spot_img
Homeຂ່າວການພັດທະນານໍ້າຖ້ວມ ເປັນໄພພິບັດທໍາມະຊາດ ທີ່ມັກເກີດຂຶ້ນຫລາຍກວ່າໝູ່ ຢູ່ປະເທດເຮົາ!

ນໍ້າຖ້ວມ ເປັນໄພພິບັດທໍາມະຊາດ ທີ່ມັກເກີດຂຶ້ນຫລາຍກວ່າໝູ່ ຢູ່ປະເທດເຮົາ!

Published on

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສຳລັບໄພພິບັດທໍາມະຊາດ ທີ່ເກີດຂຶ້ນສ່ວນຫລາຍໃນປະເທດເຮົາແມ່ນໄພນ້ຳຖ້ວມ, ຊຶ່ງໄດ້ສົ່ງຜົນເສຍຫາຍຕໍ່ຊີວິດ, ຊັບສີນ, ພື້ນຖານໂຄ່ງລ່າງ, ພື້ນຖານການຜະລິດກະສິກໍາເປັນຈໍານວນຫລາຍ ໃນແຕ່ລະປີ, ໂດຍສະເພາະຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ແມ່ນຍັງມີຄວາມຕ້ານທານຕໍ່າຕໍ່ການຮັບມືກັບໄພພິບັດ ແລະ ກາປ່ຽນແປງດິນຟ້າອາກາດ, ຊຶ່ງມັນສະແດງໃຫ້ເຫັນໃນປີ 2015 ຜ່ານມາ ປະເທດເຮົາໄດ້ຮັບຜົນກະທົບ ຈາກໄພພິບັດທໍາມະຊາດທີ່ໜັກໜ່ວງສົມຄວນຄື: ມີໄພນໍ້າຖ້ວມເກີດຂຶ້ນ 8 ຄັ້ງຢູ່ 7 ແຂວງພາກເໜືອ ແລະ ພາກກາງ ແລະ ລະຫ່ວາງເດືອນມິຖຸນາຫາກັນຍາກໍມີສັດຕູພືດ (ຕັກແຕນຝຸງ) ລະບາດຢ່າງໜັກໜ່ວງ ຢູ່ແຂວງຫລວງພະບາງ ແລະ ຫົວພັນ, ພ້ອມກັບເກີດນໍ້າຖ້ວມກະທັນຫັນຢູ່ເມືອງນານ, ແຂວງຫລວງພະບາງ ເມື່ອຕົ້ນເດືອນກັນຍາຜ່ານມານີ້, ອັນໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ, ຕໍ່ຄວາມໝັ້ນຄົງທາງສັງຄົມ ແລະ ສ້າງຄວາມເສຍຫາຍແກ່ພື້ນຖານເສດຖະກິດ-ສັງຄົມຂອງຊາດ ເປັນຈໍານວນບໍ່ໜ້ອຍ. ເຊັ່ນດຽວກັບປີນີ້ກໍເກີດມີໄພນ້ຳຖ້ວມ ແລະ ສັດຕູພືດທຳລາຍຢູ່ຫຼາຍທ້ອງຖິ່ນ, ຕາມການສັງລວມເບື້ອງຕົ້ນ, ມາຮອດປັດຈຸບັນ ມີເນື້ອທີ່ການຜະລິດຂອງປະຊາຊົນຖືກທຳລາຍ ແລະ ເສຍຫາຍຫຼາຍພໍສົມຄວນ.

ແນວໃດກໍຕາມ, ເຖິງວ່າທ່າອ່ຽງຂອງໄພພິບັດ ຈະມີຄວາມຮຸນແຮງ ແລະ ຖີ່ຂຶ້ນກໍຕາມ, ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ກໍຄືພາກສ່ວນກ່ຽວຂ້ອງ ກໍຍັງສາມາດຮັບມືຕໍ່ສະພາບທີ່ເກີດຂຶ້ນ ໃນລະດັບດີສົມຄວນເປັນຕົ້ນ:ຫລາຍທ້ອງຖິ່ນມີການວາງແຜນຈັດສັນພື້ນທີ່ ແລະ ຕັ້ງຖິ່ນຖານໃນບ່ອນທີ່ປອດໄພກວ່າເກົ່າ, ການປຸກສ້າງທີ່ຢູ່ອາໄສ ມີຄວາມແຂງແຮງທົນທານ, ມີແຜນການປົກປັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດ, ໂດຍສະເພາະແມ່ນ ການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ແລະ ປົກປັກຮັກສາແຫລ່ງນໍ້າ ແລະ ລະບົບນິເວດຕ່າງໆ. ນອກຈາກນີ້, ຍັງມີການນໍາເອົາຄວາມຮູ້ພື້ນຖານ ໃນການຫລຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ເຂົ້າໃນຫລັກສູດຂັ້ນສາມັນສຶກສາ ແລະ ລິເລີ່ມ ເຊຶ່ອມສານເຂົ້າໃນຫລັກສູດລະດັບການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ, ການຝຶກຊ້ອມປ້ອງກັນໄພພິບັດ ໃນບັນດາສໍານັກງານ ແລະ ສະຖາບັນການສຶກສາຕ່າງໆ.

ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ໃນຫລາຍປີຜ່ານມາ, ພາຍໃຕ້ແຜນປະຕິບັດງານ ການຫລຸດຜ່ອນຄວາມສ່ຽງໄພພິບັດ, ໂດຍສະເພາະປີ 2005-2015 ເຫັນວ່າປະເທດລາວເຮົາສາມາດບັນລຸໄດ້ ບັນດາຕົວຊີ້ວັດທີ່ສໍາຄັນຫຼາຍຢ່າງຄື: ຖືວຽກງານການຫລຸດຜ່ອນຄວາມສ່ຽງໄພພິບັດ ເປັນວຽກບຸລິມະສິດລະດັບຊາດ, ມີລະບົບແຈ້ງເຕືອນໄພລ່ວງໜ້າທີ່ຊັດເຈນ ແລະ ທັນການຫລາຍຂຶ້ນ, ຫລາຍຂະແໜງການ ແລະ ຫລາຍທ້ອງຖິ່ນໃນເຂດສ່ຽງໄພ ໄດ້ມີແຜນຫລຸດຜ່ອນ ແລະ ຕອບໂຕ້ໄພພິບັດຂອງຕົນ ແລະ ສິ່ງສໍາຄັນລັດຖະບານໄດ້ເຊື່ອມສານວຽກງານດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ. ແນວໃດກໍຕາມ, ການປ້ອງກັນ ແລະ ຄວບຄຸມໄພພິບັດ ແມ່ນເປັນພາລະໜ້າທີ່ອັນສຳຄັນ ແລະ ມີຄວາມທ້າທາຍສູງ. ສຳລັບປະເທດເຮົາຖືວ່າຍັງມີສິ່ງທ້າທາຍ ແລະ ຂໍ້ຈຳກັດຫລາຍດ້ານເຊັ່ນ: ງົບປະມານ, ເຄື່ອງມືທີ່ທັນສະໄໝ, ບຸກຄະລະກອນ ແລະ ອື່ນໆ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...