spot_img
Homeຂ່າວການພັດທະນາປີ 2017 ລັດຕ້ອງການງົບພັນກວ່າຕື້ກີບ ແກ້ໄຂຄວາມທຸກຍາກ

ປີ 2017 ລັດຕ້ອງການງົບພັນກວ່າຕື້ກີບ ແກ້ໄຂຄວາມທຸກຍາກ

Published on

ປີໜ້າລັດຖະບານຕ້ອງ ການທຶນພັນກວ່າຕື້ກີບປະກອບເຂົ້າໃນວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນເພື່ອເຮັດໃຫ້ຄອບຄົວທຸກຍາກຫຼຸດລົງຈາກ 6,56% ໃນປີ 2016 ມາເປັນ 6,09% ໃນປີ 2017 ໂດຍໃນ ນັ້ນແມ່ນຈະໃຊ້ສິນເຊື່ອຈາກທະນາຄານ ແລະກອງທຶນຕ່າງໆ ກວມເອົາຕົວເລກຫຼາຍກວ່າໝູ່.

ອີງຕາມການລາຍງານຂອງ ລັດຖະບານຕໍ່ກອງປະຊຸມສະພາໃຫ້ຮູ້: ໃນປີ 2017 ລັດຖະບານ ຈະເອົາໃສ່ສືບຕໍ່ພັດທະນາຊົນນະ ບົດ ແລະແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ເຂົ້າສູ່ລວງເລິກກວ່າເກົ່າໂດຍສຸມໃສ່ສືບຕໍ່ປັບປຸງ ແລະກໍ່ສ້າງພື້ນຖານໂຄງລ່າງທີ່ ຈຳເປັນພື້ນຖານປັບປຸງນະໂຍບາຍ ແລະສ້າງເງື່ອນໄຂທີ່ອຳນວຍໃຫ້ ແກ່ປະຊາຊົນຜູ້ທຸກຍາກໄດ້ເຂົ້າ ເຖິງແຫຼງທຶນຕ່າງໆຫຼາຍຂຶ້ນເພື່ອຜະລິດເປັນສິນຄ້າ ແລະສ້າງລາຍຮັບໃຫ້ແກ້ຄອບຄົວ ແລະສືບຕໍ່ປະຕິບັດວຽກງານ 3 ສ້າງໃຫ້ໝາກຜົນສູງຂຶ້ນກວ່າເກົ່າໂດຍສະເພາະສຸມໃສ່ພັດທະນາ ແລະສ້າງ 91 ຈຸດສຸມທີ່ນອນໃນ 70 ເມືອງຂອງ 18 ແຂວງ ໃນນັ້ນປະກອບມີ 20 ຈຸດສຸມຂອງສູນກາງ ແລະ 71 ຈຸດ ສຸມຂອງທ້ອງຖິ່ນສືບຕໍ່ແກ້ໄຂບັນຫາການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງທົ່ວປະເທດ.

ສຸມໃສ່ຈັດພູມລຳເນົາ ແລະບ່ອນທຳມາຫາກິນຖາວອນໃຫ້ປະຊາຊົນໃນ 145 ຈຸດສຸມທີ່ນອນໃນ 87 ເມືອງຂອງ 17 ແຂວງໃຫ້ສຳເລັດໂດຍພື້ນຖານສຸມສ້າງບ້ານໃຫຍ່ໃຫ້ກາຍເປັນເມືອງນ້ອຍໃນຊົນນະບົດໃຫ້ໄດ້ 213 ບ້ານໃນ 107 ເມືອງຂອງ 16 ແຂວງຕັ້ງ ໜ້າປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງຕາມທິດ 3 ສ້າງ ແລະຮັບປະກັນເຮັດໃຫ້ ຮາກຖານມີຄວາມສະຫງົບ-ປອດໄພ ແລະມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ.

ທັງນີ້ຈະສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫຼຸດລົງໄດ້ອີກຢ່າງໜ້ອຍ 5.580 ຄອບຄົວ ຫຼື ປະມານ 0,48% ຄືໃຫ້ຫຼຸດລົງຕ່ຳກວ່າ 70.924 ຄອບຄົວກວມ 6,09% ໃນປີ 2017 ບ້ານທຸກຍາກຫຼຸດລົງອີກ 178 ບ້ານເທົ່າກັບ 2,10% ຈາກ 1.689 ບ້ານໃຫ້ຍັງ ຫຼື ບໍ່ເກີນ 1.511 ບ້ານເທົ່າກັບ 17,85% ຂອງຈຳນວນບ້ານທັງໝົດສ້າງບ້ານພັດທະນາໃຫ້ໄດ້ຕື່ມອີກ 78 ບ້ານເທົ່າ 0,92% ຄືໃຫ້ເພີ່ມຂຶ້ນ ຈາກ 3.836 ບ້ານໃນປະຈຸບັນໃຫ້ເປັນ 3.914 ບ້ານເທົ່າ 46,54% ຂອງຈຳນວນບ້ານທັງໝົດທົ່ວປະເທດສືບຕໍ່ສ້າງບ້ານໃຫຍ່ໃຫ້ກາຍເປັນເມືອງນ້ອຍໃນປີ 2017 ໃຫ້ ໄດ້ປະມານ 36 ແຫ່ງ ຫຼື ສະເລ່ຍໃຫ້ໄດ້ແຂວງລະ 2 ຈຸດ.

ແນວໃດກໍ່ດີ ເພື່ອບັນລຸເປົ້າໝາຍດັ່ງກ່າວລັດຖະບານຕ້ອງ ການແຫຼ່ງທຶນເຂົ້າໃນການຈັດຕັ້ງປະຕິບັດປະມານ 1.375,77 ຕື້ກີບກວມເອົາ 6,29% ຂອງງົບ ປະມານການລົງທຶນລວມຂອງລັັດ 2.800 ຕື້ກີບ ໃນນັ້ນຈາກງົບປະມານພາຍໃນມີ 164,16 ຕື້ກີບ ຊຶ່ງຈະສຸມໃສ່ 20 ຈຸດສຸມຂອງລັດຖະບານ 28,8 ຕື້ກີບ, ທຶນສຸມໃສ 71 ຈຸດສຸມຂອງທ້ອງຖິ່ນ 75 ຕື້ກີບ, ທຶນສຸມໃສ່ 145 ຈຸດສຸມຈັດ ສັນພູມລຳເນົາບ່ອນທຳມາຫາກິນຂອງປະຊາຊົນ 49,36 ຕື້ ກີບ, ທຶນສົມທົບກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 11 ຕື້ກີບ; ທຶນຊ່ວຍເຫຼືອ ແລະກູ້ຢືມ 78,41 ຕື້ກີບ ແລະສິນເຊື່ອຈາກທະນາຄານນະໂຍບາຍທະນາຄານກະຊິກຳ ແລະກອງທຶນຕ່າງໆ 1.126 ຕື້ກີບ.

ຂະນະທີ່ໃນປີ 2016 ນີ້ ລັດຖະບານໄດ້ປະກາດລົບລ້າງເມືອງທຸກຍາກໄດ້ແລ້ວ 14 ເມືອງຍັງເຫຼືອ 23 ເມືອງ, ບ້ານທຸກຍາກຍັງເຫຼືອ 1,689 ບ້ານ ເທົ່າກັບ 19,95% ຄອບຄົວທຸກຍາກຫຼຸດລົງ 7.538 ຄອບຄົວຈາກ 83.856 ຄອບຄົວໃນປີ 2015 ມາເປັນ 76.318 ຄອບຄົວເທົ່າກັບ 6,56% ຂອງຄອບຄົວທັງໝົດ (ແຜນສະພາແຫ່ງຊາດຮັບຮອງ 6,11%).

ຂຽນໂດຍ: ບຸນນິກ
ຫນັງສືພິມເສດຖະກິດສັງຄົມ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...