spot_img
Homeຂ່າວພາຍ​ໃນຕະຫຼາດກາງຄືນ ຫຼວງພະບາງ ຈັດສັນຄືນໃໝ່ ຫ້າມຂາຍເຄື່ອງຢູ່ເສັ້ນທາງກາງ

ຕະຫຼາດກາງຄືນ ຫຼວງພະບາງ ຈັດສັນຄືນໃໝ່ ຫ້າມຂາຍເຄື່ອງຢູ່ເສັ້ນທາງກາງ

Published on

ຕະຫຼາດກາງຄືນຫຼວງພະບາງ ຕັ້ງຢູ່ຖະໜົນສີສະຫວ່າງວົງ ເຂດບ້ານ ປ່າຂາມ ໃຈກາງເມືອງມໍລະດົກໂລກ ທີ່ພໍ່ແມ່ປະຊາຊົນຊາວຫຼວງພະບາງພາກັນນໍາເອົາເຄື່ອງ ຂອງທີ່ລະນຶກປະເພດຕ່າງໆ ໄປວາງຂາຍທຸກໆຄືນ
ເພື່ອໃຫ້ນັກທ່ອງທ່ຽວໄດ້ເລາະຊື້, ປັດຈຸບັນທາງອໍານາດການປົກຄອງແຂວງຫຼວງພະບາງ ແມ່ນມີແຜນປັບປຸງໃໝ່ເພື່ອ ໃຫ້ເຂົ້າສູ່ລະບົບເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຂະນະນີ້ອໍານາດການ ປົກຄອງຈະບໍ່ອະນຸຍາດໃຫ້ແມ່ຄ້ານັ່ງຂາຍເຄື່ອງຢູ່ເສັ້ນທາງກາງ ແລະໄດ້ລະດົມ ໃຫ້ຜູ້ທີ່ເຄີຍນັ່ງຂາຍລົງໄປຂາຍຢູ່ຮ່ອມທາງ ສໍາລັບເສັ້ນທາງກາງແມ່ນຈະປ່ອຍ ໃຫ້ລົດສາມາດແລ່ນຜ່ານໄປ-ມາໄດ້.

ທ່ານ ນົບພະວົງ ສີສະເຫຼີມສັກ ນາຍບ້ານໆປ່າຂາມ ທີ່ຮັບຜິດຊອບຕະຫຼາດກາງຄືນ ໄດ້ໃຫ້ສໍາພາດຕໍ່ທີມຂ່າວພວກເຮົາວ່າ: ເພື່ອປະຕິບັດຕາມຄໍາສັ່ງ ຂອງອໍານາດການປົກຄອງແຂວງ ໃນການຈັດສັນຕະຫຼາດກາງຄືນໃໝ່ ເພື່ອໃຫ້ເຂົ້າສູ່ລະບົບອາຊຽນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດກາງຄືນນັ້ນທາງອໍານາດການປົກຄອງຈະບໍ່ອະນຸຍາດໃຫ້ແມ່ຄ້ານັ່ງຂາຍ ເຄື່ອງຢູ່ເສັ້ນທາງກາງ ແລະໄດ້ລະດົມໃຫ້ຜູ້ທີ່ນັ່ງຂາຍຢູ່ກາງທາງຜ່ານມາລົງໄປຂາຍຢູ່ຮ່ອມທາງລົງສູ່ເສັ້ນທາງແຄມຂອງ ແລະອະນຸຍາດໃຫ້ນັ່ງຂາຍຢູ່ສອງ ຂອບຟາກທາງເທົ່ານັ້ນ ສ່ວນເສັ້ນທາງແມ່ນຈະປ່ອຍໃຫ້ລົດແລ່ນເປັນປົກກະຕິ ເພື່ອຄວາມສະດວກໃນເວລາສຸກເສີນ ຫາກເກີດອັກຄີໄຟ. ສະນັ້ນ ທາງຄະນະ ນໍາອໍານາດການປົກຄອງຂອງ ບ້ານປ່າຂາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈິ່ງໄດ້ມີການປຶກສາຫາລືຮ່ວມກັນ ເພື່ອຫາວິທີຍົກຍ້າຍຜູ້ທີ່ຂາຍເຄື່ອງຢູ່ກາງທາງໃນໄລຍະຜ່ານມາໃຫ້ລົງທາງຮ່ອມທັງໝົດ ໂດຍພາກສ່ວນທີ່ກ່ຽວຂ້ອງໄດ້ພາ ກັນລົງແນະນໍາແມ່ຄ້າແຕ່ລະຮ້ານ ນັບແຕ່ຕົ້ນເດືອນຕຸລາຜ່ານມາ ແຕ່ຊາວຄ້າຂາຍ ພັດບໍ່ຍອມອອກຕາມການແນະນຳຕອນນີ້ທາງອໍານາດການປົກຄອງບ້ານກໍາລັງຫາລື ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເພື່ອ ຫາທາງແກ້ໄຂຕໍ່ໄປ.

ດ້ານແມ່ຄ້າຂາຍເຄື່ອງຕະຫຼາດກາງຄືນ ໄດ້ໃຫ້ສໍາພາດຕໍ່ທີມຂ່າວພວກເຮົາ ເປັນສຽງດຽວກັນວ່າ: ສາເຫດທີ່ບໍ່ຢາກຍ້າຍຮ້ານລົງໄປຂາຍຢູ່ຮ່ອມແມ່ນ ຍ້ອນບໍ່ໄດ້ຂາຍເຄື່ອງ ເພາະນັກທ່ອງທ່ຽວບໍ່ຍ່າງລົງຮ່ອມ, ໃນປະຈຸບັນແມ່ຄ້າທີ່ນັ່ງຢູ່ ເສັ້ນທາງກາງແມ່ນເປັນເອກະສັນກັນ ໂດຍບໍ່ກາງເຕັ້ນ ເພື່ອເກາະເຄື່ອງຂາຍຄືທີ່ຜ່ານມາເຮັດໃຫ້ເສັ້ນທາງກາງຖະໜົນສີສະຫວ່າງວົງຍາມຄໍ່າຄືນໃນປະຈຸບັນມີຄວາມສວຍງາມໄປອີກແບບໜຶ່ງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...