Homeຂ່າວເຫດການລັດຈະເລີ່ມຈັດຕັ້ງປະຕິບັດເກັບອາກອນມູນຄ່າເພີ່ມ 10% ນຳເຄື່ອງຜູ້ໂດຍສານໃນຕົ້ນເດືອນພະຈິກນີ້

ລັດຈະເລີ່ມຈັດຕັ້ງປະຕິບັດເກັບອາກອນມູນຄ່າເພີ່ມ 10% ນຳເຄື່ອງຜູ້ໂດຍສານໃນຕົ້ນເດືອນພະຈິກນີ້

Published on

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ໄດ້ຖະແຫລງຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ລັດຖະບານຈະເລີ່ມຈັດຕັ້ງປະຕິບັດການຈັດເກັບອາກອນມູນຄ່າເພີ່ມ 10% ໃນວັນທີ 1 ພະຈິກນີ້, ທີ່ດ່ານຂົວມິດຕະພາບ 1 ວຽງຈັນ-ໜອງຄາຍ, ຈາກນັ້ນ ຈຶ່ງຈະຂະຫຍາຍໄປນຳໃຊ້ຢູ່ບັນດາດ່ານຕ່າງໆໃນຂອບເຂດທົ່ວປະເທດຢ່າງເຂັ້ມງວດ, ເພື່ອແນໃສ່ຍົກສູງສະຕິໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຂອງລາວໃຫ້ສູງຂຶ້ນ, ພ້ອມທັງສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວຂອງບັນດາວິສາຫະກິດພາຍໃນປະເທດ ໃຫ້ໄດ້ດີຂຶ້ນ ແລະ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມກົດໝາຍ ແລະ ລະບຽບການໄດ້ກຳນົດໄວ້, ຊຶ່ງການຈຳໜ່າສິນຄ້າເຄື່ອງຂາຍພາຍໃນປະເທດ ຕາມລະບຽບການແລ້ວ ແມ່ນໄດ້ມີການເສຍພາສີ-ອາກອນລວມໃນລາຄາຂາຍ, ສະນັ້ນ ຜູ້ຊົມໃຊ້ພາຍໃນປະເທດ ແມ່ນໄດ້ປະກອບສ່ວນພັນທະທາງດ້ານພາສີ-ອາກອນ ໂດຍທາງອ້ອມຕໍ່ງົບປະມານຂອງລັດ.

ໃນກໍລະນີຜູ້ໂດຍສານໄດ້ຊື້ສິນຄ້າເຄື່ອງຂອງຢູ່ຕ່າງປະເທດ ແລ້ວນຳເຂົ້າມາຊົມໃຊ້ພາຍໃນ, ຊຶ່ງບໍ່ລວມມີຄ່າພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການຂອງລາວ ໄດ້ກຳນົດໄວ້, ດັ່ງນັ້ນ ໃນເວລານຳເຂົ້າສິນຄ້າເຄື່ອງຂອງດັ່ງກ່າວ ຊຶ່ງມີມູນຄ່າເກີນລະບຽບກົດໝາຍກຳນົດໄວ້ ຈະຕ້ອງໄດ້ມອບພັນທະຕາມລະບຽບການ, ຕາມກະຊວງການເງິນໄດ້ອອກຂໍ້ກຳນົດເລກທີ 2834/ກງ, ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມສຳເລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ 10% ຂອງມູນຄ່າເຄື່ອງຂອງ, ຊຶ່ງໄດ້ກຳນົດເປົ້າໝາຍຜູ້ໂດຍສານພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ເດີນທາງອອກ-ເຂົ້າສປປ ລາວ ບໍ່ມີລັກສະນະປະຈຳຊື້ເຄື່ອງຂອງຕິດຕົວເຂົ້າມາຊົມໃຊ້, ໂດຍບໍ່ເປັນລັກສະນະການຄ້າ ຫລື ຈຸດປະສົງທາງການຄ້າ, ມີມູນຄ່າບໍ່ສູງ ແມ່ນໄດ້ຮັບການຍົກເວັ້ນ ໃນມູນຄ່າບໍ່ເກີນ 50ໂດລາສະຫະລັດ, ສ່ວນມູນຄ່າທີ່ເກີນຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມໃນອັດຕາ 10%.

ທ່ານ ບຸນປະເສີດ ສີກຸນລະບຸດ ກ່າວວ່າ: ປັດຈຸບັນ ຈຳນວນຜູ້ໂດຍສານ ແລະ ພາຫະນະຂອງລາວ ທີ່ເດີນທາງຜ່ານດ່ານຂົວມິດຕະພາບ 1 ໂດຍສະເລ່ຍແລ້ວ ວັນຈັນ-ສຸກ ລົດສ່ວນຕົວລາວ ປະມານ 300 ຄັນ, ວັນເສົາ-ທິດ ລົດສ່ວນຕົວລາວປະມານ 750 ຄັນ. ສຳລັບການຈັດເກັບອາກອນມູນຄ່າເພີ່ມ 10% ນຳເຄື່ອງຂອງຕິດຕົວຜູ້ໂດຍສານ ທີ່ເດີນທາງເຂົ້າມາທາງລົດສ່ວນຕົວ, ສ່ວນຜູ້ ໂດຍສານທີ່ເດີນທາງນຳລົດເມ ແມ່ນຍັງບໍ່ທັນໄດ້ມີການຈັດເກັບອາກອນມູນຄ່າເພີ່ມ 10% ເທື່ອ, ເວັ້ນເສຍແຕ່ນຳເຂົ້າສິນຄ້າເຄື່ອງຂອງເປັນຈຳນວນຫລາຍ, ມີລັກສະນະການຄ້າ ຕ້ອງໄດ້ເສຍພາສີອາ ກອນຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...