Homeປະເພນີ-ວັດທະນະທຳບຸນອອກພັນສາ ປະວໍລະນາ

ບຸນອອກພັນສາ ປະວໍລະນາ

Published on

ຄຳວ່າ ອອກພັນສາ ນັ້ນໄດ້ແກ່ ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫລັງຈາກການ ເຂົ້າຈຳພັນສາຄົບ 3 ເດືອນ ເພື່ອອອກໄປ ປະຕິບັດໜ້າທີ່ ຢູ່ບ່ອນອ່ື່ນໄດ້ ເອີ້ນອີກຢ່າງໜຶ້ງວ່າ ການອອກຈາກ ລະດູຝົນ. ເມ່ືອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫລາຍ ພາກັນຈັດຫາ ວັດຖຸທານຕ່າງໆ ມາໄວ້ຖວາຍທານ ຕາມກຳລັງສັດທາ ຂອງຕົນ. ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້່າມວນຊົນ ຊາວພຸດກໍ່ມາ ເຕົ້າໂຮມກັນ ຖວາຍຂອງທານ ທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ ໃນວັດພ້ອມ ທັງຖວາຍ ຜ້າຈີວອນ ຫລື ຜ້າຈຳນຳ ພັນສາໃຫ້ແກ່ ພຣະພິກຂຸສົງ.

ຕາມປະເພນີລາວ ແຕ່ເກົ່າແລ້ວ ເວລາໄກ້ຈະຮອດ ວັນບຸນອອກພັນສາ ຊາວບ້ານໄດ້ກະກຽມ ເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້, ຂີ້ເຈຍມາຕຳ ປະສົມກັນໃຫ້ ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍ ໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ ເພັງຊາວບ້ານ ກໍ່ພາກັນມາເຕົ້າໂຮມ ກັນຢູ່ວັດ ເພ່ື່ອພ້ອມກັນສ້າງ ເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພຣະພຸດພຣະທຳ ແລະ ພຣະສົງ. ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງໃຜລາວ ເພື່ອບູຊາຄຸນ ພຣະພຸດພຣະທຳ ແລະ ພຣະສົງ.  ອີກຢ່າງໜຶ່ງທີ່ ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນ ສ້າງຂຶ້ນໃນຕອນບ່າຍ ຂອງມື້ເພັງເອງ. ບາງບ້ານກໍ່ເຮັດ ແບບງ່າຍດາຍ ຈາກທ່ອນກ້ວຍ ເປັນຕົ້ນຕໍ່ ເສີມດ້ວຍແຜ່ນ ໄມ້ນ້ອຍໆເປັນ ຮູບຍາວຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງ ໃສ່ແພທ່ອນກ້ວຍ. ຈາກນັ້ນເພິ່ນເອົາ ຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງ ຂອງແຜ່ນໄມ້ແລ້ວ ຈຶ່ງໄຕ້ກະບອງລຽນ ໃສ່ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ່ ພ້ອມ ກັນອະທິຖານ ຕ່າງໆນາໆເຊ່ັນວ່າ:  ຂໍໃຫ້ຊີວິດ ມີຄວາມສຸກ, ປັດສະຈາກໂລກ ໄພໄຂ້ເຈັບ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍ່ປ່ອຍເຮືອໄຟ ອອກສູ່ແລ້ວນ້ຳ, ເພິ່ນເອີ້ນຂະບວນ ການນີ້ວ່າ “ການໄຫລເຮືອໄຟ”. ອີກບາງບ້ານ ກໍ່ເຮັດດ້ວຍໄມ້ໃຜ່ມັດ ເຂົ້າກັນເປັນ ຮູບຊົງເຮືອໃຫຍ່ ມີການກະກຽມ ຫລາຍວັນ. ຢູ່ຕາມລຳນ້ຳຖ້າວ່າ ຜູ້ໃດຫາກລັດ ເອົາເຮືອໄຟດັ່ງກ່າວ ໄດ້ຕົ້ນກາລະພຶກ ກໍ່ຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫລືອຫລາຍ, ມີຄວາມເຊື່ອວ່າ ຄອບຄົວຂອງ ຜູ້ນັ້ນຈະມີຊີວິດ ທີ່ປາສະຈາກ ໂລກໄພໄຂ້ເຈັບ ທັງຫລາຍທັງປວງ ໃນປີນັ້ນ. ແຕ່ໃນປັດຈຸບັນ ຢູ່ຕາມຕົວເມືອງ ໂດຍສະເພາະ ຊາວໜຸ່ມໄດ້ ນຳເຮືອໄຟນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍ ປະດັບປະດາ ດ້ວຍທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບ ປະຍຸກໃໝ່ ໄປລອຍນ້ຳຫລັງ ຈາກທີ່ໃຫ້ພຣະສູດ ແລະ ວຽນທຽນ ຢູ່ໃນວັດແລ້ວ ພ້ອມທັງອະທິຖານ ຕ່າງໆນາໆ.

ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອ ລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫລອດທັງຄືນ. ຈຸດປະສົງຂອງ ການຊ່ວງເຮືອ ແລະການໄຫລເຮືອໄຟ ແມ່ນເພື່ອສົມມາ ຄາລະວະ ພ້ອມທັງບວງສວງ ຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳລຳເຊ ຕະຫລອດຮອດ ຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດ ທັງຫລາຍໄດ້ທຳມາ ຫາກິນຢ່າງສະຫງົບສຸກ.

ຂອບໃຈຂໍ້ມູນຈາກ : http://kpl.gov.la/

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...