Homeຂ່າວພາຍ​ໃນເຈົ້າໜ້າທີ່ລະດັບສູງຂອງຈີນ ເຊື່ອໝັ້ນທາງລົດໄຟ ລາວ-ຈີນ ຈະສຳເລັດ ພາຍໃນປີ 2021!

ເຈົ້າໜ້າທີ່ລະດັບສູງຂອງຈີນ ເຊື່ອໝັ້ນທາງລົດໄຟ ລາວ-ຈີນ ຈະສຳເລັດ ພາຍໃນປີ 2021!

Published on

ຂປລ. ຫວ່າງ​ບໍ່​ດົນ​ມາ​ນີ້ ​ເຈົ້າ​ໜ້າທີ່ລະດັບ​ສູງຂອງ ​ບໍລິສັດ ​ທາງ​ລົດ​ໄຟ​ຈີນ ​ໄດ້​​ເປີດເຜີຍຕໍ່​ສື່​ມວນ​ຊົນ​ລາວ ​ແລະ ສາກົນວ່າ​ ​ໂຄງການ​ທາງ​ລົດ​ໄຟ​ ລາວ-​ຈີນ ທີ່​ມີ​ມູນ​ຄ່າ​ຫລາຍຕື້​ໂດ​ລາ​ສະຫະລັດ ຈະ​ສຳ​ເລັດ ​ແລະ ​ເປີດ​ໃຊ້​ບໍລິການ​ພາຍ​ໃນ​ປີ 2021.

ທ່ານ ຈາວ ​ໂກ​ຕັງ ຮອງ​ຫົວໜ້າວິ​ສະ​ວະ​ກຳຂອງ​ ບໍລິສັດ ທາງ​ລົດ​ໄຟ​ຈີນ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຕາມ​ແຜ​ນ​​ໂຄງກາ​ນທາງ​ລົດ​ໄຟ ​ລາວ-​ຈີນ ນັ້ນ​ ຈະ​ສູ້​ຊົນ​ໃຫ້​ສຳ​ເລັດ​ໃນ​ປີ 2021 ​ແລະ ​ໃນ​ການ​ເດີນທາງ​ຢ້ຽມຢາມ ສປປ ລາວ ໃນ​ຕົ້ນ​ເດືອນ​ກັນຍາ​ຜ່ານ​ມາ ​ເຫັນ​ວ່າ ​ເປັນ​ໄປ​ບໍ່​ໄດ້​ທີ່​ໂຄງການ​ຈະ​ບໍ່​ສຳ​ເລັດ​ຕາມ​ແຜນການ. ​

ຢ່າງ​ໃດ​ກໍ​ຕາມ​ ໃນ​ການ​ຢ້ຽມຢາມ​ແຂວງ​ຫລວງ​ພະ​ບາງ ​ໃນ​ຕົ້ນ​ເດືອນ​ກັນຍາ ​ທ່ານ​ ຈາງ ​ເຫັນວ່າ ການ​ທີ່​ຈະ​ຮັບປະກັນຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ ​ແລະ ກໍາມະກອນ ​ທີ່ຈະ​ເຮັດ​ວຽກໃນ​ໂຄງການ​ເສັ້ນທາງ​ລົດ​ໄຟ ​ລາວ-ຈີນ ບໍ່​ວ່າ​ຈະ​ເປັນ​ການ​ສະໜອງທາດ​ຊີ້ນ ​ແລະ ພືດ​ຜັກ ກໍ​ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຢູ່ ​ແນວ​ໃດ​ກໍ​ດີອຳນາດ​ການ​ປົກຄອງທີ່​ກ່ຽວຂ້ອງ ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ສະໜອງບຸກຄະລາ​ກອນ ​ແລະ ປັ​ດ​ໄຈຕ່າງໆ ​ໃຫ້​ແກ່ວຽກງານ​ທີ່​ກ່ຽວຂ້ອງຂອງ​ໂຄງການ​ທາງ​ລົດ​ໄຟ ​ລາວ-​ຈີນ.

​ການ​ປະມູນ​ກໍ່ສ້າງໂຄງການ​ທາງ​ລົດ​​ໄຟ​ລາວ-​ຈີນ​ ໄດ້​ສໍາ​ເລັດ ​​ໃນ​ຕົ້ນ​ເດືອນ​ກັນຍາ 2016 ຜ່ານ​ມາ ​ແລະ ​ໃນ​ປັດຈຸບັນ ບັນດາ​ ບໍລິສັດຮັບ​ເໝົາ ກຳລັງ​ກ້າວ​ສູ່​ໄລຍະ​ກໍ່ສ້າງ ໂດຍຈະ​ມີ​ການ​ກໍ່ສ້າງ 33 ສະຖານີ ອັນ​ລວມມີ 11 ສະຖານີ ທີ່​​ເປັນສະຖານີ​​ໂດຍສານ–ຂົນ​ສົ່ງສິນຄ້າ ​ແລະ ໜຶ່ງສະຖານີ​ ແມ່ນສຳລັບ​ຂົນ​ສົ່ງ​ສິນຄ້າ ​ເຊິ່ງຈະ​ສ້າງ​ຢູ່​ນະຄອນຫລວງ​ວຽງຈັນ ພ້ອມ​ນີ້​ກໍ​ຈະ​ມີຈຸດ​ສັບ​ລາງ ​ແລະ ຈຸດ​ເຊື່ອມ​ຕໍ່ 284 ຈຸດ.

ພາຍຫລັງ​ສຳ​ເລັດການ​ກໍ່ສ້າງ ຈະ​​ເປີດ​ໃຫ້ບໍລິການ 18 ຂະ​ບວນ ​ໃນ​ນັ້ນ 4 ຂະ​ບວນສຳລັບ​ການ​ໂດຍສານ ​ແລະ 14 ຂະ​ບວນສຳ​ລັບ ການຂົນ​ສົ່ງ​ສິນຄ້າ ​ເຊິ່ງຂະ​ບວນ​ໂດຍສານຈະ​ໃຊ້​ຄວາມ​ໄວ 160 ກິ​ໂລ​ແມັດ/ຊົ່ວ​ໂມງ, ສ່ວນ​ຂອບ​ເຂດທົ່ງພຽງສໍາລັບການໂດຍສານ​​ ແມ່ນ​​ໃຊ້​ຄວາມໄວ​ເຖິງ 200 ກິ​ໂລ​ແມັດ/ຊົ່ວ​ໂມງ, ຕະຫລອດ​ໄລຍະ​ເສັ້ນທາງຈະ​ມີ​ອຸມົງ 72 ​ແຫ່ງ ທີ່​ມີ​ຄວາມ​ຍາວລວມ 183 ກມ  ​ແລະ ​ບ່ອນທີ່​ຍາວ​ທີ່​ສຸດ​ 9.5 ກມ ​ເອີ້ນ​ວ່າ​ອຸ​ມົງມິດຕະພາບ​ລາວ-​ຈີນ ​ເຊິ່ງພວມ​ດໍາ​ເນີນ​​ກໍ່ສ້າງ​ຢູ່​ໃນ​ປັດຈຸບັນ ​ຢູ່​ລະຫວ່າງຊາຍ​ແດນ​ ລາວ-​ຈີນ ທີ່​ແຂວງ​ຫລວງ​ນ້ຳ​ທາ. ຖ້າ​ໂຄງການທາງ​ລົດ​ໄຟ​ ລາວ-​ຈີນ ສໍາ​ເລັດ ຈະ​ປະກອບສ່ວນ​ສຳຄັນ ​ໃນ​ການ​ຫັນ​ວິ​ໄສ​ທັດຂອງ​ລັດຖະບານລາວ, ​ການ​ຫັນປະ​ເທດ​ທີີ່ບໍ​ມີ​ທາງ​ອອກ​ສູ່​ທະ​ເລ ກາຍ​ເປັນ​ປະ​ເທດ​ທາງ​ຜ່ານໃຫ້ກາຍ​ເປັນ​ຮູບ​ປະ​ທໍາ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...