Homeຂ່າວພາຍ​ໃນປະທານສະພາແຫ່ງຊາດ ລົງຊຸກຍູ້ການພັດທະນາ ເຂດເສດຖະກິດພິເສດ

ປະທານສະພາແຫ່ງຊາດ ລົງຊຸກຍູ້ການພັດທະນາ ເຂດເສດຖະກິດພິເສດ

Published on

ຂປລ. ໃນວັນທີ 13 ຕຸລານີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການພັດທະນາ​ເຂດ​ເສດຖະກິດ​ພິ​ເສດ (ຂພສ) ບຶງທາດຫລວງ, ​ເຂດ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ​ແລະ ນິຄົມ​ອຸດ​ສະຫະ​ກໍາ ​ແລະ ການ​ຄ້າ​ວຽງຈັນ-​ໂນນ​ທອງ ​ໂດຍ​ມີ​ກອງເລຂາຄຸ້ມ​ຄອງ​ ເຂດ​ເສດຖະກິດ​ພິ​ເສດ (ຄຂພສ) ​ແລະ ບັນດາຄະນະສະພາບໍລິຫານ ຂພສ, ພ້ອມ​ດ້ວຍພາກ ສ່ວນທີ່ກ່ຽວຂ້ອງ​ໃຫ້ການ​ຕ້ອນ​ຮັບ.

ໃນໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ໄດ້​ໃຫ້​ທິດ​ຊີ້​ນໍາຫລາຍບັນຫາທີ່ຍັງຄົງຄ້າງຢູ່ໃນ ຂພສ ແຕ່ລະເຂດ ສ່ວນຫລາຍແມ່ນ ຍ້ອນການປະຕິບັດຕົວຈິງ ຂອງບັນດາກະຊວງ ແລະ ຂະແໜງການ ກ່ຽວຂ້ອງເພາະລະບຽບ, ກົດໝາຍ, ລັດຖະທຳມະນູນ ແລະ ນິຕິກຳຕ່າງໆ ທີ່ວາງອອກ ແມ່ນມີຄວາມຈະແຈ້ງຢູ່ແລ້ວ ມີແຕ່ໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປອ້າງອີງ ແລະ ປະຕິບັດຕົວຈິງຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ; ການແກ້ໄຂບັນຫາປະຕູດຽວ ແມ່ນສະເໜີໃຫ້ກະຊວງ ຜທ ຕ້ອງໄດ້ຮີບຮ້ອນແກ້ໄຂ ແລະ ຊີ້ນຳຢ່າງຈິງຈັງ, ພ້ອມລົງຊີ້ແຈງໃຫ້ແຕ່ລະ ຂພສ ເຂົ້າໃຈ; ຕ້ອງພົວພັນປະສານສົມທົບ ກັບບັນດາຂະແໜງການ ກ່ຽວຂ້ອງເປັນຕົ້ນແມ່ນ ກະຊວງທີ່ຮັບຜິດຊອບ ໃນວຽກງານປະຕູດຽວ ຕ້ອງຕັ້ງໜ່ວຍງານ ໜຶ່ງຂຶ້ນມາຮັບຜິດຊອບໂດຍກົງ; ສະ​ເພາະ ຜູ້ພັດທະນາຕ້ອງປະຕິບັດ ພັນທະອາກອນຂອງຕົນ ຕາມລະບຽບກົດໝາຍ ທີ່ກຳນົດໄວ້ ໃນກົດໝາຍການລົງທຶນ (ຕ້ອງແຍກລະອຽດກ່ຽວກັບ ຂພສ ກັບການລົງທຶນທົ່ວໄປ), ຕ້ອງມີການຄຸ້ມຄອງແຮງງານທີ່ຖືກຕ້ອງ ແລະ ສາມາດເກັບຕົວເລກໄດ້; ບັນຫາທີ່ພົວພັນເຖິງໂຄງການ ກໍຄື ປະຊາຊົນນັ້ນ ແມ່ນການຊົດເຊີຍບັນຫາທີ່ດິນຂອງປະຊາຊົນ ທີ່ຖືກຜົນກະທົບ ຈາກໂຄງການ, ໃຫ້ຜູ້ ພັດທະນາບຶງທາດຫລວງ ສຶກສາຄວາມເປັນໄປໄດ້ ໃນການສ້າງເສັ້ນທາງແຕ່ບຶງທາດຫລວງ-ບ້ານໂນນຫວາຍ ແລະ ໃຫ້ກອງ ຄຂພສ ຕັ້ງໜ່ວຍງານ ຄຸ້ມຄອງກ່ຽວກັບ ແຮງງານທີ່ມາເຮັດວຽກຢູ່ ຂພສ ທັງແຮງງານລາວ ແລະ ແຮງງານຕ່າງປະເທດລະອຽດ ເພື່ອຮັບ ປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ທ່ານ ສອນປະເສີດ ດາລາວົງ ຮັກສາການຫົວໜ້າກອງເລຂາ ຄຂພສ ລາຍງານສະພາບລວມການພັດທະນາ ຂພສ ​​ໃຫ້​ຮູ້​ວ່າ: ການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂພສ) ແມ່ນຮູບແບບໜຶ່ງຂອງການພັດທະນາ ເສດຖະກິດ ຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ທີ່ກຳນົດໄວ້ໃນແຕ່ລະໄລຍະ ນັບແຕ່ປີ 2002 ເປັນຕົ້ນມາ, ເຊິ່ງມາຮອດປັດຈຸບັນ ມີທັງໝົດ 12 ເຂດ, ມູນຄ່າການລົງທຶນ 1.62 ຕື້ໂດລາ, ມີບໍລິສັດເຂົ້າມາລົງທຶນທັງໝົດຈຳນວນ 294 ບໍລິສັດ ແລະ 225 ຫ້າງຮ້ານ, ໃນນັ້ນ; ບໍລິສັດເອກະຊົນພາຍໃນ ມີ 56 ບໍລິສັດ, ບໍລິສັດເອກະຊົນຕ່າງປະເທດ ຈຳນວນ 217 ບໍລິສັດ ແລະ ບໍລິສັດຮ່ວມ 21 ບໍລິສັດ, ເຊິ່ງກວມເອົາ 3 ຂະແໜງ ຄື: ບໍລິການ 38%, ອຸດສາຫະກຳ 34% ແລະ ການຄ້າ ກວມເອົາ 28%, ການພັດທະນາ ຂພສ ຍັງໄດ້ສ້າງຄວາມເຊື່ຶອໝັ້ນໃຫ້ແກ່ບັນດາບໍລິສັດທີ່ມີຊື່ສຽງ ແລະ ຄຸນນະພາບຈາກຕ່າງປະເທດເຂົ້າມາລົງທຶນ, ພ້ອມທັງສາມາດສ້າງວຽກເຮັດງານທຳໄດ້ 15.500 ກວ່າ ຕຳແໜ່ງງານ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ຄົນ​ລາວ ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...