Homeເກັບຕົກ-ເລື່ອງແປກຂອງສະສົມສຸດສະຫຍອງ ສະສົມຫົວມະນຸດ 35 ຫົວ

ຂອງສະສົມສຸດສະຫຍອງ ສະສົມຫົວມະນຸດ 35 ຫົວ

Published on

ວັນນີ້ເຮົາມາເບິ່ງຂອງສະສົມສຸດສະຫຍອງຂອງນາຍພົນໂຮຣາຕິໂອ ກໍດອນ ຣັອບເລຍ ອະດີດທະຫານ ແລະ ສີລະປິນຊາວອັງກິດ ທີ່ປະຕິບັດໜ້າທີ່ໃນປະເທດນິວຊີແລນໃນສະໄໝລ່າອານານິຄົມ ຕັ້ງແຕ່ປີ 1860 ລາວມີຄວາມສົນໃຈໃນເລື່ອງຊາດພັນວິທະຍາ ແລະ ຫຼົງໄຫລໃນສີລະປະກ່ຽວກັບການສັກລາຍທີ່ໜ້າຂອງຊົນເຜົ່າເມົາຣີ ເມື່ອມີການຂ້າສັດຕູທີ່ເປັນຊາວຊົນເຜົ່າເມົາຣີໄດ້ ຫົວຂອງສັດຕູຈະຖືກຕັດເກັບໄວ້ຄືກັບເປັນລາງວັນຂອງການເຮັດສົງຄາມ ແລະ ເປັນເຄື່ອງຕໍ່ລອງເຈລະຈາຂໍ້ຕົກລົງລະຫວ່າງສົງຄາມ ນາຍພົນໂຮຣາຕິໂອ ກໍດອນ ຣັອບເລຍ ເລີ່ມສະສົມຫົວຂອງຄົນຊົນເຜົ່າເມົາຣີ ຈົນຮອດປີ 1896 ກ່ອນທີ່ລາວຈະເກີນທາງກັບປະເທດອັງກິດພ້ອມສ້າງຄໍຣເລດຊັ່ນເຄື່ອງສະສົມສຸດສະຫຍອງຂຶ້ນ ໂດຍມີຫົວສັກລາຍຂອງຊົນເຜົ່າເມົາຣີທັງໝົດ 35 ຫົວ

maori_heads

         ຕໍ່ມາເມື່ອປີ 1908 ນາຍພົນໂຮຣາຕິໂອ ໄດ້ສະເໜີຂາຍຄໍຣເລດຊັ່ນນີ້ໃຫ້ລັດຖະບານນິວຊີແລນ ໃນລາຄາ 10,105,000 ກີບ ແຕ່ສຸດທ້າຍກໍ່ຖືກປະຕິເສດ ຫຼັງຈາກນັ້ນທາງພິພິດຕະພັນປະຫວັດສາດທຳມຊາດໃນນະຄອນນິວຢອກ ຈິ່ງໄດ້ຕິດຕໍ່ຂໍຊື້ຄໍຣເລດຊັ່ນຫົວຊາວເມົາຣີ ພຽງຈຳນວນ 25 ຫົວ ໄປຈັດສະແດງໃນພິພິດທະພັນໃນລາຄາ 12,455,000 ກີບ

ສຳລັບຫົວຊົນເຜົ່າເມົາຣີສັກລາຍນີ້ ຕາມປະເພນີທ້ອງຖິ່ນນັ້ນ ຫາກມີການເສຍຊີວິດທາງຄອບຄົວຈະຕັດສ່ວນຫົວເກັບມ້ຽນ ໂດຍວິທີການຄັວກເອົາສະໝອງ ແລະ ດວງຕາທັງສອງອອກ ຈາກນັ້ນກໍ່ນຳໄປຕົ້ມ ແລະ ຕາກແດດຈົນແຫ້ງ ສຸດທ້າຍເຄືອບດ້ວຍນ້ຳມັນປາສະຫຼາມ ກ່ອນຈະນຳໄປເກັບໄວ້ໃນກ່ອງແກະສະລັກສວຍງາມ ເຊິ່ງຫົວທີ່ໄດ້ນັ້ນຈະນຳອອກມາໃຊ້ເມື່ອມີພິທີສັກສິດ

ຂໍ້ມູນຈາກ: http://hilight.kapook.com/view/144319

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...