spot_img
Homeປະເພນີ-ວັດທະນະທຳປະຫວັດຄວາມເປັນມາຂອງການຢາດນໍ້າ

ປະຫວັດຄວາມເປັນມາຂອງການຢາດນໍ້າ

Published on

ການຢາດນໍ້ານີ້ບໍ່ແມ່ນວ່າມີສະເພາະແຕ່ໃນສະໄໝເຮົາປະຈຸບັນນີ້ດອກແຕ່ເປັນທໍານຽມປະຕິບັດຂອງສາສະໜາ ພຣາມທີ່ໄດ້ກະທໍາກັນມາຕັ້ງແຕ່ຄັ້ງສະໄໝພຸດທະການພຸ້ນ ນັບວ່າເປັນເວລາຫຼາຍພັນປີມາແລ້ວ ຕໍ່ມາກໍ່ໄດ້ມີການປະຍຸກເຂົ້າມາປະຕິບັດກັນໃນພຸດທະສາສະໜາ ແລະ ໄດ້ສືບທອດຕາມໆກັນມາຈົນທຸກວັນນີ້, ການຢາດນໍ້າເຖີງວ່າຈະບໍ່ແມ່ນຄໍາສອນຫຼືຂໍ້ບັນຍັດທາງສາສະໜາກໍ່ຕາມແຕ່ມັນເປັນທໍານຽມການປະຕິບັດຂອງຊາວພຸດເພື່ອເປັນນິມິດໝາຍບົງບອກເຖີງການເສຍສະຫຼະວັດຖຸບາງຢ່າງທີ່ຕົນມີເພື່ອທອດທານໃຫ້ເປັນກໍາມະສິດຂອງບຸກຄົນໃດໜື່ງຮັບວັດຖຸນັ້ນເປັນເຈົ້າຂອງສືບຕໍ່ໄປ ແລະ ນໍ້າຢາດຍັງໄດ້ສະແດງເຖີງນໍ້າໃຈອັນບໍລິສຸດຂອງຜູ້ທີ່ໃຫ້ທານທີ່ມີຄວາມເສຍສະຫຼະສູງໃນການໃຫ້ວັດຖຸເລົ່ານັ້ນອີກດ້ວຍ.

ໃນຄໍາພີພຣະເຫວດໄດ້ກ່າວເຖີງຊາດຂອງພຣະພຸດທະເຈົ້າຄືຊາດທີ ໑໐ ຊື່ງເປັນຊາດສຸດທ້າຍທີ່ໄດ້ບໍາເພັນຕົນເປັນພຣະໂພທິສັດເປັນພຣະເຫວດສັນດອນຖືສີນເປັນພຣະລືສີເຂົ້າປ່າຕັ້ງໝັ້ນໃນກຸສົນລະທໍາໂດຍຖືສັດຈະປາລະມີ ແລະ ທານະປາລະມີ ມຸ້ງໝັ້ນໃນສັດຈະທໍາເປັນຕົ້ນວ່າ ສັຈຈະປາລະມີຄື: ມີຄວາມຊື່ສັດ ຄວາມຈິງໃຈທ່ຽງທໍາບໍ່ເວົ້າຫຼອກລວງບໍ່ມີມານຍາ ເວົ້າແທ້ທໍາຈິງ ແລະ ທານະປາລະມີຄື: ມີຄວາມມຸ້ງໝັ້ນໃນການຂົນຂວາຍໃຫ້ທານໂດຍບໍ່ເລືອກບຸກຄົນສະຖານທີ່ເມືອໂອກາດມາເຖີງແລ້ວໃຫ້ໄດ້ໝົດຢ່າງບໍ່ຄໍານຶງເຖີງຊີວິດຂອງຕົນເອງ, ຫຼາຍຄັ້ງຕໍ່ຫົນທີ່ພຣະເຫວດສັນດອນໄດ້ຂົນຂວາຍໃຫ້ທານດ້ວຍເຂົ້ານໍ້າໂພຊະນະອາຫານ ເງິນທອງຂອງມີຄ່າໃຫ້ແກ່ຊາວເມືອງປະຊາຊົນຜູ້ຕົກລະກໍາລໍາບາກຍາກແຄ້ນອຶດຫິວບໍ່ມີຢູ່ມີກິນ. ໃນຄາວນັ້ນເພີ່ນຍັງຢູ່ຮ່ວມພຣະບິບາ ມານດາ ພ້ອມພັນລະຍາຮັກ ນາງມະທີ ແລະ ລູກນ້ອຍ ນາງກັນຫາ ທ້າວຊາລີ ພວກເຂົາຢູ່ຮ່ວມກັນຢ່າງອົບອຸ່ນ ມີຄວາມຜາສຸກ ລາດຊະດອນມີຄວາມຊຸ່ມເຢັນ ຈົນມື້ໜື່ງເກີດມີຄົນບາງກຸ່ມທີ່ຂາດຜົນປະໂຫຍດມີການອິດສາກັນເກີດຂື້ນບໍ່ພໍໃຈຕໍ່ການກະທໍາຂອງພຣະເຫວດສັນດອນທີ່ພະຍາຍາມຂົນຂວາຍຊ່ວຍເຫຼືອຄົນເປັນຈໍານວນມາກອ້າງວ່າຊັບສົມບັດເລົ່ານີ້ເປັນຂອງພະຍາເມືອງປະເຊໃຊ ເຫດໃດພຣະອົງຈິງຊ່ວຍເຫຼືອຄົນຕ່າງເມືອງນໍາ ແລະ ພວກເຂົາພາກັນມາເຕົ້າຮວມກັນເປັນຈໍານວນຫຼວງຫຼາຍເພື່ອທໍາການປະທວງນໍາພຣະເຈົ້າແຜນດິນ ຄືພະຍາສີສົນໄຊ ຜູ້ປົກຄອງເມືອງ ເຮັດໃຫ້ພະຍາສີສົນໄຊ ຜູ້ເປັນໃຫຍ່ບໍ່ສາມາດຄັດຄ້ານຕໍ່ຄວາມຕິຕຽນຂອງລາດຊະດອນໄດ້ຈິງໄດ້ຂັບໄລ່ ລູກຊາຍຂອງຕົນຄື ພຣະເຫວດສັນດອນໜີອອກຈາກວັງ ໃນເວລານັ້ນນາງມັດທີ ເຊີ່ງເປັນພັນລະຍາສຸດທີ່ຮັກຂອງພຣະອົງກໍ່ບໍ່ສາມາດພັດພາກອອກຈາກສາມີໄດ້ເຊັ່ນກັນ ເພາະສາຍໃຍແຫ່ງຄວາມຮັັກໄດ້ຜູກມັດກ້ຽວແໜ້ນກັນໄວ້ເປັນປຸບເພສັນນິວາທະ ຄວາມຮັກທີ່ສືບເນື່ອງມາຈາກອະດີດໄດ້ກັບມາພົບກັນອີກໃນຊາດນີ້ຈິງເຮັດໃຫ້ພວກເຂົາມີຄວາມຮັກທີ່ສວຍງາມລະຫວ່າງກັນແລະກັນ ດ້ວຍເຫດນີ້ເມື່ອ ພຣະຍາສີສົນໃຊ ຜູ້ເປັນປູ່ ຂັບໄຫຼຜົວຂອງນາງໜີ ນາງກໍ່ຂໍໄປນໍາພ້ອມທັງລູກຮັກທັງສອງ ນາງເວົ້າຕໍ່ປູ່ ຫຍ່າວ່າຈະດີຫຼືຮ້າຍຕາຍຫຼືຍັງນາງກໍ່ຂໍຕາຍດາບໜ້າບໍ່ຍອມຖີ້ມຜົວໄປຄົນດຽວຕາມລໍາພັງຈະຂໍອຸປະຖາກຮັກສາຜົວຈົນຊົ່ວສີ້ນລົມຫາຍໃຈຄັ້ງສຸດທ້າຍ. ໃນລະຫວ່າງການເດີນທາງດ້ວຍກວຽນມ້າໄດ້ປະກົດມີພຣາມທັງ ໘ ເດີນທາງມາຈາກເມືອງກະລິງກະລາດມາຂໍທານເລີຍທູນຂໍມ້າພ້ອມກວຽນຂອງພຣະອົງ ພຣະເຫວດສັນດອນກໍ່ຮັບປາກຈະໃຫ້ແລະໃນທີ່ສຸດກໍ່ໄດ້ ພຣະເຫວດສັນດອນບອກແກ່ພຣາມວ່າ ດູກອນພຣາມທ່ານທັງຫຼາຍຈົ່ງແບມືອອກມາເທີ້ນເຮົາຈະປະທານມ້າເລົ່ານີ້ໃຫ້ແກ່ພວກເຈົ້າ ເມື່ອພຣາມທັງ ໘ ແບມືອອກພຣະເຫວດກໍ່ເອົານໍ້າຢາດລົງໃສ່ມືພຣາມທັງ ໘ ນັ້ນພ້ອມເວົ້າວ່າ ຂອງເລົ່ານີ້ທີ່ຂ້າພະເຈົ້າມີ ແລະ ຂ້າພະເຈົ້າເປັນເຈົ້າຂອງມັນມາກ່ອນ ບາດນີ້ຂ້າພະອົງຂໍປະທານມອບໃຫ້ເປັນຂອງພວກເຈົ້າທັງໝົດ ນໍ້າຢາດທີ່ຂ້າພະເຈົ້າຢາດລົງນີ້ເປັນຕົວແທນໃຫ້ນໍ້າໃຈທີ່ຂ້າພະເຈົ້າມີເຈດຈໍານົງປະສົງຢາກທານໃຫ້ພວກເຈົ້າດ້ວຍຄວາມເຕັມໃຈ ຂໍໃຫ້ທ່ານທັງຫຼາຍຈົ່ງຮັບວັດຖຸເລົ່ານີ້ໄປສະເຫວີຍດ້ວຍຄວາມຜາສຸກເທີ້ນ ເມື່ອຢາດນໍ້າຈົບລົງ ພຣະເຫວດສັນດອນພ້ອມພັນລະຍາ ແລະ ລູກນ້ອຍຍ່າງລົງຈາກກວຽນແລ້ວໄປມອບໃຫ້ແກ່ພຣາມ.

ອີກຕົວຢ່າງໜື່ງ ເຊີ່ງມີກ່າວໄວ້ໃນພຣະໄຕຣປີດົກ ຄືສະໄໝພຣະພຸດທະເຈົ້າສະເດັດໄປສູ່ກຸງລາດຊະຄຶເພື່ອໄປໂຜດ ພຣະເຈົ້າພິມພິສານຕາມທີ່ພຣະເຈົ້າພິມພິສານ ເຄີຍທູນຂໍໄວວ່າຖ້າພຣະອົງໄດ້ຕັດສະຮູ້ເມື່ອໃດແລ້ວຂໍຈົ່ງກັບມາໂຜດພວກຂ້ານ້ອຍດ້ວຍເທີ້ນເມື່ອນັ້ນພຣະພຸດທະເຈົ້າກໍ່ໄດ້ໄປທໍາຕາມແລະມາເຖີງຕາມການທູນຂໍຂອງ ພຣະເຈົ້າພິມພິສານ ເກີດຄວາມປິຕິຍິນດີຢ່າງສູງເພີ່ນໄດ້ຖວາຍທີ່ ເວຣຸວັນ (ແປວ່າ ປ່າໃຜ່) ເປັນທີ່ປະທັບນັ່ງເປັນການສະແດງກິລິຍາອາການຍົກໃຫ້ເປັນປູສະນີຍະສະຖານຄືສະຖານທີ່ຖວາຍບູຊາແກ່ພຣະພຸດທະເຈົ້າ ໃນເວລາຕໍ່ມາສະຖານທີ່ນີ້ກາຍເປັນວັດຮຽກວ່າ ວັດເວຣຸວະນາຣາມ ເມືອງເກົ່າຣາຊະຄຶອະດີດເມືອງຫຼວງຂອງແຄັວນມະຄະທະ ຫຼື ລັດພິຫານ ປະເທດອິນເດຍ ໃນປະຈຸບັນນັບວ່າເປັນວັດແຫ່ງທໍາອິດໃນພຣະພຸດທະສາສະໜາ. ຄືນນັ້ນເອງ ພຣະເຈົ້າພິມພິສານ ນອນຫຼັບໄດ້ເກີດມີສຽງປະຫຼາດຈົນຫົວພອງສະຫຍອງເກົ້າໜ້າຢ້ານກວາພໍຕື່ນຮຸ່ງເຊົ້າມາພຣະອົງກໍ່ເຂົ້າເຝົ້າພຣະພຸດທະເຈົ້າເພື່ອເລົ່າເລື່ອງລາວທັງໝົດນີ້ແກ່ພຣະພຸດທະເຈົ້າຟັງ ເມື່ອນັ້ນພຣະພຸດທະເຈົ້າໄດ້ຕັດອະທິບາຍວ່າສຽງທີ່ໂຍມໄດ້ຍິນມື້ຄືນນັ້ນແມ່ນສຽງວິນຍານຂອງພວກເປດຊື່ງເປັນຍາດຂອງພຣະອົງແຕ່ຊາດກ່ອນພວກເຂົາຕາຍໄປແລ້ວບໍ່ໄດ້ໄປເກີດໄປຂານໃນໂລກໃຫມ່ຈິງມາຮ້ອງຂໍສ່ວນບຸນນໍາເພາະມື້ວານນີ້ພຣະອົງໄດ້ບໍລິຈາກທີ່ດິນເພື່ອສ້າງຖວາຍເປັນວັດແຕ່ພຣະອົງບໍ່ໄດ້ຕັ້ງຈິດອຸທິດກຸສົນໄປໃຫ້ພວກເຂົາດ້ວຍເຫດນັ້ນເຂົາຈິງມາວຸ້ນວາຍນິມິດສຽງຕ່າງໆຂື້ນມາ ດັ່ງນັ້ນພຣະອົງຈົ່ງຕັ້ງຈິດອຸທິດບຸນກຸສົນໃຫ້ພວກເຂົາເທີ້ນ. ເຊົ້າມື້ຕໍ່ມາ ພຣະເຈົ້າພິມພິສານ ຈິງໄດ້ອະຣາດທະນານິມົນພຣະພຸດທະເຈົ້າໄປຮັບບິນທະບາດຢູ່ເຮືອນເມື່ອຖວາຍພັດຕາຫານ ແລະ ຜ້າໄຕຣຈົບແລ້ວ ພຣະເຈົ້າພິມພິສານກໍ່ໄດ້ຕັ້ງຈິດອັນບໍລິສຸດນີ້ນ້ອມອຸທິດສ່ວນບຸນໃຫ້ແກ່ວິນຍານທັງຫຼາຍເລົ່ານັ້ນໂດຍມີການຢາດ ທັກສິໂນທົກ ຫຼື ຢາດນໍ້າລົງໄປດ້ວຍຄວາມຕັ້ງໃຈອັນປະກອບໄປດ້ວຍຈິດທີ່ບໍລິສຸດ ແລະ ຄວາມສະຫງົບນິ້ງຈິດຂອງພຣະເຈົ້າພິມພິສານທີ່ໄດ້ຕັ້ງໃຈກະທໍາໃນຄັ້ງນີ້ຈິງກາຍເປັນອານິສົງແຫ່ງບຸນອັນກໍ່ໃຫ້ເກີດມີພະລັງຄວາມສຸກ ຄວາມເຢືອກເຢັນໃນຈິດໃຈຂອງເປດທັງຫຼາຍເລົ່ານັ້ນພວກເຂົາໄດ້ພາກັນມາອະນຸໂມທະນາຮັບສ່ວນບຸນກຸສົນດອມພຣະເຈົ້າພິມພິສານອັນປະກອບມີ ອາຫານທິບ ຜ້າທິບ, ຮ່າງກາຍ ແລະ ຈິດໃຈຂອງພວກເຂົາມີຄວາມອີ່ມເອີບຜ່ອງໃສຢູ່ຕະຫຼອດເວລາ.

ຈາກເລື່ອງທີ່ເລົ່າມາຂ້າງຕົ້ນນັ້ນຈະເຫັນໄດ້ຢ່າງຊັດເຈນວ່ານໍ້າຢາດທີ່ເຮົາພວກເຮົາຢາດກັນທຸກວັນນີ້ຄືທໍານຽມປະຕິບັດ ແລະ ມັນແມ່ນນິມິດໝາຍອັນດີງາມອີກຢ່າງໜື່ງເຊີ່ງເປັນປິດສະໜາສອນໃຫ້ເຮົາຮູ້ຈັກວ່າບໍ່ແມ່ນຢາດນໍ້າເພື່ອຂໍຢ່າງດຽວແຕ່ຫາກແມ່ນຢາດເພື່ອໃຫ້ ຄົນບາງຄົນຍັງບໍ່ທັນເຂົ້າໃຈເລື່ອງການຢາດນໍ້າ ຄິດແຕ່ວ່າການຢາດນໍ້າຄືການອ້ອນວອນຂໍນັ້ນນີ້ຂໍໂຊກຂໍລາບຕ່າງໆນາໆ ແມແຕ່ພຣະພຸດທະເຈົ້າເພີ່ນກໍ່ຍັງບໍ່ໄດ້ຊົງບັນຍັດເລື່ອງນໍ້າຢາດໄວ້ໃນພຣະໄຕຣປີດົກ ພຣະອົງພຽງແຕ່ແນະນໍາໃຫ້ພຣະເຈົ້າພິມພິສານອຸທິດສ່ວນບຸນໃຫ້ແກ່ວິນຍານເປດຜູ້ເປັນຍາດໃນອະດີດຕະຊາດທີ່ລ່ວງລັບໄປເທົ່ານັ້ນວິທີທີ່ເພີ່ນແນະນໍານັ້ນຄືໃຫ້ທໍາຈິດໃຫ້ບໍລິສຸດແລ້ວນ້ອມອຸທິດສ່ວນບຸນກຸສົນທີ່ໄດ້ທໍາມາທາງກາຍ ວາຈາ ໃຈ ນັ້ນແຜ່ຜາຍໄປແກ່ວິນຍານຜູ້ລ່ວງລັບໄປ, ສ່ວນວ່າມີການຢາດນໍ້ານັ້ນເປັນປະເພນີທີ່ກະທໍາກັນມາແຕ່ດົນນານແລ້ວ ພຣະເຈົ້າພິມພິສານເລີຍນໍາປະເພນີນີ້ມາປະຍຸກໃຊ້ໃນການອຸທິດສ່ວນບຸນກຸສົນຂອງເພີ່ນ ຈິງກາຍເປັນທີ່ມາຂອງການຢາດນໍ້າໃນເວລາຕໍ່ມາ ແລະ ກາຍເປັນປະເພນີນິຍົມຂອງຊາວພຸດໄດ້ປະຕິບັດສືບກັນມາຈົນເທົ້າກາລະບັດນີ້.

ໂດຍ: ພຣະອາຈານ ບົວເງິນ ສຸຂທັມໂມພິຂຸ

ອ້າງອີງຈາກ ພະໄຕປິດົກ ເຫຼັ້ມທີ 26 ພະສູດຕັນຕະປິດົກ ເຫຼັ້ມ 28 ຂຸດທະກະນິກາຍ ວິມານ-ເປຕະວັດຖຸ ເຖຣະ-ເຖຣີຄາຖາ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...