Homeນານາສາລະໝາກໄມ້ 9 ຊະນິດທີ່ຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ

ໝາກໄມ້ 9 ຊະນິດທີ່ຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ

Published on

ຜັກ ແລະໝາກໄມ້ບໍ່ແມ່ນວ່າຈະບໍ່ເຮັດໃຫ້ນໍ້າຕານໃນເລືອດຂຶ້ນ  ເພາະວ່າຜັກ ແລະໝາກໄມ້ກໍມີນໍ້າຕານຄືກັນ ຫາກກິນໂດຍບໍ່ເລືອກໃຫ້ດີ ລະວັງນໍ້າຕານໃນເລືອດເພີ່ມຂຶ້ນໂດຍບໍ່ຮູ້ໂຕ.​ ມື້ນີ້ເຮົາມີໝາກໄມ້ 10 ຊະນິດທີ່ກິນແລ້ວສາມາດຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ

  1. ໝາກແອັບເປິ່ນ: ເປັນໝາກໄມ້ທີ່ເໝາະສົມສຳລັບຜູ້ທີ່ເປັນພະຍາດເບົາຫວານ ເພາະຊ່ວຍໃນການຫຼຸດລະດັບນໍ້າຕານໃນເລືອດໄດ້ດີ
  2. ໝາກອຶ: ເປັນໝາກໄມ້ທີ່ມີສານຊະນິດໜຶ່ງ ທີ່ອອກລິດຫຼຸດລະດັບນໍ້າຕານໃນເລືອດໄດ້ດີ
  3. ໝາກສີດາ: ເປັນໝາກໄມ້ທີ່ມີວິຕາມິນຫຼາຍຊະນິດ ຊ່ວຍຫຼຸດນໍ້າຕານໃນເລືອດໃຫ້ຫຼຸດລົງ
  4. ໝາກຫຸ່ງ: ຄວນກິນໝາກສຸກ ເພາະມີສານອາຫານຫຼາຍ ຖ້າເອົາໜ່ວຍດິບມາຕຳກິນກໍຊ່ວຍຫຼຸດນໍ້າຕານໃນເລືອດໄດ້ ແຕ່ຄວນໃສ່ເຄື່ອງປຸງຕ່າງໆໃນປະລິມານໜ້ອຍກວ່າປົກກະຕິ
  5. ໝາກນັດ: ເປັນອີກໝາກໄມ້ຊະນິດໜຶ່ງທີ່ຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ
  6. ໝາກຊົມພູ່: ເປັນໝາກໄມ້ທີ່ກິນແລ້ວຊ່ວຍໃຫ້ຮ່າງກາຍສາມາດດູດຊຶມສານອາຫານໄດ້ງ່າຍຂຶ້ນ
  7. ໝາກກ້ຽງ: ເອົາມາຄັ້ນເອົາແຕ່ນໍ້າສົດໆ ມາກິນຈະຊ່ວຍໃຫ້ຜູ້ທີ່ເປັນເບົາຫວານກິນໄດ້ງ່າຍ ແລະສາມາດຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ
  8. ໝາກສະຕໍເບີລີ່: ເປັນໝາກໄມ້ທີ່ມີວິຕາມິນຫຼາຍຊະນິດ ຊ່ວຍໃຫ້ຜູ້ທີ່ມີນໍ້າຕານໃນເລືອດຫຼາຍສົດຊື່ນຂຶ້ນ
  9. ໝາກເຂືອເຜາະ: ເອົາມາຕົ້ມແລ້ວກິນນໍ້າຕົ້ມນັ້ນ ຈະຊ່ວຍໃຫ້ຫຼຸດນໍ້າຕານໃນເລືອດໄດ້

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...