ຂະແໜງກະສິກຳຂອງລາວ ບຸກບືນໃຫ້ມີບາດກ້າວໃໝ່ດ້ານຜົນເກັບກ່ຽວການຜະລິດ, ຕາມຂໍ້ມູນຮູ້ວ່າ:
ໃນປະຈຸບັນບ້ານເຮົາສາມາດຄົ້ນຄວ້າ ແລະ ມີເຕັກນິກວິຊາການ ໃນການຍົກສະມັດຖະພາບເຂົ້າໃຫ້ໄດ້ຫຼາຍ
ຂຶ້ນ ໂດຍການນຳໃຊ້ຝຸ່ນຈາກທຳມະຊາດ ແລະ ຝຸ່ນວິທະຍາສາດ ເປັນຕົວຊ່ວຍໃຫ້ໄດ້ຄາດໝາຍ 4 ໂຕນຕໍ່
ເຮັກຕາ.
ຂໍ້ມູນຂອງລັດຖະບານທີ່ ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ແຈ້ງຕໍ່
ກອງປະຊຸມສະພາໃຫ້ຮູ້ວ່າ: ນັບແຕ່ປີ 2000 ເປັນຕົ້ນມາ ສປປ ລາວ ສາມາດຜະລິດເຂົ້າໄດ້ກຸ້ມກິນມີສ່ວນ
ແຮໄວ້ ແລະ ຂາຍອອກຕາມຊາຍແດນ ຈຳນວນໜຶ່ງແມ່ນຍ້ອນມີປັດໄຈຕອບສະໜອງທີ່ດີ ໃນເວລາດຽວ
ກັນກໍຍັງມີຫຼາຍປັດໄຈທີ່ຕ້ອງເອົາໃຈໃສ່ ເປັນຕົ້ນການນຳໃຊ້ຝຸ່ນຊະນິດຕ່າງໆ (ຝຸ່ນທຳມະຊາດ ແລະ ຝຸ່ນວິ
ທະຍາສາດ) ຍັງບໍ່ທັນຖືກເຕັກນິກ, ສະແດງໃຫ້ເຫັນໃນໄລຍະຜ່ານມາ ການນຳໃຊ້ຝຸ່ນວິທະຍາສາດບໍ່ເຖິງ
10 ກິໂລຕໍ່ເຮັກຕາ (ຕາມຕົວເລກສະຖິຕິສຳຫຼວດປີ 2012-2013).
ແນວໃດກໍດີ ການຈະເຮັດໃຫ້ຜົນຜະລິດເຂົ້າເພີ່ມຂຶ້ນ ພວກເຮົາຕ້ອງໄດ້ຄົ້ນຄວ້າຮອບດ້ານ ໂດຍສະເພາະມີ
ແນວພັນປັບປຸງ, ປູກໃນເຂດດິນດີ, ມີການນຳໃຊ້ເຕັກນິກທົ່ວໄປ ແລະ ເຕັກນິກສະເພາະພ້ອມດຽວກັນນີ້
ຕ້ອງໄດ້ເອົາໃຈໃສ່ບົວລະບັດຮັກສາ.
ການປັບປຸງຄຸນນະພາບຂອງດິນໂດຍວິທີການນຳໃຊ້ຝຸ່ນຄອກ, ຝຸ່ນບົ່ມ ຫຼື ປຸ໋ຍເຄມີ ຕາມອັດຕາທີ່ເໝາະ
ສົມເຊັ່ນ: ຝຸ່ນຄອກປະມານ 5 ໂຕນຕໍ່ເຮັກຕາ ຫຼື ເທົ່າທີ່ເຮັດໄດ້ຕາມເງື່ອນໄຂຕົວຈິງຂອງທ້ອງຖິ່ນ ຫຼື ໃສ່
ຝຸ່ນວິທະຍາສາດປະມານ 100 ກິໂລຕໍ່ເຮັກຕາ, ການຮັບປະກັນທາງດ້ານນ້ຳ ແລະ ການຄວບຄຸມນ້ຳໃນເວ
ລາທີ່ເໝາະສົມ, ນຳໃຊ້ແນວພັນປັບປຸງທີ່ເໝາະສົມກັບພື້ນທີ່ ແລະ ສະພາບດິນ, ນຳໃຊ້ເຕັກນິກທີ່ເໝາະ
ສົມກັບແຕ່ລະສະພາບພື້ນທີ່ ແລະ ເງື່ອນໄຂຕົວຈິງ ເປັນຕົ້ນການນຳໃຊ້ເຕັກນິກນາຫວ່ານ, ນາຢອດ, ເຕັກ
ນິກກ້າກີບດຽວ, ນາດຳ ໂດຍການນຳໃຊ້ເຄື່ອງມື ແລະ ກົນຈັກທີ່ທັນສະໄໝແທນແຮງງານຄົນ, ຄວາມດຸໝັ່ນ
ແລະ ເອົາໃຈໃສ່ບົວລະບັດຮັກສາໃຫ້ຖືກຕ້ອງຕາມເຕັກນິກວິຊາການ ການຍົກສະມັດຖະພາບ, ການເຮັດກະ
ເສດສຸມໃສ່ກັບນະໂຍບາຍສົ່ງເສີມທີ່ເໝາະສົມ, ການຮັບປະກັນທາງດ້ານລາຄາ ແລະ ການຕະຫຼາດລວມທັງ
ການສົ່ງເສີມການເຂົ້າຮ່ວມຂອງຜູ້ປະກອບການ ຮອບດ້ານເພື່ອເປັນແຮງຈູງໃຈໃນການຜະລິດ.
ແຕ່ການຍົກຜະລິດຕະພາບຍັງເຮັດໄດ້ພຽງບາງໃນເຂດຈຸດສຸມ ແລະ ບາງທ້ອງຖິ່ນເທົ່ານັ້ນເຊັ່ນ: ນະຄອນ
ຫຼວງວຽງຈັນຢູ່ເຂດທ່າພະໜອງພົງ ໄດ້ປະມານ 5 ໂຕນຕໍ່ເຮັກຕາ, ເຂດນ້ຳຫຸມ ແລະ ນ້ຳຊ່ວງໄດ້ປະມານ 4-5
ໂຕນຕໍ່ເຮັກຕາ, ເຂດເມືອງໜອງບົກ ແລະ ມະຫາໄຊ ແຂວງຄຳມ່ວນ ໄດ້ປະມານ 5-6 ໂຕນຕໍ່ເຮັກຕາ ແລະ
ເຂດແຂວງອື່ນໆ ແຕ່ບາງເຂດ, ບາງທ້ອງຖິ່ນ ຍັງມີຂອບເຂດຈຳກັດ, ການສົ່ງເສີມຍັງບໍ່ທັນແຂງແຮງ ແລະ
ບໍ່ທັນກວ້າງຂວາງ.
ສະນັ້ນ ເພື່ອຢາກເຮັດໃຫ້ມີການຍົກ ຜະລິດຕະພາບເຂົ້າໃຫ້ຂະຫຍາຍອອກສູ່ທາງກວ້າງລັດຕ້ອງຊອກຫາຕະ
ຫຼາດເຂົ້າໃຫ້ແນ່ນອນ ພ້ອມທັງຄ້ຳປະກັນລາຄາໃຫ້ຜູ້ຜະລິດມີຜົນກຳໄລ, ຜະລິດຕາມຄວາມຕ້ອງການຕະຫຼາດ,
ຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ ໂດຍສົ່ງເສີມການນຳໃຊ້ກົນຈັກກະສິກຳຫຼຸດຜ່ອນແຮງງານ; ສ້າງຂະບວນ
ການສົ່ງເສີມການຜະລິດເຂົ້າໃຫ້ເປັນສິນຄ້າຢ່າງມີຈຸດສຸມ, ຫັນໂຄງການຊົນລະປະທານໃຫ້ເປັນ ໂຄງການຊົນ
ລະກະເສດ ເພື່ອຜະລິດເຂົ້າເປັນສິນຄ້າໝາຍຄວາມວ່າຕ້ອງລົງທຶນໃສ່ວຽກ ສົ່ງເສີມການຜະລິດ, ເອື້ອອຳນວຍ
ການຄ້າຕິດພັນກັບການກໍ່ສ້າງຊົນລະປະທານ, ເບື້ອງຕົ້ນທຶນກຳນົດເອົາເຂດທີ່ມີທ່າແຮງ, ດິນມີຄຸນນະພາບດີ,
ມີເງື່ອນໄຂໃນການນຳໃຊ້ນ້ຳສະດວກຂຶ້ນ.
ການສົ່ງເສີມຜູ້ປະກອບການ, ຜູ້ຜະລິດ, ກຸ່ມຜູ້ຜະລິດ, ກຸ່ມໂຮງສີເຂົ້າຮ່ວມໃນແຕ່ລະເຂດຈຸດສຸມ, ນອກນັ້ນ
ຕ້ອງໄດ້ສົ່ງເສີມຜູ້ປະກອບການຝຸ່ນປຸ໋ຍ ແລະ ອຸປະກອນເຄື່ອງມື, ສົ່ງເສີມໃຫ້ມີການ ຜະລິດຝຸ່ນຊີວະພາບ ແລະ
ຝຸ່ນວິທະຍາສາດ ຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ ແຕ່ໃນຄວາມເປັນຈິງບັນດາກົນຈັກ ແລະ ຝຸ່ນວິທະຍາສາດແມ່ນ
ນຳເຂົ້າຈາກຕ່າງປະເທດ ຊຶ່ງຖ້າຄິດໄລ່ຄວາມຕ້ອງການງົບປະມານໃນການຊື້ຝຸ່ນປຸ໋ຍ ເພື່ອນຳໃຊ້ເຂົ້າໃນການຜະ
ລິດໃນແຕ່ລະປີ ປະມານ 24 ຕື້ກີບ ແຕ່ນັ້ນກໍບໍ່ພຽງພໍກັບຄວາມຕ້ອງການຕົວຈິງ, ພ້ອມດຽວກັນຕ້ອງກຳນົດ
ນະໂຍບາຍເສດຖະກິດຊຸກຍູ້ການຜະລິດສິນຄ້າ ເພື່ຶອເຮັດໃຫ້ເຂົ້າຂອງລາວມີຄວາມສາມາດແຂ່ງຂັນໄດ້, ມີຄຸນນະ
ພາບດີ, ມີຕົ້ນທຶນການຜະລິດຕ່ຳ ເປັນຕົ້ນແມ່ນດອກເບ້ຍເງິນກູ້ທີ່ເໝາະສົມລວມເຖິງການກຳນົດລາຄາ ກະ
ແສໄຟຟ້າຊົນລະປະທານນຳ.
ບໍ່ພຽງເທົ່ານັ້ນ ລັດຍັງຕ້ອງສົ່ງເສີມໃຫ້ມີໂຮງງານຜະລິດຝຸ່ນຊີວະພາບ, ຝຸ່ນວິທະຍາສາດ, ໂຮງງານຜະລິດເຄື່ອງ
ມືອຸປະກອນຮັບໃຊ້ການຜະລິດພາຍໃນປະເທດໃຫ້ ຫຼາຍຂຶ້ນເພື່ອຕອບສະໜອງໃຫ້ແກ່ການຜະລິດ ແລະ ຫຼຸດຜ່ອນ
ການນຳເຂົ້າ ລວມທັງຫຼຸດຕົ້ນທຶນໃນການຜະລິດໃຫ້ແກ່ປະຊາຊົນອີກດ້ວຍ.
ຂອບໃຈຂ່າວຈາກ: ໜັງສືພິມເສດຖະກິດ – ສັງຄົມ