Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວປະຫວັດ ວັດຫວ່າງວົງສ໌ເມືອງ ແລະ ແຂວງໄຊຍະບູລີ

ປະຫວັດ ວັດຫວ່າງວົງສ໌ເມືອງ ແລະ ແຂວງໄຊຍະບູລີ

Published on

ວັດສີສະຫວ່າງວົງສ໌ ເປັນວັດທີ່ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍການອຸປະຖຳຈາກ 3 ໝູ່ບ້ານ ຄື: ບ້ານສີເມືອງ ບ້ານຖິ່ນ ບ້ານສີມຸງຄຸນ ແລະອອກຕົນຍາດໂຍມຫລາຍບ້ານ ທັງພາຍໃນແລະພາຍນອກ ປະເທດ ໄດ້ອຸປະຖຳບຳລຸງຕາມກຳລັງສັດທາ ວັດສີສະຫວ່າງຖືວ່າເປັນວັດທີ່ ສຳຄັນຂອງແຂວງ ຫຼືເປັນວັດຫຼວງຂອງແຂວງ ກໍ່ວ່າໄດ້ ນອກນີ້ຍັງເປັນທີ່ຕັ້ງຂອງອົງການປົກຄອງສົງສູງສຸດ ພາຍໃນແຂວງ, ໂຮງຮຽນ ມສ ສົງ, ຫ້ອງການສຶກສາສົງ, ຫ້ອງການ ອພສ ເມືອງ ແຕ່ລະປີ ມີພຣະສົງຈຳພັນສາຫລາຍທີ່ສຸດໃນໄຊຍະບູລີ ປີ 2015-2016 ມີພຣະສົງ ສາມະເນນຈຳພັນສາ 111 ອົງ.

ຕາມປະຫວັດກ່າວ່າ ວັດສີສະຫວ່າງວົງສ໌ ສ້າງໃນສະໄຫມເຈົ້າຊີວິດສີສະຫວ່າງວົງສ໌ ໃນປີ ຄສ 1920 ພຣະອົງເປັນສັດທາສ້າງວັດສີສະຫວ່າງໃນແຂວງໄຊຍະບູລີ 2 (ແຫ່ງອີກວັດໜຶ່ງແມ່ນຕັ້ງຢູ່ເມືອງປາກລາຍ ຫ່າງຈາກເມືອງໄຊຍະບູລີ ປະມານ 200 ກິໂລແມັດ) ສຳຫລັບວັດສີສະຫວ່າງວົງເມືອງໄຊຍະບູລີ ສ້າງຂື້ນທຳອິດ ແມ່ນຕັ້ງຢູ່ແຄມນ້ຳຮຸ່ງ ບໍລິເວນຫົວຂົວນ້ຳຮຸ່ງປະຈຸບັນ ແຕ່ຍ້ອນໄພທຳມະຊາດນ້ຳຮຸ່ງເຊາະເຈື່ອນດິນວັດເຂົ້າມາທຸກປີ ສະໄຫມນັ້ນ ແມ່ນສາທຸໃຫຍ່ ສີດາ ເປັນເຈົາອາວາດ ພ້ອມກັບອອກຕົນຍາດໂຍມ ມີຄວາມເຫັນດີໃຫ້ຍ້າຍວັດໄປບ່ອນໃຫມ່ ທີ່ເຫມາະສົມກວ່າ ຈິ່ງສະເໜີໄປຍັງສຳນັກຣາດຊະວັງຫລວງພຣະບາງ ໃນປີ ຄສ 1947 ຈິ່ງຍ້າຍວັດມາດອນນາຂອງຊາວບ້ານຖິ່ນ ທີ່ປະກົດເຫັນໃນປະຈຸບັນ ສ່ວນການຍ້າຍນັ້ນ ແມ່ນພຽງແຕ່ຍ້າຍສະຖານທີ່ໃຫມ່ເທົ່ານັ້ນ ວັດຖຸອຸປະກອນ ພຣະປະທານແມ່ນອັນເກົ່າ ແລະ ຊື່ວັດກໍ່ໃສ່ຊື່ເກົ່າ ເພາະການຍົກຍ້າຍແມ່ນເຈົາສັດທາເກົ່າ ແລະໄດ້ນຳນາຍຊ່າງ ຈາກສຳນັກຣາດຊະວັງຫຼວງພຣະບາງມານຳພາກໍ່ສ້າງ ລວດລາຍສິນລະປະຈິ່ງຍັງຄົງຮູບແບບເດີມ ສ່ວນການອຸປະຖຳແມ່ນຊາວບ້ານຖິ່ນເປັນບ້ານກົກບ້ານເຄົ້າ ຕໍ່ມາໄດ້ມີການຕັ້ງບ້ານໃຫມ່ຂື້ນອີກ ສອງບ້ານ ຄືບ້ານສີເມືອງ ບ້ານສີມຸງຄຸນ ກ່ອນປີ 1975 ການກໍ່ສ້າງຖາວອນວັດຖຸຕ່າງ ໆ ແມ່ນສຳນັກຣາດຊະວັງອະນຸຍາດກ່ອນຈິ່ງສ້າງໄດ້. ຫຼັງຈາກປະເທດລາວໄດ້ຮັບການປົດປ່ອຍມາຮອດປະຈຸບັນ ແມ່ນໄດ້ຮັບການອຸປະຖຳຈາກການນຳຂັ້ນແຂວງ ຂັ້ນເມືອງ ແລະສາມໝູ່ບ້ານມາໂດຍຕະຫຼອດ.
ລຳດັບລາຍຊື່ເຈົ້າອາດວັດແຕ່ປີ 1920 – 2016 ມີດັ່ງນີ:
1, ສາທຸໃຫຍ່ ສີດາ ແຕ່ປີ 1920 – 1949 ເປັນເວລາ 29 ປີ
2, ພຣະອາຈາຣຍ໌ ທັມມັງກາ ແຕ່ປີ 1949 – 1951 ເປັນເວລາ 2 ປີ
3, ພຣະອາຈາຣຍ໌ປະມວນ ແຕປີ 1951 – 1956 ເປັນເວລາ 5 ປີ
4. ພຣະອາຈາຣຍ໌ຈະເຣີນຄີຣິຊີແຕ່ປີ 1956 – 1973 ເປັນເວລາ 17 ປີ
5, ສາທຸໃຫຍ່ບຸນສີມາ ແສງສະຫວັດ 1973 – 2000 ເປັນເວລາ 27 ປີ
6, ພຣະອາຈາຣຍ໌ ບຸນທັນ ແສງຈັນ ແຕ່ປີ 2000 – 2007 ເປັນເວລາ 7 ປີ
7. ພຣະອາຈາຣຍ໌ສຸນິກອນແຕ່ປີ 2008 – 2009 ເປັນເວລາ 1 ປີ
8. ພຣະອາຈາຣຍ໌ຄຳພາດແຕ່ປີ 2009 – 2013 ເປັນເວລາ 4 ປີ
9, ພຣະອາຈາຣຍ໌ ບຸນທຽນ ພຸດທະວະໂຣ ແຕ່ປີ 2013 – ປະຈຸບັນ ຖາວອນວັດຖຸຂອງວັດສີສະຫວ່າງ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...