spot_img
Homeຂ່າວການພັດທະນາລັດຊີ້ແຈງກ່ຽວກັບການຄຸ້ມຄອງ ລາຄາສິນຄ້າ ໃນທ້ອງຕະຫລາດ

ລັດຊີ້ແຈງກ່ຽວກັບການຄຸ້ມຄອງ ລາຄາສິນຄ້າ ໃນທ້ອງຕະຫລາດ

Published on

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 27 ຕຸລານີ້ ທີ່ສະພາແຫ່ງຊາດ ກ່ຽວກັບຄຳຊັກຖາມ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບຄື: ຜົນກະທົບຈາກ ການເໜັງຕີງ (ຂຶ້ນ-ລົງ) ລາຄາສິນຄ້າ ໃນທ້ອງຕະຫລາດ ເປັນຕົ້ນ ລາຄາເຂົ້າ, ຊີ້ນ,ປາ ຢາປົວພະຍາດແພງ ມີຜົນກະທົບຕໍ່ການ ດຳລົງຊີວິດຂອງທະຫານ, ຕຳຫລວດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນ.
ທ່ານນາງ ເຂັມມະນີ ພົນເສນາ ກ່າວວ່າ: ກ່ຽວການຄຸ້ມຄອງ ລາຄາສິນຄ້າ ແລະ ຄ່າບໍລິການຢູ່ ສປປ ລາວ ແມ່ນຖືກກຳນົດ ດ້ວຍກົນໄກຕະຫລາດ ທີ່ມີການຄຸ້ມຄອງ ດັດສົມຂອງລັດ; ລັດເຄົາລົບສິດໃນການກຳນົດລາຄາ ແລະ ການແຂ່ງຂັນ ດ້ານລາຄາ ຂອງຜູ້ດຳເນີນທຸລະກິດ ຕາມລະບຽບກົດໝາຍ; ລັດນຳໃຊ້ມາດຕະການ ໃນການຄຸ້ມຄອງລາຄາ ຕາມຄວາມຈຳເປັນ ບົນພື້ນຖານຫລັກການ ບໍ່ຈຳແນກປະຕິບັດ ແລະ ຄວາມໂປ່ງໃສ, ໂດຍອີງໃສ່ມາດຕະການ ຄວບຄຸມລາຄາ ແລະ ມາດຕະການຕິດຕາມ ການເໜັງຕີງຂອງລາຄາ. ເຊິ່ງໄດ້ກຳນົດໂຄງປະກອບ ຂອງລາຄາເຊັ່ນ: ນ້ຳມັນເຊື້ອໄຟ, ຊີ້ນໝູ, ປາ ແລະ ກຳນົດລາຄາສູງສຸດ, ລາຄາຕ່ຳສຸດ ຫລື ຂອບເຂດລາຄາ ເຊັ່ນ ເຂົ້າເປືອກ (ນາປີ, ນາແຊງ), ມາດຕະການດັ່ງກ່າວ ໄດ້ຊ່ວຍໃຫ້ການ ເກັບຊື້ເຂົ້ານຳຜູ້ຜະລິດ (ຊາວນາ) ບໍ່ຖືກເອົາລັດ ເອົາປຽບດ້ານລາຄາ ຈາກຜູ້ເກັບຊື້ເຂົ້າ ຄືໄລຍະທີ່ຜ່ານມາ, ຍ້ອນລັດ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ຕິດຕາມການເໜັງຕີງ ຂອງລາຄາສິນຄ້າ ສະເພາະ ຂະແໜງອຸດສາຫະກຳ ແລະ ການຄ້າ ແມ່ນເກັບກຳສະພາບ ແລະ ຕິດຕາມການເໜັງຕີງ ຂອງລາຄາຢ່າງໃກ້ຊິດ, ປະຕິບັດການ ລາຍງານປະຈຳອາທິດ ແລະ ປະຈຳເດືອນ ໃຫ້ຮູ້ໄດ້ສາເຫດການ ເໜັງຕີງຂອງລາຄາ ເພື່ອແກ້ໄຂບັນຫາ ໃຫ້ທັນກັບສະພາບການ ແລະ ຖ້າເປັນສິນຄ້າທີ່ຈຳເປັນ ມີຜົນກະທົບແຮງຕໍ່ສັງຄົມ ກໍສາມາດສະເໜີໃຫ້້ໄປຢູ່ ໃນລາຍການສິນຄ້າຄວບຄຸມໄດ້.
ເພື່ອຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ, ກົມການຄ້າພາຍໃນ ໄດ້ສ້າງລະບົບເຄື່ອຂ່າຍ ຕິດຕາມລາ ຄາສິນຄ້າ, ນັບແຕ່ກະຊວງ ຮອດຂັ້ນແຂວງ, ນະຄອນຫລວງ ແລະ ເມືອງໃນທົ່ວປະເທດ; ພ້ອມທັງຕິດຕາມ ແລະ ສົມທຽບລາຄາສິນຄ້າ ແລະ ຄ່າບໍລິການກັບບັນດາ ປະເທດອ້ອມຂ້າງເປັນຕົ້ນ ສສ ຫວຽດນາມ, ສປ ຈີນ ແລະ ໄທ. ເພື່ອໃຫ້ໜ່ວຍງານກ່ຽວຂ້ອງ ເປັນເຈົ້າການ ແລະ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃຫ້ຫັນເຂົ້າສູ່ລະບຽບການ ບົນພື້ນຖານ ປະເພດສິນຄ້າ ແລະ ບໍລິການໃດ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງແຕ່ລະຂະແໜງການໃດ ກໍແມ່ນຂະແໜງການນັ້ນ ເປັນຜູ້ຮັບຜິດຊອບ ບໍ່ວ່າຈະເປັນສິນຄ້າ ຜະລິດພາຍໃນປະເທດ ແລະ ສິນຄ້ານຳເຂົ້າ ກໍຕ້ອງມີການຄຸ້ມຄອງ ນັບແຕ່ຂອດຜະລິດ, ນຳເຂົ້າ, ຂາຍຍົກ ແລະ ຂາຍຍ່ອຍ ເພື່ອເປັນການປົກປ້ອງ ຜົນປະໂຫຍດຂອງຜູ້ປະກອບການ ໃຫ້ສາມາດຢູ່ໄດ້ ມີກຳໄລ ທີ່ສົມເຫດສົມຜົນ ແລະ ຜູ້ຊົມໃຊ້ໃຫ້ໄດ້ຊົມໃຊ້ສິນຄ້າ ແລະ ການບໍລິການ ທີ່ມີຄຸນນະພາບ ດ້ວຍລາຄາທີ່ສົມເຫດສົມຜົນ, ເຮັດໃຫ້ທົ່ວສັງຄົມ ມີຄວາມສະຫງົບ ແລະ ທັງເປັນການ ປົກປ້ອງຜົນປະໂຫຍດຂອງລັດ; ຂອງລວມໝູ່ ແລະ ຂອປະຊາຊົນ.
ທ່ານນາງ ເຂັມມະນີ ພົນເສນາ ກ່າວຕື່ມວ່າ: ສຳລັບລາຄາສິນຄ້າ ໃນທ້ອງຕະຫລາດ ແມ່ນມີຄວາມສະຫງົບ, ໂດຍສະເພາະ ໃນໄລຍະເທດສະການ ແລະ ງານບຸນປະເພນີ ສຳຄັນຕ່າງໆ, ລາຄາມີການ ເໜັງຕີງຕາມກົນໄກຕະຫລາດ ແລະ ຕາມລະດູການ ທີ່ສາມາດຄວບຄຸມໄດ້ ປະກອບສ່ວນ ໃນການສ້າງສະຖຽນລະພາບ ທາງດ້ານອັດຕາເງິນເຟີ້ ຢູ່ໃນລະດັບທີ່ດີສົມຄວນ ນັບຕັ້ງແຕ່ປະເທດເຮົາ ໄດ້ນຳໃຊ້ນະໂຍບາຍ ເສດຖະກິດຕະຫລາດເປັນຕົ້ນມາ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຮັດໃຫ້ລະບົບເສດຖະກິດ ມີສະຖຽນລະພາບ, ສິນຄ້າ ແລະ ຄ່າບໍລິການ ສ່ວນຫລາຍໄດ້ມີການກຳນົດເປັນເງິນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...