spot_img
Homeຂ່າວທ້ອງຖິ່ນແຂວງບໍ່ແກ້ວ ຈັດງານຕະຫລາດນັດ-ຂາຍສິນຄ້າ ສົ່ງເສີມເສດຖະກິດພາຍໃນ

ແຂວງບໍ່ແກ້ວ ຈັດງານຕະຫລາດນັດ-ຂາຍສິນຄ້າ ສົ່ງເສີມເສດຖະກິດພາຍໃນ

Published on

ຂປລ. ​ງານຕະຫລາດນັດ ​ແລະ ຂາຍ​ສິນຄ້າ ​ເພື່ອ​ສົ່ງ​ເສີມ​ເສດຖະກິດ​ແຂວງ​ບໍ່​ແກ້ວ ​ໄດ້​ຈັດ​ຂຶ້ນ​ໃນລະຫວ່າງ​ ວັນ​ທີ 12-17 ຕຸລານີ້, ຢູ່​ເມືອງ​ຫ້ວຍຊາຍ ​ແຂວງ​ບໍ່​ແກ້ວ ​ໂດຍ​ເປັນ​ກຽດເຂົ້າຮ່ວມ​ເປີ​ດພິທີ​ຢ່າງ​ເປັນ​ທາງ​ການຂອງ ທ່ານ ຄຳ​ພັນ ​ເຜີຍ​ຍະ​ວົງ ​ເຈົ້າ​ແຂວງ​ບໍ່​ແກ້ວ, ທ່ານ​ນາງ ວາລີ ​ເວດ​ສະ​ພົງ ຮອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະ​ກຳ​ແຫ່ງ​ຊາດ​ລາວ, ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ພ້ອມດ້ວຍພາກສ່ວນທີ່ກ່ຽວ ແລະ ມວນ​ຊົນ​ຊາວ​ ແຂວງ​ບໍ່​ແກ້ວ ເຂົ້າຮ່ວມ.

ໂອກາດ​​ດັ່ງກ່າວ, ທ່ານ ສີ​ສຸພັນ ສິລິ​ວົງ ປະທານ​ສະພາການ​ຄ້າ-ອຸດສາຫະກຳ​ ແຂວງ​ບໍ່​​ແກ້ວ ກ່າວ​ວ່າ: ງານວາງສະ​ແດງ​​ ໃນ​ຄັ້ງ​ນີ້, ມີ​ຮ້ານ​ວາງສະ​ແດງ​ທັງ​ໝົດ 160 ຮ້ານ, ​ໃນ​ນັ້ນ​ ມີຮ້ານ​ວາງສະ​ແດງ​ຂອງ​ພາຍ​ໃນ​ແຂວງ 100 ກວ່າຮ້ານ, ຈາກ​ຕ່າງ​ແຂວງ 11 ຮ້ານ ​ແລະ ປະ​ເທດ​ເພື່ອນ​ບ້ານ ​32 ຮ້ານ(ຫວຽດນາມ,​ ໄທ), ນອກ​ນັ້ນ, ​ຍັງ​ມີຜູ້​ປະກອບ​ການຕ່າງ​ປະເທດ ທີ່​ດຳ​ເນີນທຸລະ​ກິດ​ຢູ່​ແຂວງ​ບໍ່​ແກ້ວ 12 ຮ້ານ ​ເຊິ່ງຜະລິດ​ຕະພັນທີ່​ນຳ​ມາ​ວາງສະ​ແດງ ປະກອບ​ມີ ​ເຄື່ອງອັນຍະ​ມະນີ​ແກ້ວ ທີ່​ເປັນ​ເອກະລັກ​ຂອງ​ແຂວງ, ເຄື່ອງ​ເຟີ​ນີ​ເຈີ, ຜະລິດ​ຕະພັນ​ຫັດຖະກຳ​ຈັກສານ, ອຸດສາຫະກຳ, ຜະລິດ​ຕະພັນ​ຜ້າ​ຝ່າຍ​ ແລະ ​ເຄື່ອງນຸ່ງ​ຂອງ​ຊົນ​​ເຜົ່າ, ຜະລິດ​ຕະພັນ​ກະສິກຳ​ປຸງ​ແຕ່ງ, ຜະ​ລິດ​ຕະພັນ​ສິນຄ້າ​ໂອດັ​ອບ, ສິນຄ້າ​ສຳ​ເລັດ​ຮູບ, ຜະລິດ​ຕະພັນ​ປຸງ​ແຕ່ງ​ຈາກ​ນ້ຳມັນ​ເຄື່ອ, ຜະລິດ​ຕະພັນ ​ນ້ຳມັນ​ເຊື້ອ​ໄຟ ​ແລະ ອື່ນໆ​. ທັງ​ນີ້, ​ແນ​ໃສ່​ສົ່ງ​ເສີມພັດທະນາ​ເສດຖະກິດ​ແຂວງ ກໍ​ຄື ​ສົ່ງ​ເສີມ​ພູມ​ປັນຍາ​ຂອງ​ຊາວບ້ານ ​ໃນ​ການ​ຜະ​ລິດ​ສິນຄ້າ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ພາກ​ທຸລະ​ກິດ, ຜູ້​ປະກອບ​ການ ໃຫ້ສາມາດ​ເຊື່ອມ​ໂຍງກັບ​ພາກ​ພື້ນ ​ແລະ ສາກົນ, ທັງ​ເປັນ​ການ​ຂຸດ​ຄົ້ນ​ ມູນ​ເຊື້ອ​ຜົນ​ຜະລິດ​ ທີ່​ເປັນ​ພູມ​ປັນຍາຂອງ​ຊາວບ້ານ​ ໃຫ້​ຂະຫຍາຍຕົວໄປ​ຖືກ​ທິດ, ມີ​ສ່ວນຮ່ວມ​ໃນ​ການ​ພັດທະນາ​ ເສດ​ຖະກິດ-ສັງຄົມ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ກ້າວໜ້າ​​ຢ່າງ​ບໍ່​ຢຸດ​ຢັ້ງ.

ນອກ​ນັ້ນ, ພາຍ​ໃນ​ການ​ງານ​ດັ່ງກ່າວ, ຍັງ​ມີ​ການສະ​ແດງ​ສິລະ​ປະ​ວັນນະຄະດີ, ຮ້ອງ​ເພງ ​ແລະ ອື່ນໆ ​ເຊິ່ງ​ໄດ້​ເຊື້ອ​ເຊີນ​ເອົາ​ນັກ​ຮ້ອງ, ນັກສະ​ແດງທີ່​ມີ​ຊື່ສຽງ​ໃນ ສປປ ລາວ ​ແລະ ປະ​ເທດ​ເພື່ອນ​ບ້ານຈຳນວນ​ໜຶ່ງ ມາ​ສ້າງຄວາມ​ມ່ວນ​ຊື່ນ ​ໃຫ້​ໄດ້​ເບິ່ງ​ໄດ້​ຊົມ​ໃນ​ທຸກ​ວັນ, ພິ​ເສດ ​ໃນ​ງານຍັງມີ​ການ​ແຂ່ງຂັນ​ຊົນ​ງົວ​ອີກ​ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...