Homeຂ່າວພາຍ​ໃນລາຄາສິນຄ້າ ຕາມທ້ອງຕະຫຼາດນະຄອນຫຼວງວຽງຈັນ ຍັງເປັນປົກກະຕິດີ

ລາຄາສິນຄ້າ ຕາມທ້ອງຕະຫຼາດນະຄອນຫຼວງວຽງຈັນ ຍັງເປັນປົກກະຕິດີ

Published on

ຈາກການລົງຕິດຕາມສະພາບລາຄາສິນຄ້າ ຢູ່ຕະຫຼາດຫຼາຍແຫ່ງເຊັ່ນ: ຕະຫຼາດສະພານທອງ, ໂພນສະຫວ່າງ, ຂົວດິນ , ຫົວຂົວ ແລະ ແຫ່ງອື່ນໆຂອງນັກຂອງພວກ ເຮົາໃນວັນທີ 1 ພະຈິກຜ່ານມານີ້ ເຫັນວ່າ ລາຄາສິນຄ້າປະເພດພືດຜັກຕ່າງໆ ຢູ່ໃນເກນປົກກະຕິດີຄື: ໜອມບົ່ວ-ຫອມປ້ອມ ລາຄາຂາຍຍ່ອຍ 3 ມັດຕໍ່ 5 ພັນກີບ (18-30 ພັນ/ກິໂລ), ຂະນະທີໝາກເຜັດ, ໝາກນາວ, ໝາກເລັ່ນ, ຫອມລາບ, ໝາກຖົ່ວ, ຜັກບົ້ງ, ຂີງ, ຂ່າ ມີລາຄາຫຼຸດລົງເລັກນ້ອຍ 1-2 ພັນກີບ, ສຳລັບການຂຶ້ນລົງຂອງລາຄາພືດຜັກນັ້ນຖືວ່າເປັນໄປຕາມກົນໄກຕະຫຼາດ ແລະ ລະດູການຜະລິດຂອງມັນ, ເຊັ່ນດຽວກັບລາຄາສິນຄ້າປະເພດຊີ້ນ-ປາ ກໍຢູ່ໃນເກນປົກກະຕິເຊັ່ນດຽວກັນຄື: ຊີ້ນງົວ 70 –75 ພັນກີບ/ກິໂລ, ຊີ້ນໝູ 30-40 ພັນກີບ/ກິໂລ, ເປັດ, ໄກ່ 35-45 ພັນກີບ/ກິໂລ, ປານິນກະຊັງ – ປາດຸກພັນມີລາຄາ 15-18 ພັນກີບ/ກິໂລ, ປາດຸກນາ , ອ່ຽນ, ກົບທຳມະຊາດ 50 – 70 ພັນກີບ/ກິໂລ, ເຖິງຢ່າງໃດກໍຕາມຄາດວ່າ ໃນຕໍ່ໜ້ານີ້ລາຄາສິນຄ້າອາດຈະມີການເໜັງຕີງແພງຂຶ້ນ, ຖ້າຫາກພາກສ່ວນກ່ຽວຂ້ອງ ບໍ່ມີການຄຸ້ມຄອງກວດກາທີ່ດີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...