spot_img
Homeຂ່າວພາຍ​ໃນອັດຕາເພີ່ມຂຶ້ນຂອງປະຊາກອນລາວມີທ່າອຽງຫຼຸດລົງ

ອັດຕາເພີ່ມຂຶ້ນຂອງປະຊາກອນລາວມີທ່າອຽງຫຼຸດລົງ

Published on

ອີງຕາມຜົນຂອງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ IV ປີ 2015 ເຫັນວ່າອັດຕາການເພີ່ມຂຶ້ນ ຂອງປະຊາກອນລາວໃນຂອບເຂດທົ່ວ ປະເທດ ໂດຍລວມແລ້ວມີທ່າອຫຽງຫຼຸດລົງຫຼາຍສົມຄວນເມື່ອທຽບກັບ 10 ປີ ກ່ອນຈາກ 2,08% ໃນປີ 2005 ມາເປັນ 1,48% ໃນປີ 2015 ຊຶ່ງການລາຍງານຄັ້ງນີ້ແມ່ນໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2016 ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ ກຽດເຂົ້າຮ່ວມ ແລະເປັນປະທານຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະ ຊວງແຜນການ ແລະການລົງທຶນ ພ້ອມນັ້ນກໍຍັງມີບັນດາທ່ານລັດຖະມົນຕີ, ຮອງ ລັດຖະມົນຕີ, ທ່ານເຈົ້າແຂວງ, ຮອງເຈົ້າ ແຂວງ ແລະຜູ້ຕາງໜ້າອົງການສາກົນ, ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸພັນ ແກ້ວມີໄຊ ໄດ້ກ່າວວ່າ: ການສຳຫຼວດພົນລະເມືອງແລະທີ່ຢູ່ອາໄສທົ່ວປະເທດແມ່ນການສຳ ຫຼວດໜຶ່ງທີ່ມີຄວາມສຳຄັນ ແລະຈຳເປັນ ຕ້ອງໄດ້ຈັດຕັ້ງປະຕິບັດສຳລັບບັນດາປະເທດທີ່ຢູ່ໃນພາກພື້ນ ແລະສາກົນໃນທຸກໆ 10 ປີ ຕາມຫຼັກການຂອງຂະແໜງສະຖິ ຕິຂອງອົງການສະຫະປະຊາຊາດ ແລະ ສປປ ລາວ ກໍໄດ້ຈັດຕັ້ງປະຕິບັດມາແລ້ວ 4 ຄັ້ງ ນັບແຕ່ປີ 1985 ຈົນເຖິງປີ 2015 ຊຶ່ງຫາກໍຈົບໄປ, ດັ່ງນັ້ນ ໃນກອງປະຊຸມ ເທື່ອນີ້ແມ່ນເພື່ອເຜີຍແຜ່ຜົນສຸດທ້າຍ ຂອງການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ IV ປີ 2015 ໂດຍຜົນດັ່ງກ່າວແມ່ນສຸດທີ່ມີຄວາມສຳຄັນ ແລະເປັນປະໂຫຍດໃຫ້ແກ່ລັດຖະບານ, ອົງການຈັດຕັ້ງສາກົນກໍຄືຜູ້ນຳໃຊ້ ຂໍ້ມູນຕ່າງໆ.

ຜົນການສຳຫຼວດຄັ້ງນີ້ຈະສະໜອງ ໄດ້ບັນດາຂໍ້ມູນທີ່ຫຼາກຫຼາຍ ແລະເປັນອັນ ລະອຽດໃນລະດັບແຂວງ ແລະເມືອງ, ເປັນຕົ້ນຂໍ້ມູນທີ່ສຳຄັນກ່ຽວກັບຄຸນລັກສະນະທາງປະຊາກອນ, ການສຶກສາ, ການເຂົ້າເຖິງບໍລິການສາທາລະນະສຸກ, ການມີວຽກເຮັດງານທຳ, ການເຄື່ອນ ຍ້າຍຂອງພົນລະເມືອງ, ລວມທັງສະ ພາບທີ່ຢູ່ອາໄສຂອງພົນລະເມືອງ ແລະ ພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ ບັນດາຂໍ້ມູນຕ່າງໆຍັງຈະເປັນພື້ນຖານ ໃຫ້ແກ່ການສ້າງແຜນງານຕ່າງໆ, ສຳ ຄັນໄປກວ່ານັ້ນຍັງຈະເປັນບ່ອນອີງໃຫ້ແກ່ການຄຸ້ມຄອງພົນລະເມືອງ, ການ ສ້າງນະໂຍບາຍປະຊາກອນ ແລະການ ພັດທະນາທີ່ມີຄວາມດຸ່ນດ່ຽງທາງດ້ານ ການດຳລົງຊີວິດ, ການພັດທະນາມະ ນຸດໃຫ້ມີຄຸນນະພາບດີຂຶ້ນ, ສ້າງໂອກາດ ໃຫ້ປະຊາຊົນມີວຽກເຮັດງານທຳ ລວມ ທັງການແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າໃນຂອບເຂດທົ່ວປະ ເທດອີກດ້ວຍ.

ທ່ານ ສະໃໝຈັນ ບຸບຜາ ຫົວໜ້າສູນ ສະຖິຕິແຫ່ງຊາດ, ທຽມເທົ່າຮອງລັດຖະມົນຕີກ່າວວ່າ: ສຳລັບການສຳຫຼວດພົນ ລະເມືອງ ແລະທີ່ຢູ່ອາໄສຂອງລາວເຮົາໃນໄລຍະ 10 ປີຜ່ານມາ (2005-2015) ເຫັນໄດ້ວ່າການຂະຫຍາຍຕົວ ຂອງປະຊາກອນມີທ່າອ່ຽງຫຼຸດລົງຫຼາຍ ສົມຄວນເມື່ອທຽບກັບ 10 ປີຄືນຫຼັງເປັນ ຕົ້ນແມ່ນອັດຕາການເພີ່ມຂຶ້ນຂອງພົນລະ ເມືອງໃນປີ 2005 ມີ 2,08% ແຕ່ວ່າໃນ ປີ 2015 ມີພຽງແຕ່ 1,48%, ເນື່ອງ ຈາກວ່າປະຈຸບັນປະຊາກອນສ່ວນຫຼາຍ ສາມາດເຂົ້າເຖິງພື້ນຖານໂຄງລ່າງຂອງ ບ້ານເປັນຕົ້ນແມ່ນດ້ານການສຶກສາ, ສາ ທາລະນະສຸກ, ດ້ານຖະໜົນຫົນທາງ ແລະຕາຂ່າຍໄຟຟ້າກໍໄດ້ຮັບການປັບປຸງ ຂຶ້ນເລື້ອຍໆ, ສະນັ້ນ ຈິ່ງເຮັດໃຫ້ປະຊາຊົນ ໄດ້ມີເງື່ອນໄຂໃນການດຳລົງຊີວິດດີຂຶ້ນ, ມີການຄຸມກຳເນີດ ຊຶ່ງສົ່ງຜົນເຮັດໃຫ້ອັດ ຕາການເກີດໜ້ອຍລົງ ແລະມີແນວໂນ້ມ ການເປັນຄົວເຮືອນນ້ອຍ, ພ້ອມກັນນັ້ນ ດ້ານອັດຕາການຕາຍກໍຄ່ອຍໆຫຼຸດລົງ, ແຕ່ໃນຂະນະດຽວກັນອາຍຸຍືນສະເລ່ຍກໍຄ່ອຍໆເພີ່ມຂຶ້ນເຊັ່ນກັນ.

ຜົນຂອງການສຳຫຼວດໃນເທື່ອນີ້ ຍັງເຫັນວ່າປະຈຸບັນພົນລະເມືອງລາວ ປະມານ 45% ແມ່ນອາໄສຢູ່ 4 ແຂວງ ໃຫຍ່ຄືສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ຈຳປາສັກ ແລະຫຼວງພະບາງ ຕາມລຳດັບ ແຕ່ວ່າອີກຈຸດໜຶ່ງທີ່ເຫັນໄດ້ຢ່າງຈະແຈ້ງແມ່ນການປ່ຽນແປງຂອງ ບ້ານໂດຍມີການຈັດສັນ, ໂຮມບ້ານ ແລະ ຍຸບບ້ານໃຫ້ແທດເໝາະກັບການຄຸ້ມຄອງ ບໍລິຫານໃນແຕ່ລະເມືອງ ແລະແຂວງ ຊຶ່ງສະແດງໃຫ້ເຫັນຈຳນວນບ້ານໄດ້ຫຼຸດລົງຈາກ 10.552 ບ້ານໃນປີ 2005 ມາເປັນ 8.500 ບ້ານ ໃນປີ 2015, ສ່ວນຈຳນວນພົນລະເມືອງມີທັງໝົດ 6.492.228 ຄົນ ໃນນັ້ນ ມີແມ່ຍິງ 3.237.227 ຄົນ.

ຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...