜນການປີ 2017 ທີ່ໄດ້ຈັດຂຶ້ນໃນວັນທີ 8 ພະຈິກນີ້ຢູ່ນະຄອນຫລວງວຽງຈັນວ່າ: ໃນປີ 2017 ນີ້, ຈະສຳຫລວດບໍ່ແມ່ນວິຊາການໃຫ້ໄດ້ 950 ບ້ານ ເພື່ອຊອກຫາຈຸດຫລັກຖານ ແລະ ສຳຫລວດວິຊາການໃຫ້ໄດ້ 338 ບ້ານເພື່ອຊອກຫາພື້ນທີ່ ລບຕ, ດຳເນີນການກວດກູ້ພື້ນທີ່ໆຢືນຢັນວ່າມີ ລບຕ ໃຫ້ໄດ້ປະມານ 4.500 ເຮັກຕາ, ສືບຕໍ່ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກ ລບຕ ທາງດ້ານການກິ່ນປົວ ແລະ ຟື້ນຟູສຸຂະພາບຕົວຈິງ, ປະກອບອາຊີບໃຫ້ເຂົາເຈົ້າ ກໍຄືສືບຕໍ່ໂຄສະນາເຜີຍແຜ່ຜົນຮ້າຍຂອງ ລບຕ ແນ່ໃສ່ຫລຸດຈຳນວນຜູ້ຖືກບາດເຈັບ-ເສຍຊີວິດໃຫ້ຕ່ຳກວ່າ 40 ຄົນ.

ຕາມຂໍ້ມູນທີ່ບັນທຶກໄວ້ໃນໄລຍະສົງຄາມຕ້ານຈັກກະພັດ, ລາວເຮົາໄດ້ຖືກລະເບີດຖີ້ມລົງໃສ່ປະມານ 3 ລ້ານໂຕນ, ໃນນີ້ມີລະເບີດລູກຫວ່ານ (ບົມບີ) ຫລາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 30% ຂອງລະເບີດດັ່ງກ່າວແມ່ນຍັງບໍ່ທັນແຕກ ເຊິ່ງຕົກຄ້າງຢູ່ 14 ແຂວງ, ໃນນີ້ ມີແຂວງອັດຕະປື, ຈຳປາສັກ, ຫົວພັນ, ຄຳມ່ວນ, ຫລວງພະບາງ, ສາລະວັນ, ສະຫວັນນະເຂດ, ເຊກອງ ແລະ ແຂວງຊຽງຂວາງ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...