Homeຂ່າວພາຍ​ໃນລັດຈະເລີ່ມຈັດຕັ້ງປະຕິບັດ ແຜນງົບປະມານສົກປີ 2017 ຕາມປະຕິທິນເປັນປີທຳອິດ

ລັດຈະເລີ່ມຈັດຕັ້ງປະຕິບັດ ແຜນງົບປະມານສົກປີ 2017 ຕາມປະຕິທິນເປັນປີທຳອິດ

Published on

ມື້ທຳອິດຂອງວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃນນັ້ນທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກຽ່ວກັບແຜນງົບປະມານແຫ່ງລັດປະຈຳສົກປີ 2017, ຊຶ່ງເປັນປີທຳອິດທີ່ເລີ່ມ ຈັດຕັ້ງປະຕິບັດຕາມປີປະຕິທິນຄື: ເລີ່ມແຕ່ວັນທີ 1 ມັງກອນຫາວັນທີ 31 ທັນວາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ), ຊຶ່ງຂະບວນການກະກຽມໃນການສ້າງແຜນດັ່ງກ່າວເຫັນວ່າມີເວລາຈຳກັດພໍສົມຄວນ, ເນື່ອງຈາກກົດໝາຍງົບປະມານໄດ້ຮັບການຮັບຮອງໃນທ້າຍປີ 2015 ຜ່ານມາ, ເຊິ່ງການສ້າງແຜນງົບປະມານແຫ່ງລັດປີ 2017 ໃຫ້ມີລັກສະນະຕັ້ງໜ້າ ແລະ ຫັນປ່ຽນດີຂຶ້ນກວ່າເກົ່າ ດ້ວຍການສ້າງແຜນລາຍຮັບທີ່ມີຄວາມບຸກບືນ ແລະ ສູ້ຊົນສູງເຮັດໃຫ້ລາຍຮັບງົບປະມານເພີ່ມຂຶ້ນສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ, ອີງໃສ່ຄວາມອາດສາມາດຕົວຈິງ ຕາມຖານລາຍຮັບທີ່ຊັດເຈນ ແລະ ການຂຸດຄົ້ນທ່າແຮງບົ່ມຊ້ອນຂອງບັນດາຂະແໜງລາຍຮັບ, ຮັບປະກັນໃຫ້ສາມາດລະດົມທຸກແຫລ່ງລາຍຮັບເພື່ອຕອບສະໜອງໃຫ້ແກ່ແຜນລາຍຈ່າຍທີ່ຖືກຮັບຮອງ ແລະ ແກ້ໄຂສະພາບຝືດເຄືອງຂອງງົບປະມານ, ໃນການຈັດສັນແຜນລາຍຈ່າຍງົບປະມານແຫ່ງລັດ, ໂດຍອີງໃສ່ຄວາມອາດສາມາດໃນການເກັບລາຍຮັບງົບປະມານຕົວຈິງ ແລະ ທັງຮັບປະກັນສາມາດຕອບສະໜອງໃຫ້ແກ່ແຜນວຽກທີ່ສຳຄັນຂອງລັດຖະບານ ແລະ ຂອງແຕ່ລະຂະແໜງການໂດຍພື້ນຖານ, ບົນຈິດ ໃຈປະຢັດມັດທະຍັດ ແລະ ຫລຸດຜ່ອນການໃຊ້ຈ່າຍທີ່ຟູມເຟືອຍ, ພະຍາຍາມຫລຸດລາຍຈ່າຍລົງໃຫ້ສົມຄູ່ກັບລາຍຮັບ, ແຕ່ການປະຕິບັດຕົວຈິງ ກໍຍັງເປັນສິ່ງທ້າທາຍສົມຄວນ ເພາະບາງລາຍຈ່າຍແມ່ນໄດ້ມີເພດານກຳນົດໄວ້ແລ້ວ ແລະ ຍັງຈຳເປັນປະຕິບັດບັນດານະໂຍບາຍດ້ານລາຍຈ່າຍສຳຄັນຕ່າງໆທີ່ລັດ ຖະບານປະກາດໃຊ້ໄປແລ້ວ, ຊຶ່ງຈະເຮັດໃຫ້ການຂາດດຸນໃນປີ 2017ນີ້ ຍັງຈະສູງສົມຄວນ ແລະ ມີຄວາມຈຳເປັນທີ່ຈະຕ້ອງໄດ້ລະດົມແຫລ່ງດຸ່ນດ່ຽງຈາກການກູ້ຢືມ ແລະ ຈະເນັ້ນການລະດົມຈາກພາຍໃນເປັນຕົ້ນຕໍ ແລະ ຖ້າຈຳເປັນແມ່ນຕ້ອງໄດ້ລະດົມຈາກຕ່າງປະເທດເຂົ້າມາເພີ້ມຕື່ມ.

ທ່ານຮອງນາຍົກລັດຖະມົນຕີ ກ່າວຕື່ມວ່າ: ຕົວເລກຄາດໝາຍລາຍຮັບໃນສົກປີ 2017 (ລວມລາຍຮັບຈາກການຊ່ວຍເຫລືອລ້າ) ຕ້ອງສູ້ຊົນໃຫ້ໄດ້ 23.801 ຕື້ກີບ, ເທົ່າກັບ 18,53% ຂອງ GDP, ສຳລັບລາຍຮັບພາຍໃນມີຈຳນວນ 21.323 ຕື້ກີບ ເທົ່າກັບ 16,44% ຂອງ GDP, ໃນນີ້ ລາຍຮັບປົກກະຕິ ມີ 18.892 ຕື້ກີບ ແລະ ຈົດຮັບ -ຈົດຈ່າຍ ຈຳນວນ 2.400 ຕື້ກີບຄື: ລາຍຮັບສ່ວຍສາອາກອນ 10.875 ຕື້ກີບ, ເພີ່ມ ຂຶ້ນ 11,98% ຈາກສົກປີ 2015-2016; ລາຍຮັບພາສີ 6.650 ຕື້ກີບ, ເພີ່ມຂຶ້ນ 4,46%; ລາຍຮັບວິສາຫະກິດລັດລົງທຶນ 1.350 ຕື້ກີບ, ຫລຸດລົງ -31,4%; ລາຍຮັບຄຸ້ມຄອງຊັບສິນຂອງລັດ 2.441 ຕື້ກີບ, ເພີ່ມຂຶ້ນ 23,5% ແລະ ລາຍຮັບອື່ນໆ 7,11 ຕື້ກີບ. ສ່ວນຕົວເລກຄາດໝາຍລາຍຈ່າຍງົບປະມານປີ 2017 ບໍ່ເກີນ 32.262 ຕື້ກີບ, ເທົ່າກັບ 24,88% ຂອງ GDP, ທຽບໃສ່ຄາດຄະເນປະຕິບັດສົກປີ 2015-2016 ເພີ່ມຂຶ້ນ 7% ຄື: ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນ 10.500 ຕື້ກີບ, ເພີ່ມຂຶ້ນ 14,75% ຈາກສົກປີຜ່ານມາ; ເງິນນະໂຍບາຍ 1.700 ຕື້ກີບ, ເພີ່ມຂຶ້ນ 12,6%; ເງິນບໍລິຫານ ແລະ ຊື້ໃໝ່ 2.800 ຕື້ກີບ, ເພີ່ມຂຶ້ນ 1,52%; ເງິນດັດສົມ ແລະ ສົ່ງເສີມ 1.580 ຕື້ກີບ, ທຽບເທົ່າກັບປີຜ່ານມາ, ນອກນີ້ ຍັງມີລາຍຈ່າຍຊຳລະໜີ້ສິນ: 1.897 ຕື້ກີບ, ໃນນັ້ນ ຊຳລະໜີ້ສິນຕ່າງປະເທດ 1.320 ຕື້ກີບ; ຊຳລະໜີ້ສິນພາຍໃນ 561 ຕື້ກີບ; ລາຍຈ່າຍລົງທຶນພາຍໃນ: 5.323 ຕື້ກີບ, ໃນນັ້ນ ລົງທຶນປົກກະຕິ 3.300 ຕື້ກີບ; ລົງທຶນອື່ນໆ 2.023 ຕື້ກີບ (ໃນນີ້ມີທາງລົດໄຟລາວ-ຈີນ 543 ຕື້ກີບ) ແລະ ແຫລ່ງດຸນດ່ຽງທັງໝົດ 8.461 ຕື້ກີບ ເທົ່າກັບ 6,52% ຂອງ GDP (ອີງຕາມຕົວເລກຄາດຄະເນ GDP ຂອງກະຊວງແຜນການ ແລະ ການລົງທຶນ 129.683 ຕື້ກີບ).

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...