spot_img
Homeຂ່າວພາຍ​ໃນສົງໄສ 24 ບໍລິສັດ ເຄື່ອນໄຫວລະດົມທຶນຜິດກົດໝາຍ

ສົງໄສ 24 ບໍລິສັດ ເຄື່ອນໄຫວລະດົມທຶນຜິດກົດໝາຍ

Published on

      ປະຈຸບັນ ສະຖາບັນການເງິນທີ່ ເຄື່ອນໄຫວລະດົມທຶນຢູ່ນອກລະບົບປາກົດວ່າມີຫຼາຍພໍສົມຄວນ, ມີການໂຄສະນາຊວນເຊື່ອໃຫ້ລົງທຶນນໍາ ໂດຍມີຜົນ ຕອບແທນໃນອັດຕາດອກເບ້ຍທີ່ສູງຕໍ່ກັບສະພາບດັ່ງກ່າວທະນາຄານແຫ່ງ ສປປ ລາວ (ທຫລ) ຊີ້ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງ
ຊາດຊຸດທີ 8 ໃນວັນທີ 27 ຕຸລາ 2016 ຈະຕ້ອງເອົາໃຈໃສ່ປະຕິບັດໃນຫຼາຍດ້ານແຕ່ກ່ອນອື່ນພໍ່ແມ່ປະຊາຊົນທຸກຂະແໜງການທີ່ກ່ຽວຂ້ອງຕ້ອງມີສະຕິລະວັງຕົວຕໍ່ການຕວະຍວະ ຫຼື ຊວນເຊື່ອໃຫ້ເຂົ້າ ລົງທຶນນໍາບັນດາສະຖາບັນການເງິນ ເຫຼົ່ານັ້ນ.

    ທ່ານ ສົມພາວ ໄຟສິດ ຜູ້ວ່າການທະ ນາຄານແຫ່ງ ສປປ ລາວ ກ່າວວ່າ: ທະນາຄານແຫ່ງ ສປປ ລາວ ກໍໄດ້ເອົາໃຈ ໃສ່ປະຕິບັດໜ້າທີ່ຕາມພາລະບົດບາດ ໂດຍສົມທົບກັບຂະແໜງການທີ່ກ່ຽວ ຂ້ອງເອົາໃຈໃສ່ລົງຕິດຕາມເກັບກໍາ ຂໍ້ມູນ ເພື່ອແກ້ໄຂເປັນແຕ່ລະກໍລະນີ, ຊຶ່ງ ການເຄື່ອນໄຫວໃນຮູບແບບສະຖາບັນ ການເງິນທີ່ຢູ່ນອກລະບົບແມ່ນຍັງມີຫຼາຍ ແລະກະແຈກກະຈ່າຍ ຊຶ່ງບໍ່ສາມາດຄຸ້ມ ຄອງໄດ້ຢ່າງທົ່ວເຖິງ, ຈໍານວນໜຶ່ງແມ່ນ ໄດ້ຮັບອະນຸຍາດໃຫ້ຂຶ້ນທະບຽນວິສະຫະ ກິດ ຈາກກະຊວງທີ່ກ່ຽວຂ້ອງແລ້ວໄປ ເຄື່ອນໄຫວໃຫ້ບໍລິການລູກຄ້າເກີນຂອບເຂດໃບອະນຸຍາດ ໂດຍທີ່ບ່ໍໄກ້ຮັບອະນຸ ຍາດດໍາເນີນທຸລະກິດຈາກທະນາຄານ ແຫ່ງ ສປປ ລາວ.
    ຜ່ານການຕິດຕາມກວດກາບັນດາບໍ ລິສັດທີ່ສົງໃສ່ວ່າໄດ້ມີການເຄື່ອນໄຫວ ການເງິນນອກລະບົບ ຊຶ່ງແມ່ນສະຖາ ບັນທີ່ບໍ່ທັນໄດ້ຮັບອະນຸຍາດຈໍານວນ 24 ບໍລິສັດ ເນື່ອງຈາກມີການໂຄສະນາ ຊວນເຊື່ອໃຫ້ລົງທຶນນໍາ ໂດຍມີຜົນຕອບແທນໃນອັດຕາດອກເບ້ຍທີ່ສູງ (6-9% ຕໍ່ເດືອນ), ທາງທະນາຄານແຫ່ງ ສປປ ລາວ ໄດ້ມີການສົມທົບກັບກະ ຊວງອຸດສາຫະກໍາ-ການຄ້າ ແລະຕໍາ ຫຼວດເສດຖະກິດ ຊຶ່ງໃນເບື້ອງຕົ້ນມີຈໍາ ນວນ 19 ບໍລິສັດແມ່ນກະຊວງອຸດສາ ຫະກໍາ ແລະການຄ້າ ອອກໃບທະບຽນວິ ສາຫະກິດໃຫ້ເປັນບໍລິສັດທີ່ປຶກສາເພື່ອ ການລົງທຶນເທົ່ານັ້ນພາຍຫຼັງໄດ້ອອກໃບ ອະນຸຍາດແລ້ວບັນດາບໍລິສັດດັ່ງກ່າວ ໄດ້ໄປເຄື່ອນໄຫວນອກຂອບເຂດວັດຖຸ ປະສົງ ໂດຍລະດົມທຶນນໍາປະຊາຊົນເພື່ອ ຊັກຊວນລົງທຶນໃນຮຸ້ນ, ຄໍາ, ອັດຕາແລກ ປ່ຽນ, ຊື້ດິນ ແລະອື່ນໆ, ຊຶ່ງຕິດພັນກັບ ຂະແໜງການເງິນ-ທະນາຄານ, ສ່ວນ ອີກ 5 ບໍລິສັດແມ່ນບໍມີທີ່ຕັ້ງສໍານັກງານ (ລະດົມເງິນຝາກທາງເຟສບຸກຢູ່ຕ່າງປະເທດ) ແລະບໍ່ໄດ້ຮັບອະນຸຍາດຈາກ ກະຊວງອຸດສາຫະກໍາ-ການຄ້າ ແລະທະ ນາຄານແຫ່ງ ສປປ ລາວ.
    ຕໍ່ກັບສະພາບດັ່ງກ່າວ ທະນາຄານ ແຫ່ງ ສປປ ລາວຈະໄດ້ເອົາໃຈໃສ່ປະຕິ ບັດໜ້າທີ່ຕາມພາລະບົດບາດຄື: ກ່ອນ ອື່ນໝົດຮຽກຮ້ອງມາຍັງພໍ່ແມ່ປະຊາ ຊົນທຸກຂະແໜງການທີ່ກ່ຽວຂ້ອງຈົ່ງມີ ສະຕິລະວັງຕົວຕໍ່ການຕົວະຍົວະ ຫຼື ຊວນເຊື່ອໃຫ້ເຂົ້າລົງທຶນນໍາບັນດາສະຖາບັນ ການເງິນເຫຼົ່ານັ້ນ ໂດຍວ່າຈະໃຫ້ຜົນຕອບ ແທນສູງ, ພ້ອມນັ້ນຖ້າຫາກເຫັນປະກົດ ການດັ່ງກ່າວມາຂ້າງເທິງກໍແຈ້ງໃຫ້ທະນາຄານແຫ່ງ ສປປ ລາວ ເພື່ອຈະມີມາດ ຕະການແກ້ໄຂຢ່າງທັນການບໍ່ໃຫ້ສະ ພາບແຜ່ກວ້າງອອກໄປ, ພ້ອມນີ້ ທຫລ ຍັງຈະສືບຕໍ່ສົມທົບກັບພາກສ່ວນກ່ຽວ ຂ້ອງເປັນຕົ້ນແມ່ນບ່ອນທີ່ສະຖາບັນການ ເງີນດັ່ງກ່າວຕັ້ງຢູ່ ແລະເຄື່ອນໄຫວ ເພື່ອ ໃຫ້ປະຕິບັດຕາມແຈ້ງການຂອງພາກ ສ່ວນຄຸ້ມຄອງຕ່າງໆທີ່ໄດ້ປະກາດແລ້ວ ໃຫ້ເປັນຮູບປະທໍາຕົວຈິງ, ເຮັດໃຫ້ສະ ຖາບັນການເງີນດັ່ງກ່າວຕ້ອງປະຕິບັດ ລະບຽບກົດ ໝາຍຢ່າງເຂັ້ມງວດ.
   ນອກຈາກການປະສານງານ ແລະ ມີສ່ວນຮ່ວມຈາກຫຼາຍພາກສ່ວນຮ່ວມ ກັນແກ້ໄຂແລ້ວທະນາຄານກໍຈະສືບຕໍ່ປັບ ປຸງນິຕິກໍາທີ່ມີ ແລະສ້າງນິຕິກໍາທີ່ຍັງບໍ່ທັນ ມີໃຫ້ຄົບຖ້ວນພ້ອມທັງລົງເຜີຍແຜ່ເພື່ອ ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຫຼາຍຂຶ້ນ.

ຂ່າວຈາກ: ຫນັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...