Homeຂ່າວທ້ອງຖິ່ນເສດຖະກິດຫຼວງນໍ້າທາຂະຫຍາຍຕົວໄວ ມີໂຮງງານ 200 ກວ່າແຫ່ງ

ເສດຖະກິດຫຼວງນໍ້າທາຂະຫຍາຍຕົວໄວ ມີໂຮງງານ 200 ກວ່າແຫ່ງ

Published on

ຍ້ອນເສດຖະກິດມີທ່າແຮງຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງອັນເຮັດໃຫ້ຢູ່ແຂວງຫຼວງນ້ຳທານັບມື້ການລົງທຶນສ້າງຕັ້ງໂຮງງານອຸດສາຫະກຳ ແລະຫັດຖະກຳເພີ່ມຂຶ້ນປະຈຸບັນມີທົ່ວແຂວງລວມທັງໝົດ 222 ແຫ່ງ ຖ້າທຽບໃສ່ສົກປີກ່ອນເພີ່ມຂຶ້ນ 3,25%, ໂດຍລວມມີມູນຄ່າການຜະລິດ 2 ຮ້ອຍຕື້ກວ່າກີບໃນສົກປີແລ້ວ.
ອີງຕາມຂໍ້ມູນຈາກພະແນກ ອຸດສາຫະກຳ ແລະການຄ້າແຂວງຫຼວງນ້ຳທາເມື່ອບໍ່ດົນຜ່ານມານີ້ວ່າ: ວຽກງານອຸດສາຫະກຳ ແລະ ຫັດຖະກຳໃນສົກປີຜ່ານມາແມ່ນ ໄດ້ມີຄວາມເອົາໃຈຕໍ່ການລົງກວດກາ ແລະໃຫ້ຄຳແນະນໍາບັນດາໂຮງງານຢາສູບ, ແກັດເຈ້ຍ, ໂຮງງານເຟີນີເຈີທີ່ບໍ່ມີໃບທະບຽນຈຳນວນ 2 ຄັ້ງ ແລະບັນຫາສິ່ງແວດລ້ອມໂຮງງານຈຳນວນ 3 ຄັ້ງ ພ້ອມຍັງໄດ້ສົມທົບກັບຂະແໜງນຳ ເຂົ້າ-ສົ່ງອອກລົງກວດກາຜະລິດຕະພັນໄມ້ເຄິ່ງສຳເລັດຮູບຂອງໂຮງ ງານປຸງແຕ່ງໄມ້ຊຽງກົກຈໍານວນ 1 ຄັ້ງ.

ນອກຈາກນີ້ແລ້ວກໍ່ມີການສົມ ທົບກັບຂະແໜງທີ່ກ່ຽວຂ້ອງລົງກວດກາໂຮງງານຜະລິດວັດສະດຸຫຸ້ມຫໍ່ຈິ້ງເພີງຫ່ວງທີ່ບ້ານນາເຕີຍກວດກາສະຖານທີິ່ສ້າງຕັ້ງໂຮງງານປະສົມຊີມັງທີ່ບ້ານນາລື ແລະລົງກວດກາໂຮງງານສານຕາໜ່າງ ທີ່ບ້ານໂພນໄຊສະຫວ່າງເພື່ອອອກໃບອະນຸຍາດດໍາເນີນກິດຈະການຈໍານວນ 3 ຄັ້ງເຂົ້າຮ່ວມຝືກອົບຮົມວຽກງານອຸດສາຫະກຳ ແລະຫັດຖະກຳຢູ່ຕ່າງແຂວງຈຳນວນ 3 ຄັ້ງ.

ກວດກາຜະລິດຕະພັນອອກຈາກໂຮງງານໄດ້ທັງໝົດ 232 ຄັ້ງ ໃນນີ້ກວດກາຜະລິດຕະພັນອອກຈາກໂຮງງານຢາສູບໄດ້ 157 ຄັ້ງ, ຜະລິດຕະພັນໄມ້ເຄື່ອງເຟີນີເຈີ 13 ຄັ້ງ, ຝ້າຍໄໝ 8 ຄັ້ງ, ແປ້ງມັນຕົ້ນ 2 ຄັ້ງ, ຢາງພາລາເຄິ່ງສໍາເລັດຮູບ 46 ຄັ້ງ, ຢັ້ງຢືນການນໍາເຂົ້າເຄື່ອງຈັກຈຳນວນ 4 ຄັ້ງ ແລະກວດກາຜະລິດຕະພັນທອງກ້ອນອອກໂຮງງານ 1 ຄັ້ງ ຊຸກຍູ້ ແລະສົ່ງເສີມການດຳເນີນກິດຈະການໂຮງງານປຸງແຕ່ງ ແລະຫັດຖະກຳໄດ້ 7 ຫົວໜ່ວຍ.

ປະຈຸບັນທົ່ວແຂວງຫຼວງນ້ຳທາ ແມ່ນມີໂຮງງານອຸດສາຫະກຳ ແລະຫັດຖະກຳລວມທັງໝົດ 222 ແຫ່ງ ທຽບໃສ່ສົກປີ 2014-2015 ເພີ່ມຂຶ້ນ 3,25% ໃນພິທີໂຮງງານອຸດສາຫະກຳປຸງແຕ່ງ 181 ແຫ່ງ ຂະໜາດໃຫຍ່ 21 ແຫ່ງ, ກາງ 24 ແຫ່ງ, ນ້ອຍ 103 ແຫ່ງ ແລະແບບຄອບຄົວ 33 ແຫ່ງ ສຳລັບໂຮງງານຫັດຖະກຳມີ 41 ແຫ່ງ ຂະໜາດກາງ 7 ແຫ່ງ ແລະນ້ອຍ 34 ແຫ່ງ ຂະນະທີ່ໂຮງງານປຸງແຕ່ງໄມ້ ແລະເຟີນີເຈີ ມີ 32 ແຫ່ງ ໃນນີ້ໂຮງງານປຸງແຕ່ງໄມ້ຂັ້ນ l ມີ 3 ແຫ່ງ, ໂຮງງານປຸງແຕ່ງໄມ້ຂັ້ນ ແລະຂັ້ນ (ເຟີນິເຈີ ) 29 ແຫ່ງ.

ຂໍ້ມູນຍັງໃຫ້ຮູ້ຕື່ມອີກວ່າ: ໃນຈຳນວນໂຮງງານດັ່ງກ່າວສົກປີຜ່ານມາໄດ້ມີມູນຄ່າການຜະລິດ ລວມທັງໝົດ 219,24 ຕື້ກວ່າກີບ ໃນນີ້ມີມູນຄ່າຂອງການຜະລິດອຸດສາຫະກຳປຸງແຕ່ງທັງໝົດ 208,90 ຕື້ກວ່າກີບ ຫຼຸດລົງ 15,28% ສາເຫດຍ້ອນມີບາງໂຮງງານຜະລິດ ບໍ່ເປັນປົກກະຕິເຊັ່ນ: ໂຮງງານປຸງແຕ່ງໝາກຕາວ, ໂຮງງານປຸງແຕ່ງຢາງພາລາ ແລະໂຮງງານຫຼອມທອງເປັນຕົ້ນໃນນີ້ສະບຽງອາຫານ 52,76 ຕື້ກວ່າກີບ, ຜະລິດອຸປະກອນຮັບໃຊ້ເຄື່ອງກໍ່ສ້າງ 6,69 ຕື້ກວ່າກີບ, ຜະລິດຕະພັນຢາສູບ 15,28  ຕື້ກວ່າກີບ, ຜະລິດຕະພັນໄມ້ແປຮູບ ແລະສຳເລັດຮູບ 363,75 ຕື້ກວ່າກີບ, ປຸງແຕ່ງຢາງພາລາ 131,04 ຕື້ ກວ່າກິບ ແລະຜະລິດຕະພັນທອງກ້ອນ 2,75 ຕື້ກວ່າກີບ.

ສຳລັບມູນຄ່າ ການຜະລິດຫັດຖະກຳລວມທັງໝົດ 10,33 ຕື້ກວ່າກີບ ຫຼຸດລົງເຊັ່ນດຽວກັນປະມານ 1,90% ໃນນີ້ມູນຄ່າ ຂອງຫັດຖະກຳຝ້າຍ-ໄໝ 1,02 ຕື້ກວ່າກີບ, ເຟີນິເຈີໄມ້ 5,64 ຕື້ກວ່າກີບ, ຫັດຖະກຳຫວາຍ 358,05 ລ້ານກວ່າກີບ, ຫັດຖະກຳຖັກແສ່ວ 867,09 ລ້ານກວ່າກີບ, ຫັດຖະກຳພ້າ-ມີດ 11 ລ້ານກີບ, ໃບຊາ 103,50 ຕື້ກີບ ແລະຜະລິດຕະພັນດິນຈີ່ 2,32 ຕື້ກວ່າກີບ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...