spot_img
Homeຂ່າວທ້ອງຖິ່ນໃນໜຶ່ງປີ ຊາວເຊກອງ ມີລາຍຮັບຕໍ່ຄົນ11 ລ້ານກີບ

ໃນໜຶ່ງປີ ຊາວເຊກອງ ມີລາຍຮັບຕໍ່ຄົນ11 ລ້ານກີບ

Published on

ໃນໜຶ່ງປີຜ່ານມາແຂວງເຊກອງໄດ້ສຸມໃສ່ການພັດທະນາເສດຖະກິດ-ສັງຄົມຕາມທ່າແຮງ ທີ່ບົ່ມຊ້ອນ ໂດຍສະເພາະການ ຜະລິດກະສິກຳ, ອຸດສາຫະກຳ ແລະການບໍລິການ ຊຶ່ງບັນດາທ່າແຮງດັ່ງກ່າວໄດ້ເປັນສິ່ງທີ່ດຶງດູດເອົາບັນດາໂຄງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາພັດທະນາເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງເຊກອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ອີງຕາມຂໍ້ມູນລາຍງານຂອງພະແນກແຜນການ ແລະການລົງທຶນແຂວງເຊກອງໃຫ້ຮູ້ວ່າ: ການພັດທະນາ ເສດຖະກິດ-ສັງຄົມ ໃນສົກປີ 2015-2016 ຂອງແຂວງເຊກອງ ອັດຕາການຂະຫຍາຍຕົວມີທ່າອຽງດີຂຶ້ນໃນລະດັບ 11% ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 11 ລ້ານກວ່າກີບ ຫຼື ປະມານ 1.389 ໂດລາ ໃນນັ້ນຂະແໜງກະສິກຳເພີ່ມຂຶ້ນ 8,1% ກວມ 38%, ອຸດສາຫະກຳເພີ່ມຂຶ້ນ 10,2% ກວມ 22,2% ແລະຂະ

ແໜງການບໍລິການເພີ່ມຂຶ້ນ 14,8% ກວມເອົາ 39,8% ຂອງ  ຈີດີພີ, ສ່ວນການເກັບລາຍຮັບເຂົ້າງົບປະມານສະເພາະພູດຂອງແຂວງປະຕິບັດໄດ້ 68,55 ຕື້ກີບ ເທົ່າກັບ 122,74% ທຽບໃສ່ແຜນການປີລື່ນແຜນ 12,74%,  ການຈັດຕັ້ງປະຕິບັດລາຍຈ່າຍໄດ້ 375,11 ຕື້ກີບ ບັນລຸໄດ້ 94,76% ຂອງແຜນການ.

ນອກນີ້ຍັງສາມາດຜະລິດເຂົ້າ ໄດ້ທັງໝົດ 46.682 ໂຕນ ປະຕິບັດໄດ້ 80,5% (ແຜນ 58 ພັນໂຕນ), ເກັບກ່ຽວຜົນຜະລິດກາເຟ 40.944 ໂຕນ ບັນລຸໄດ້ເກີນແຜນ 34,9%, ປູກພືດສະບຽງອາຫານໄດ້ 6.213 ເຮັກຕາ ຜົນ ຜະລິດ 38.239 ໂຕນ ທຽບໃສ່ປີກ່ອນເນື້ອທີ່ເພີ່ມຂຶ້ນ 29%, ສົ່ງເສີມຜູ້ປະກອບການ ແລະປະຊາຊົນຫັນໄປສູ່ການປູກພືດ ແລະການລ້ຽງສັດແບບເປັນຟາມ ໂດຍຄວາຍໄດ້ເພີ່ມຂຶ້ນ 1,2%, ງົວ 14%, ໝູ 18%, ແບ້ 16%, ສັດ ປີກ 14%, ພ້ອມທັງໄດ້ສັກຢາກັນພະຍາດສັດລ້ຽງໄດ້ 1,4 ລ້ານໂຕ.

ພ້ອມດຽວກັນນີ້ ຍັງໄດ້ສຸມໃສ່ການພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ ໂດຍມີໂຄງການລົງທຶນຂອງລັດເຂົ້າໃສ່ ທັງໝົດ 53 ໂຄງການ ມູນຄ່າ 5,5 ຕື້ກີບ ໃນນັ້ນພັດທະນາຊົນນະບົດ ແລະລົບລ້າງຄວາມທຸກ ຍາກມີ 42 ໂຄງການ ມູນຄ່າ 4 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະບ່ອນທຳມາຫາກິນແບບຖາວອນ 11 ໂຄງການມູນຄ່າ 1,5 ຕື້ກີບ ປະຈຸບັນສາມາດຈັດຕັ້ງປະຕິບັດໄດ້ສຳເລັດ 100% ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ຄອບຄົວທຸກຍາກໄດ້ຫຼຸດລົງຍັງເຫຼືອພຽງ 2.085 ຄອບຄົວ ກວມເອົາ 10%, ບ້ານທຸກຍາກຍັງເຫຼືອ 55 ບ້ານ ກວມ 27,5%.

ສຳລັບການນຳເຂົ້າ ແລະສົ່ງອອກສິນຄ້າແມ່ນໄດ້ມີລັກສະນະຫຼຸດລົງ ໂດຍການນຳເຂົ້າສິນຄ້າ ໜຶ່ງປີຜ່ານມາມີມູນຄ່າທັງໝົດ 132 ຕື້ກີບ ປະມານ 16,5 ລ້ານໂດລາ ເທົ່າກັບ 48% ຂອງແຜນການ (ແຜນ 34,4 ລ້ານໂດລາ) ການນຳເຂົ້າວັດສະດຸກໍ່ສ້າງກວມ 59,4%, ອຸປະກອນຮັບໃຊ້ການຜະລິດ 37,16%, ການສົ່ງອອກສິນຄ້າບັນລຸໄດ້ພຽງ 328 ຕື້ກວ່າກີບ ຫຼື ປະມານ 41,1 ລ້ານໂດລາ ເທົ່າກັບ 57,4% (ແຜນ 71,6 ລ້ານໂດລາ) ຊຶ່ງການສົ່ງອອກສ່ວນໃຫຍ່ແມ່ນພະລັງງານໄຟຟ້າກວມ 88,29%, ຜະລິດຕະພັນກະສິກຳກວມ 7,39%, ຜະລິດຕະພັນໄມ້ ກວມ 3,59% ແລະສິນຄ້າອື່ໆທີ່ສົ່ງອອກຕາມຊາຍແດນກວມ 0,73% ຂອງມູນຄ່າການສົ່ງອອກທັງໝົດ.

ຂະນະທີ່ດ້ານການລົງທຶນສາມາດຈັດຕັ້ງປະຕິບັດສຳເລັດ 100% ໂດຍລວມມີ ທັງໝົດ 249 ໂຄງການ ມູນຄ່າລວມ 203,2 ຕື້ກີບ ໃນນີ້ມີທຶນຕ່າງປະເທດ 10 ໂຄງການ ມູນຄ່າ 47,4 ຕື້ກີບ, ທຶນພາຍໃນ 239 ໂຄງການ ມູນຄ່າ 115,8 ຕື້ກີບ, ສຳລັບແຫລ່ງທຶນພາຍໃນປະກອບມີທຶນປົກກະຕິຂອງແຂວງ 169 ໂຄງການ ມູນຄ່າ 43 ຕື້ກີບ, ທຶນໂຄງການສະເພາະຂອງສູນກາງ 11 ໂຄງການ ມູນຄ່າ 66,5 ຕື້ກີບ, ທຶນພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ 42 ໂຄງການ ມູນຄ່າ 4 ຕື້ກີບ, ທຶນຈັດສັນພູມລຳເນົາ ແລະບ່ອນທຳມາຫາກິນຖາວອນ 11 ໂຄງການ ມູນຄ່າ 1,5 ຕື້ກີບ ແລະທຶນຟື້ນຟູຊົນລະປະທານ 6 ໂຄງການ ມູນຄ່າ 800 ລ້ານກວ່າກີບ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...