Homeຂ່າວເຫດການຮ່ວມແຮງສັດທາກັນ ເພື່ອປະຕິສັງຂອນພະທາດຫລວງວຽງຈັນ ໃຫ້ຮຸ່ງເຮືອງງົດງາມ

ຮ່ວມແຮງສັດທາກັນ ເພື່ອປະຕິສັງຂອນພະທາດຫລວງວຽງຈັນ ໃຫ້ຮຸ່ງເຮືອງງົດງາມ

Published on

ພາຍຫລັງໄດ້ສໍາເລັດພິທີຫລອມຄໍາໂອບຍອດພະທາດຫລວງວຽງຈັນເມື່ອຕົ້ນເດືອນຕຸລານີ້, ໂດຍມີທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ພ້ອມປະຊາຊົນບັນດາເຜົ່າ, ກໍຄືຊາວນະຄອນຫລວງວຽງຈັນເຂົ້າຮ່ວມພິທີສໍາຄັນດັ່ງກ່າວຢ່າງຫລວງຫລາຍ. ຍ້ອນເປັນວຽກສໍາຄັນຍິ່ງຂອງການປະຕິສັງ ຂອນພະທາດຫລວງວຽງຈັນຄັ້ງນີ້.                     ກົມວິຈິດສີນກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: 450 ປີກ່ອນນີ້, ດິນແດນອານາຈັກລາວລ້ານຊ້າງພາຍໃຕ້ການປົກຄອງຂອງພະເຈົ້າໄຊຍະເສດຖາທິລາດແມ່ນມີຄວາມຮຸ່ງເຮືອງທາງດ້ານສະຖາປະຕິມາກໍາວັດທະນາທໍາອັນງົດງາມ ແລະ ພະທາດຫລວງວຽງຈັນກໍແມ່ນສະຖາປະຕິມາກໍາອັນໂດດເດັ່ນທີ່ໄດ້ສ້າງຂຶ້ນເພື່ອເປັນສູນລວມຈິດໃຈແຫ່ງຄວາມສາມັກຄີ, ເປັນບ່ອນສັກກະລະບູຊາເຄົາລົບນັບຖືຂອງປະຊາຊົນລາວ ແລະ ທັງເປັນເອກະລັກດ້ານວັດທະນາທໍາທີ່ງົດງາມແຕ່ສະໄໝອານາຈັກລາວລ້ານຊ້າງ. ນັບແຕ່ພະທາດຫລວງຖືກສ້າງຂຶ້ນແມ່ນເຄີຍໄດ້ຮັບການບູລະນະປະຕິສັງຂອນມາແລ້ວສອງຄັ້ງຄືໃນປີ 1900 ແລະ 1920 ວັດຖຸທີ່ນໍາໃຊ້ເຂົ້າໃນ ການກໍ່ສ້າງ ແລະ ປະຕິສັງຂອນໄລຍະນັ້ນສ່ວນຫລາຍມາຈາກທໍາມະຊາດ, ຄຸນນະພາບກໍບໍ່ຄົງທົນຈຶ່ງເຮັດພະທາດຫລວງເກີດການຊຸດໂຊມເປ່ເພໄປຕາມການເວລາ ແລະ ເນື່ອງຈາກວ່າພະທາດດັ່ງກ່າວເປັນສູນລວມຈິດໃຈ, ເປັນບ່ອນສັກກະລະບູຊາຂອງປະຊາຊົນລາວທັງຊາດ, ພັກ ແລະ ລັດຖະບານຈຶ່ງເຫັນໄດ້ຄວາມສໍາຄັນໃນການປົກປັກຮັກສາແຫລ່ງມູນມໍລະດົກດ້ານວັດທະນາທໍາອັນລໍ້າຄ່າຂອງຊາດໃຫ້ຢູ່ຄູ່ປະຊາຊົນ ແລະ ປະເທດຊາດຊົ່ວກະລານານ, ຈຶ່ງໄດ້ອະນຸມັດໃຫ້ມີໂຄງການປະຕິສັງຂອນພະທາດຫລວງຄັ້ງໃຫຍ່ໃນປີ 2016 ນີ້ ເພື່ອຕ້ອນຮັບການສະເຫລີມສະຫລອງວັນສ້າງຕັ້ງພະທາດຫລວງຄົບຮອບ 450 ທີ່ຈະຈັດຂຶ້ນໃນເດືອນພະຈິກນີ້ໃຫ້ດໍາເນີນໄປດ້ວຍບັນຍາກາດຄືກຄື້ນຕາມຮີດຄອງປະເພນີອັນດີງາມຂອງຊາດ ແລະ ອັນພິເສດແມ່ນມີປະຊາຊົນຜູ້ມີຈິດໃຈໃສສັດທາໄດ້ປະກອບສ່ວນບໍລິຈາກເປັນເງິນ, ຄໍາ ແລະ ວັດຖຸປັດໃຈຕ່າງໆແລ້ວເປັນຈໍານວນຫລາຍຄືດັ່ງຄະນະກໍາມະການປະ ຕິສັງຂອນພະທາດຫລວງໄດ້ລາຍງານໃນພິທີຫລອມຄໍາໂອບພະທາດວ່າ: ມີຄໍາຈໍານວນ 11 ກິໂລ, 24 ບາດ, 3 ສະຫລຶງ ແລະ 5 ຫູນ, ເງິນຈໍານວນ 167 ລ້ານກວ່າກີບ, 2 ລ້ານກວ່າບາດ (ສະກຸນເງິນໄທ), 345 ໂດລາສະຫະລັດ ແລະ 500 ຢວນ (ສະກຸນເງິນຈີນ), ແນວໃດກໍຕາມຈໍານວນເງິນ ຫລື ວັດຖຸທີ່ໄດ້ຮັບບໍລິຈາກນີ້ກໍຍັງບໍ່ພຽງພໍກັບຄວາມຕ້ອງການຕົວຈິງເພື່ອປະຕິບັດໜ້າວຽກສໍາຄັນຄື: ໂອບຄໍາໃສ່ຈອມພະທາດ, ໂບກຮອຍແຕກແຫງ ແລະ ປົວແປງຫໍໄຫວທັງ 4 ເບື້ອງ, ທາສີຄໍາອົງພະ ທາດໃຫຍ່-ນ້ອຍສາມສີບລູກ, ພະທາດສີທໍາມະຫາຍໂສກ ແລະ ສ້ອມແປງຫລັງຄາກົມມະລຽນ, ສ້ອມ ແປງປະຕູໃຫຍ່ 4 ເບື້ອງ, ປັບປຸງພື້ນ, ຮ່ອງນໍ້າ, ລະບຽງ ແລະ ລະບົບໄຟຟ້າຄືນໃໝ່, ຊຶ່ງເຫັນວ່າມີຄວາມຕ້ອງການງົບປະມານຫລາຍກວ່າ 15 ຕື້ກີບ.
ກົມດັ່ງກ່າວໃຫ້ຮູ້ວ່າ: ປະຊາຊົນລາວແມ່ນມີຄວາມເຄົາລົບນັບຖື ແລະ ສັດທາຕໍ່ພຸດທະສາດສະໜາດ້ວຍດີສະເໝີມາ, ໂດຍສະເພາະພະທາດຫລວງທີ່ເປັນມໍລະດົກ ແລະ ມິ່ງຂວັນຂອງປວງຊົນລາວໃຫ້ຄວາມເຄົາລົບສັກກະລະບູຊາມາແຕ່ບູຮານນະການ ແລະ ເຊື່ອວ່າຈາກຄວາມເຄົາລົບສັດທາດັ່ງກ່າວຈະເປັນກໍາລັງແຮງສໍາຄັນໃນການປະກອບສ່ວນດ້ານທຶນຮອນ ແລະ ວັດຖຸປັດໃຈຕ່າງໆເພື່ອເຮັດໃຫ້ການປະຕິສັງຂອນພະທາດຫລວງຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ ແລະ ມີຄວາຮຸ່ງເຮືອງສີວິໄລຢູ່ຄູ່ປະຊາຊົນ ແລະ ຊາດລາວເຮົາຕະຫລອດໄປ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...