spot_img
Homeຂ່າວພາຍ​ໃນທົ່ວປະເທດ ມີການລົງທຶນດ້ານແຮ່ທາດ 900 ກວ່າກິດຈະການ

ທົ່ວປະເທດ ມີການລົງທຶນດ້ານແຮ່ທາດ 900 ກວ່າກິດຈະການ

Published on

ການຂຸດຄົ້ນແຮ່ທາດຢູ່ ສປປ ລາວ ຍັງຄົງດຳເນີນຢ່າງຕໍ່ເນື່ອງເຖິງແມ່ນວ່າໄລຍະຜ່ານມາແຮ່ທາດບາງປະເພດຈະປະເຊີນກັບບັນຫາລາຄາຕົກຕໍ່າກໍຕາມ ຮອດຂະນະນີ້ທົ່ວປະເທດມີແລ້ວ 600 ກວ່າບໍລິສັດ ທີ່ກຳລັງລົງທຶນເພື່ອດຳເນີນ 900 ກວ່າກິດຈະການ ດ້ານນີ້ອັນໄດ້ປະກອບສ່ວນສ້າງລາຍຮັບຈຳນວນມະຫາສານແກ່ລັດໃນແຕ່ລະປີ.
ວັນທີ 19 ຕຸລາຜ່ານມາທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມປຶກສາຫາລືກ່ຽວ ກັບການຄຸ້ມຄອງການລົງທຶນດ້ານບໍ່ແຮ່ປະຈຳສົກປີ 2015-2016 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມນີ້ກໍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີກະຊວງ, ຮອງເຈົ້າ ແຂວງ, ຮອງເຈົ້າຄອງນະຄອນຫຼວງ, ຫົວໜ້າກົມທີ່ກ່ຽວຂ້ອງອ້ອມຂ້າງສູນ ກາງ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ຂອງແຂວງ, ນະຄອນຫຼວງຕະຫຼອດ ຮອດຜູ້ປະກອບການທຸລະກິດດ້ານບໍ່ແຮ່ ແລະຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ຄຳມະນີ ອິນ ທິລາດ ໄດ້ລາຍງານຫຍໍ້ໃຫ້ທ່ານນາຍົກ ລັດຖະມົນຕີ ແລະຜູ້ເຂົ້າຮ່ວມໄດ້ຮັບຊາບ ເຖິງສະພາບການຄຸ້ມຄອງການລົງທຶນດ້ານບໍ່ແຮ່ຢູ່ ໃນຂອບເຂດທົ່ວປະເທດໃນຜ່ານມາ ໂດຍສະເພາະສະພາບການພົ້ນເດັ່ນທີ່ເກີດຂຶ້ນ, ຄຽງຄູ່ກັນນັ້ນ, ທ່ານຍັງ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ, ປະຈຸບັນມີ ພະນັກງານ-ລັດຖະກອນ ທີ່ສັງກັດ ຂະແໜງບໍ່ແຮ່ ໂດຍກະຊວງຄຸ້ມຄອງ ໂດຍກົງມີທັງ ໝົດ 144 ຄົນ.

ດ້ານການລົງທຶນຮອດເດືອນຕຸລາ 2016 ທົ່ວປະເທດມີທັງໝົດ 657 ບໍລິ ສັດ, 942 ກິດຈະການ ນັບແຕ່ປີ 2003 ຮອດປະຈຸບັນລາຍຮັບທີ່ລັດໄດ້ຮັບຈາກ ຂະແໜງບໍ່ແຮ່ ເກືອບ 2 ຕື້ໂດລາ, ນອກ ນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນບາງຂໍ້ຫຍຸ້ງ ຍາກ ແລະຈຳກັດໃນຂະແໜງບໍ່ແຮ່ໃຫ້ຜູ້ ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບຕື່ມອີກ.

ພາຍຫຼັງໄດ້ຮັບຟັງການລາຍງານຈາກທ່ານລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ, ຂໍ້ຈຳກັດ ແລະບາງບົດຮຽນທີ່ຖອດຖອນໄດ້ຈາກການຄຸ້ມຄອງການ ລົງທຶນດ້ານບໍ່ແຮ່ຢູ່ພາຍໃນ ແລະຕ່າງປະເທດ, ຄວາມອຸດົມສົມບູນ ດ້ານຊັບພະຍາກອນແຮ່ທາດຂອງສປປ ລາວ, ຄວາມເປັນເຈົ້າການໃນການ ພັດທະນາໂຄງການຂອງບັນດານັກລົງທຶນ, ການມີສ່ວນຮ່ວມຂອງພາກສ່ວນ ຕ່າງໆໃນການຄຸ້ມຄອງການລົງທຶນ ດ້ານບໍ່ແຮ່, ບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໃນຂົງເຂດວຽກງານບໍ່ແຮ່, ບາງທິດທາງໃນການກຳນົດ ແລະປັບປຸງນະໂຍບາຍ ການຄຸ້ມຄອງວຽກງານບໍ່ແຮ່ ໂດຍສະເພາະແມ່ນສືບຕໍ່ຢຸດຕິການອະນຸຍາດ ໂຄງການລົງທຶນໃໝ່ໃນທຸລະກິດດ້ານ ບໍ່ແຮ່ ແລະອື່ນໆ.

ໄປພ້ອມໆກັນນັ້ນທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີຄຳເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ແລະຂະແໜງບໍ່ແຮ່ເອົາໃຈໃສ່ຕື່ມບາງບັນຫາເປັນຕົ້ນໃຫ້ສືບຕໍ່ຄົ້ນຄວ້າ ແລະປຶກສາຫາລືຮ່ວມກັບບັນດາ   ນັກລົງທຶນ ໂດຍສະເພາະແມ່ນບັນດາໂຄງການ ທີ່ບໍ່ມີປະສິດທິຜົນເທົ່າທີ່ຄວນ ເພື່ອຫາທາງອອກທີ່ເໝາະສົມ ແລະມີຄວາມຍຸຕິທຳແກ່ທຸກຝ່າຍ, ໃຫ້ຄົ້ນຄວ້າກຳນົດແຜນສ້າງການຈັດຕັ້ງໃດໜຶ່ງຂຶ້ນມາ ເພື່ອເຮັດໜ້າທີ່ສຳຫຼວດເກັບກຳຂໍ້ມູນທັງໝົດທາງດ້ານແຮ່ທາດທີ່ມີຢູ່ໃນ ສປປ ລາວ (ສາມາດຮູ້ທັງປະລິມານ ແລະຄຸນນະພາບ) ໃນນັ້ນເບື້ອງຕົ້ນອາດຮ່ວມມືເຮັດ ຮ່ວມກັບຊ່ຽວຊານສະເພາະດ້ານຈາກຕ່າງປະເທດທີ່ມີບົດຮຽນ ແລະປະສົບການມາກ່ອນ ເພື່ອພວກເຮົາຈະໄດ້ເຂັ້ມແຂງໃນອະນາຄົດ, ກ່ອນຈະຂຸດຄົ້ນແຮ່ທາດຊະນິດໃດກໍຕາມທ່ານນາຍົກເນັ້ນວ່າຕ້ອງມີການພິຈາລະນາ ແລະໄລ່ລຽງຜົນໄດ້ ຜົນເສຍໃຫ້ລະອຽດຖີ່ຖ້ວນຄັກແນ່, ອັນໃດຄວນຂຸດຄົ້ນມານຳໃຊ້, ອັນໃດຄວນປົກປັກຮັກສາໄວ້ເປັນມູນມໍລະດົກແກ່ລຸ້ນລູກລຸ້ນຫຼານ ພ້ອມນັ້ນ ການລົງທຶນກໍ່ຕ້ອງເລືອກສະເພາະການລົງທຶນທີ່ມີປະສິດທິຜົນ, ນັກລົງທຶນມີປະສົບການ, ມີທຶນຮອນ, ມີເຕັກນິກທີ່ທັນສະໄໝ ແລະມີຄວາມຈິງໃຈພັດທະນາແທ້, ປັບປຸງກົນໄກການບໍລິຫານ ແລະຄຸ້ມຄອງວຽກງານບໍ່ແຮ່ທຸກຂັ້ນໃຫ້ຄ່ອງແຄ້ວ, ບໍ່ມີຊ່ອງຫວ່າງ, ໂປ່ງໃສ, ລະອຽດຈະແຈ້ງ, ມີປະສິດທິຜົນ, ເກີດປະໂຫຍດສູງສຸດແກ່ປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ.

ບັນດາແຮ່ທາດທີ່ລັດບໍ່ອະນຸຍາດໃຫ້ ຊອກຄົ້ນ ແລະສຳຫຼວດສຳລັບໂຄງການ ລົງທຶນໃໝ່ ທີ່ໄດ້ປະຕິບັດມາແຕ່ກາງປີ 2012 ປະກອບມີ: ຄຳຂາວ, ຄຳ, ເງິນ, ທອງ, ເຫຼັກ, ຊືນ, ສັງກະສີ, ອາລູມີຍົມ, ກົ່ວ, ອັງຕີມອນ, ເບລ່ຽມ, ນີແກນ, ໂຄບາ, ແກ້ວປະເສີດ, ເກືອກາລີ, ເກືອມາ ເຢຊຽມ ແລະຫີນກາວ ນອກນັ້ນການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ເທິງໜ້າດິນ ແລະ ຕາມຫ້ວຍນ້ຳລຳເຊໃນຂອບເຂດທົ່ວປະເທດກໍຫ້າມເຊັ່ນດຽວກັນ.
ຂ່າວ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...