spot_img
Homeໜັງໃໝ່"Dearest Sister ຫຼື ນ້ອງຮັກ" ຮູບເງົາເລື່ອງຜີຂອງລາວ ທີ່ໄປສະແດງໃນເທສະການຮູບເງົາລອນດອນ

“Dearest Sister ຫຼື ນ້ອງຮັກ” ຮູບເງົາເລື່ອງຜີຂອງລາວ ທີ່ໄປສະແດງໃນເທສະການຮູບເງົາລອນດອນ

Published on

 

1826

ເລື່ອງຫຍໍ້

ນ້ອງຮັກບໍ່ໄດ້ເປັນເລື່ອງລາວຂອງພີ່ນ້ອງກັນແທ້ໆ ແຕ່ເປັນເລື່ອງລາວຂອງລູກພີ່ລູກນ້ອງ ຄົນບ້ານດຽວກັນທີ່ຮັກແພງເອັນດູກັນເໝືອນພີ່ນ້ອງ ຮູບເງົານີ້ໄດ້ເລົ່າເລື່ອງຂອງຍິງສາວບ້ານນອກຄົນໜຶ່ງ (Amphaiphun Phimmapunya ນາງເອກຈັນທະລີ) ທີ່ຖືກເອີ້ນມາດູແລເອື້ອຍ (ຕ໋ອດ ລີນາ) ເຊິ່ງເອື້ອຍຄົນນີ້ແຕ່ງງານກັບຊາຍເອສໂຕເນຍທີ່ຮັ່ງມີ ເຮັດໃຫ້ນາງຢູ່ໃນເຮືອນທີ່ຫລູຫລາ ແຕ່ເອື້ອຍກໍ່ມີຄວາມຊວຍໃນຊີວິດເພາະຕາຂອງນາງກຳລັງຈະບອດ ແລະ ນາງກໍ່ມັກເຫັນຜີເລື່ອຍໆ ແລະ ຍາມໃດທີ່ຜີເຂົ້າສິງເອື້ອຍຂອງລາວ ຜີກໍ່ຈະບອກເລກສະເໝີ

ນ້ອງຮັກເປັນຮູບເງົາທີ່ຊວນຫຼອນໜ້າຕິດຕາມ ເພາະໂຄງສ້າງຂອງບົດເລື່ອງນີ້ໄດ້ຕິດພັນກັບປະເດັນຕ່າງໆໃນສັງຄົມລາວ ເປັນຮູບເງົາທີ່ເຊື່ອມລະຫວ່າງຄວາມເຊື່ອທາງວິທະຍາສາດ ແລະ ໄສຍະສາດ ຕົວລະຄອນຜີໃນເລື່ອງນີ້ແມ່ນຜີທີ່ມະນຸດໃຊ້ເປັນເຄື່ອງມືເພື່ອຕໍ່ລອງອຳນາດ ແລະ ນາຖະທາງສັງຄມ ສຳລັບຄົນທີ່ມັກເບິ່ງຮູບເງົາປະເພດສະຫຍອງຂັວນ ຮັບຮອງວ່າເລື່ອງນີ້ຈະຖືກໃຈທ່ານແນ່ນອນ

‘ນ້ອງຮັກ’ ເປັນຜົນງານກຳກັບຂອງ Mattie Do ສາວເກັ່ງທີ່ເຄີຍສ້າງຮູບເງົາຜີລາວເລື່ອງ ຈັນທະລີ ທີ່ໄດ້ໄປສາຍໃນເທສະການຮູບເງົາທີ່ລອນດອນ

ນັກສະແດງນຳ: ຕ໋ອດ ລີນາ ແລະ ອຳໄພພອນ ເຊິ່ງທັງສອງໄດ້ສະແດງຢ່າງສົມບົດບາດຈົນເຮັດໃຫ້ທຸກຄົນເຊື່ອວ່າພວກເຂົາແມ່ນຕົວລະຄອນໃນຮູບເງົາເລື່ອງນີ້ແທ້

ທີ່ມາຈາກ: Bioscope Magazin
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...