Homeຂ່າວເຫດການສປປ ລາວ ຈັດພິທີຍ່າງເພື່ອສຸຂະພາບ ສະຫລອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ສູງອາຍຸສາກົນ

ສປປ ລາວ ຈັດພິທີຍ່າງເພື່ອສຸຂະພາບ ສະຫລອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ສູງອາຍຸສາກົນ

Published on

​ໃນ​ວັນ​ທີ 8 ຕຸລາ 2016, ຄະນະ​ກຳມະການ​ແຫ່ງ​ຊາດ ​ເພື່ອ​ຄົນ​ພິການ ​ແລະ ຜູ້​ສູງ​ອາຍຸ ຮ່ວມ​ກັບ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ກະຊວງ​ສາທາລະນະ​ສຸກ ​ແລະ ອົງການ​ປົກຄອງ​ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຈັດ​ຕັ້ງພິທີ​ຊຸມນຸມ​ຍ່າງ​ເພື່ອ​ສຸຂະພາບ ​​ເພື່ອສະ​ເຫລີ​ມສະຫລອງ​ ວັນ​ຄົນ​ພິການ​ແຫ່ງ​ຊາດ ​ແລະ ວັນ​ຜູ້​ສູງ​ອາຍຸ​ສາກົນ​ ທີ່​ສວນ​ປະຕູ​ໄຊ ທີ່​ໄດ້​ກຳນົດ​ໄວ້​​ໃນ​ດຳລັດ ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 137/ນຍ ​ເຊິ່ງກຳນົດ​ເອົາ ວັນ​ທີ 27 ກັນຍາ ຂອງ​ທຸ​ກໆ​ປີ ​ເປັນ​ວັນ​ຄົນ​ພິການ​ແຫ່ງ​ຊາດ ​ແລະ ວັນ​ທີ 1 ຕຸລາ ​ເປັນ​ວັນ​ຜູ້​ສູງ​ອາຍຸ​ສາກົນ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​​ເອກ​ອັກຄະ​ລັດຖະທູດ, ອົງການ​ຈັດ​ຕັ້ງ​ສາກົນ, ຜູ້​ພິການ, ຜູ້​ສູງ​ອາຍຸ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ.​

ໃນ​ໂອກາດ​ດັ່ງກ່າວ ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ໃຫ້​ຮູ້​ວ່າ: ສອງ​ວັນ​ດັ່ງກ່າວ ​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ສຳລັບ​ຄົນ​ພິການ ​ແລະ ຜູ້ສູງ​ອາຍຸ ຂອງ ສປປ ລາວ. ​ໃນ​ໂລກ​ຂອງ​ເຮົາ​ໃນ​ປັດຈຸບັນ ​ຍັງ​ມີ​ຄົນ​ພິການ​ຫລາຍ​ກວ່າ 1 ຕື້​ຄົນ ຫລື ປະມານ 15% ຂອງ​ປະຊາກ​ອນ​ໂລກ ທີ່​ດຳລົງຊີວິດ​ຢູ່​ກັບຄວາມ​ເປັນ​ພິການ, ພວກ​ເຂົາ​ເຈົ້າ​ຍັງ​ປະ​ເຊີນ​ກັບ​ສິ່ງ​ກີດ​ຂວາງ​ຕ່າງໆ ຍ້ອນ​ໂຄງ​ສ້າງ​ຂອງ​ສັງຄົມ, ​ເສດຖະກິດ, ທັດສະນະ​ຄະຕິ, ຂາ​ດການ​ມີ​ສ່ວນ​ຮ່ວມ ​ແລະ ຄວາມ​ສະ​ເໝີ​ພາບຢູ່​ໃນ​ຄອບຄົວ ​ແລະ ສັງຄົມ ​ເຫັນ​ໄດ້​ຈາກ​ບັນ​ຫາ​ການ​ເຂົ້າ​ເຖິງ​ການ​ສຶກສາ, ການ​ປິ່ນປົວ ​ແລະ ຟື້ນ​ຟູ​ສຸຂະພາບ, ການ​ຝຶກ​ວິຊາ​ຊີບ, ມີ​ວຽກ​ເຮັດ​ງານ​ທຳ, ການ​ສະໜັບສະໜູນ​ດ້ານ​ນິຕິ​ກຳ ​ແລະ ​ເຊືອມ​ໂຍງ​ຄົນ​ພິການ ​ເຂົ້າ​ໃນ​ຂະ​ບວນກາ​ນພັດທະນາ ຍັງ​ບໍ່​ທັນ​ສູງ. ​ໂດຍ​ເຫັນ​ໄດ້​ຄວາມ​ສຳຄັນ​ຕໍ່​ວຽກ​ງານ​ຜູ້​ພິການ ​ແລະ ຜູ້​ສູງ​ອາຍຸ ລັດຖະບານ ສປປ ລາວ ຈຶ່ງ​ໄດ້​ໃຫ້​ສັດຕະຍາບັນ ​ເຂົ້າ​ເປັນ​ພາຄີ​ສົນທິສັນ​ຍາ​ວ່າ​ດ້ວຍ ສິດທິ​ຂອງ​ຄົນ​ພິການ​ໃນ​ປີ 2009 ​ແລະ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ຕາມ​ຄວາມ​ສາມາດ​ຂອງ​ຕົນ ຈັດ​ຕັ້ງ​ປະຕິບັດ​ແຜນ​ທົດ​ສະຫວັດ ​ແຫ່ງ ​ການ​ພັດທະນາ​ຄົນ​ພິການ ​ຂອງ​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ​ແຜນ​ຍຸດ​ທະ​ສາດ​ອິນ​ຊອນ ວ່າ​ດ້ວຍ​ການ​ເຮັດ​ໃຫ້​ສິດທິ​ຂອງ​ຄົນ​ພິການ​ກາຍ​ເປັນ​ຈິງ (​ໄລຍະ​ແຕ່​ປີ 2013-2022) ​ແລ​ະ ​ແຜນ​ຍຸດ​ທະ​ສາດ​ ສະຫວັດດີ​ການ ​ແລະ ການ​ພັດທະນາ​ອາ​ຊຽນ (​ໄລຍະ​ແຕ່​ປີ 2011-2015) ​ແລະ ຖະ​ແຫລ​ງການການ​ເມືອງ ​ແລະ ​ແຜນ​ດຳ​ເນີນ​ງານ​ສາກົນ ກ່ຽວ​ກັບ​ຜູ້​ສູງ​ອາຍຸ ​ໃນ​ປີ 2002 ​ແລະ ລັດຖະບານ ​ໄດ້​ມີ​ຄວາມ​ພະຍາຍາມ​ຊ່ວຍ​ເຫລືອ ​ແລະ ພັດທະນາ​ຄົນ​ພິການ ຕາມ​ຄວາມ​ສາມາດ​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ແລະ ການ​ຮ່ວມ​ມື​ສາກົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...