Homeຂ່າວທ້ອງຖິ່ນໄຈກາ ວາງ 5 ຍຸດທະສາດ ຊ່ວຍພັດທະນາແຂວງ ຫຼວງພະບາງ

ໄຈກາ ວາງ 5 ຍຸດທະສາດ ຊ່ວຍພັດທະນາແຂວງ ຫຼວງພະບາງ

Published on

ທີມງານສຳຫຼວດເກັບກຳຂໍ້ມູນເພື່ອການພັດທະນາ ແຂວງຫຼວງພະບາງຂອງ ອົງການ ໄຈກາ ໄດ້ເລີ່ມລົງສຳຫຼວດ ເກັບກຳຂໍ້ມູນ ນັບແຕ່ຕົ້ນປີ 2016 ນີ້ເປັນຕົ້ນມາ, ຊຶ່ງມາຮອດປະຈຸບັນນີ້ສາມາດສະຫຼຸບໄດ້ ບາງໜ້າວຽກທີ່ເປັນບຸລິມະສິດແລ້ວ ໂດຍສະເພາະສ້າງຫຼວງພະບາງໃຫ້ຈະເລີນດ້ານການທ່ອງທ່ຽວ.
ທ່ານ ນາງ ມາກິໂມໂຕະ ຮອງຜູ້ອຳນວຍການ ອົງການ ໄຈກາ ປະຈໍານະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ໃນໂອກາດ ທີ່ ທ່ານໄດ້ເຂົ້າພົບປະການນຳຂອງແຂວງຫຼວງພະບາງ ໃນວັນທີ 4 ຕຸ ລາ ຜ່ານມານີ້ ໃຫ້ຮູ້ວ່າ: ຕາມແຜນຍຸດທະສາດການພັດທະນາ ແຂວງຫຼວງພະບາງ ແມ່ນໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນບຸລິມະສິດອັນດັບໜຶ່ງໃນການພັດທະນາ ດັ່ງນັ້ນ ເພື່ອເຮັດໃຫ້ ແຜນຍຸດທະສາດດັ່ງກ່າວ ປະສົບຜົນສຳເລັດ ດ້ວຍດີນັ້ນ, ທາງອົງການໄຈກາ ຈິ່ງໄດ້ ສ້າງຕັ້ງທີມງານສຳຫຼວດເກັບກໍາຂໍ້ມູນ ເພື່ອການພັດທະນາ ໂດຍເລີ່ມການສຳຫຼວດມາແຕ່ຕົ້ນປີ 2016 ເປັນຕົ້ນມາ, ຊຶ່ງໄດ້ເນັ້ນໃສ່ 5 ຍຸດທະສາດຄື: ຍຸດທະສາດທີ 1 ແມ່ນເນັ້ນໃສ່ປັບປຸງພື້ນຖານການທ່ອງທ່ຽວຂອງແຂວງໃຫ້ມີຄວາມສະດວກຍິ່ງຂຶ້ນ, 2 ເລັງໃສການພັດທະນາສະຖານທີ່ທ່ອງທ່ຽວ ເຮັດໃຫ້ມີຜະລິດຕະພັນການທ່ອງທ່ຽວໃໝ່, ສຳລັບຍຸດທະສາດທີ 3 ແມ່ນເນັ້ນໜັກໃສ່ການບໍລິການທີ່ດີເພື່ອເຮັດໃຫ້ນັກທ່ອງທ່ຽວ ມີຄວາມພາກພູມໃຈທີ່ໄດ້ເຂົ້າມາ ທ່ຽວຊົມຫຼວງພະບາງ, 4 ເລັງໃສ່ໂຄສະນາ ແລະສົ່ງເສີມເຮັດໃຫ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມຫຼວງພະບາງຫຼາຍຂຶ້ນ ແລະຫຼຸດຜ່ອນຜົນກະທົບຕໍ່ມໍລະດົກ ແລະຍຸດທະສາດທີ 5 ແມ່ນການພົວພັນຮ່ວມມືລະຫວ່າງພາກລັດ-ພາກທຸລະກິດ, ຊຸມຊົນເພື່ອຄຸ້ມຄອງການທ່ອງທ່ຽວ.

ເພື່ອເຮັດໃຫ້ 5 ຍຸດທະສາດດັ່ງກ່າວ ປະສົບຜົນສຳເລັດ, ທີມງານສຳຫຼວດ ຂອງອົງການໄຈກາຈິ່ງມີແຜນສ້າງໂຄງການຕ່າງໆຂຶ້ນ ລວມມີ 34 ໂຄງການ, ໃນນັ້ນໂຄງການອັນຮີບດ່ວນທີ່ຈະເລີ່ມປະຕິບັດໃນໄວໆນີ້ ມີ 2 ໂຄງການຄື: ໂຄງການປັບປຸງລະບົບນ້ຳປະປາ ແລະ ຂະຫຍາຍໂຮງງານນ້ຳປະປານ້ຳຄານ ແລະຕິດຕັ້ງລະບົບປ້ອງກັນອັກຄີໄພໃນ ເຂດອະນຸຮັກ ແລະປົກປັກຮັກສາເມືອງ ມໍລະດົກໂລກ ແລະໂຄງການ-ການຮ່ວມມື ລະຫວ່າງພາກລັດ-ທຸລະກິດ-ຊຸມຊົນ ເພື່ອປັບປຸງ-ຄຸ້ມຄອງການທ່ອງທ່ຽວ. ໂອກາດດັ່ງກ່າວ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ກໍໄດ້ສະແດງຄວາມຊົມເຊີຍທີ່ທາງອົງການ ໄຈກາ ມີແຜນຈະພັດທະນາ ແຂວງຫຼວງພະບາງໃຫ້ດີຂຶ້ນ ແລະທາງແຂວງ ກໍສະແດງຄວາມພ້ອມທີ່ຈະໃຫ້ການຮ່ວມມື ເພື່ອເຮັດໃຫ້ໂຄງການຕ່າງໆປະສົບຜົນສຳເລັດ ແລະເກີດປະໂຫຍດສູງສຸດ.

ຖ້າຫາກໂຄງການດັ່ງກ່າວສໍາເລັດ ຕາມແຜນຈະເຮັດໃຫ້ແຂວງຫຼວງພະບາງ ໂດຍສະເພາະແມ່ນເມືອງມໍລະດົກ ໂລກຫຼວງພະບາງມີໂສມໜ້າໃໝ່ອີກກ້າວໜຶ່ງ ໃນການພັດທະນາພື້ນຖານໂຄງລ່າງຂອງແຂວງ ລວມເຖິງການພັດທະນາການທ່ອງທ່ຽວ, ເສດຖະກິດ-ສັງຄົມ ນັບມື້ນັບດີຂຶ້ນໂດຍສະເພາະ ຈະຊ່ວຍເພີ່ມອັດຕາການຈ້າງງານທີ່ຫຼາຍຂຶ້ນແກ່ປະຊາຊົນອັນມີຜົນສືບເນື່ອງມາຈາກກິດຈະກຳ ທີ່ຕິດພັນໄປກັບວຽກງານການທ່ອງທ່ຽວ.

ຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...