spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ“ລົງຂາວ” ສາມາດປ້ອງກັນໄດ້ດ້ວຍວິທີງ່າຍໆ

“ລົງຂາວ” ສາມາດປ້ອງກັນໄດ້ດ້ວຍວິທີງ່າຍໆ

Published on

  1. ຫຼີກລຽງການນຸ່ງເຄື່ອງທີ່ຮັດຈົນເກີນໄປ
  2. ເມື່ອຮູ້ສຶກວ່າປຽກບໍລິເວນຊ່ອງຄອດຄວນລ້າງໃຫ້ສະອາດ ແລະເຊັດໃຫ້ແຫ້ງ ເພາະຖ້າຫາກບໍ່ເຮັດຄວາມສະອາດຈະເຮັດໃຫ້ເຊື້ອລາຈະເລີນເຕີບໂຕໄດ້ດີ
  3. ຫຼີກລຽງການໃຊ້ນໍ້າຢາດັບກິ່ນ ຫຼືນໍ້າຢາອະນາໄມລ້າງ ຖ້າບໍ່ຈຳເປັນ, ທຳຄວາມສະອາດດ້ວຍນໍ້າທີ່ສະອາດ ແລະເຊັດໃຫ້ແຫ້ງກໍພໍແລ້ວ ເພື່ອຮັກສາຄວາມສົມດູນຂອງແບັກທີເລຍ
  4. ຫຼີກລຽງການໃຊ້ຜ້າອະນາໄມແຜ່ນບາງໆຕິດຕໍ່ກັນຫຼາຍມື້ ເພາະອາດເຮັດໃຫ້ເກີດການອັບຊື້ນ ແລະເປັນບ່ອນສະສົມາຂອງພະຍາດບາງຊະນິດ
  5. ຫຼີກລຽງການໃຊ້ຜ້າອະນາໄມທີ່ຫອມ
  6. ຫຼີກລຽງການມີຄູ່ນອນຫຼາຍຄົນ ເພື່ອຄວາມປອດໄພຈາກການຕິດພະຍາດທາງເພດສຳພັນ ແລະຖ້າຫາກມີເພດສຳພັນ ກໍຄວນໃຊ້ຖົງຢາງອະນາໄມທຸກຄັ້ງ
  7. ກິນອາຫານທີ່ສຸກສະອາດ, ບໍ່ມີສານອັນຕະລາຍ ແລະຫຼີກລຽງອາຫານລົດຊາດເຜັດ ຫຼືເຄັມເກີນໄປ
  8. ຫາກເຫັນວ່າອາການລົງຂາວຜິດປົກກະຕິກໍຄວນຮີບໄປພົບແພດໝໍ ເພື່ອກວດຫາສາເຫດ ແລະໄດ້ຮັບການຮັກສາໄດ້ທັນເວລາ

ພຽງແຕ່ເຮົາສາມາດປະຕິບັດໄດ້ຕາມທີ່ເວົ້າມາຂ້າງເທິງນັ້ນ ອາການລົງຂາວ ກໍຈະບໍ່ເກີດກັບເຮົາອີກຕໍ່ໄປ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...