spot_img
Homeຂ່າວພາຍ​ໃນລາວເຮົາ ມີລຸ້ນເພີ່ມ ອີກໜຶ່ງ ຫຼຽນຄຳ ຈາກມວຍ ເທຣດິດເຊິນນໍ ມາກທິວອາທ໌ ຫຼື ໂວໂກຈ່ຽນ ໃນອາຊຽນບີຊ ເກມ

ລາວເຮົາ ມີລຸ້ນເພີ່ມ ອີກໜຶ່ງ ຫຼຽນຄຳ ຈາກມວຍ ເທຣດິດເຊິນນໍ ມາກທິວອາທ໌ ຫຼື ໂວໂກຈ່ຽນ ໃນອາຊຽນບີຊ ເກມ

Published on

ທ້າວ ກາວີ ພົມມະຄຳທອງ ນັກກິລາມວຍ ເທຣດິດເຊິນນໍ ມາກທິວອາທ໌ (Traditional Martial Art) ຫຼື ໂວໂກຈ່ຽນ ໄດ້ລຸ້ນຫຼຽນຄຳ ໃນຮຸ່ນນໍ້າໜັກ 50 ຫາ 55 ກິໂລ ໃນລາຍການ ອາຊຽນບີຊ ທີ່ດານັງ.

ກາວີ ມີຜົນງານອັນໂດດເດັ່ນ ໂດຍເອົາຊະນະ ນັກມວຍຊາວ ອີຣານ, ວັນທີ 01 ຕຸລາ ໃນຮອບຮອງຊະນະເລີດ ຜ່ານເຂົ້າໄປໃນ ຮອບຊີງຊະນະເລີດ ໄດ້ຢ່າງສວຍງາມ.

ສຳລັບ ຮອບຊີງຊະນະເລີດ ນີ້ຈະແຂ່ງໃນຕອນບ່າຍ ວັນອາທິດ ທີ 02 ຕຸລາໂດຍ ກາວີ ຈະພົບກັບ ດອງ ຫວນຮູ ນັກມວຍ ຫວຽດນາມ ເຈົ້າພາບ, ເຊິ່ງກາວີ ຈະລົ້ມ ນັກມວຍຫວຽດນາມ ແລະ ຄວ້າເພີ່ມອີກ ຫຼຽນຄຳ ໃຫ້ກັບລາວເຮົາ ໄດ້ອີກ ຫຼື ບໍນັ້ນ ຕ້ອງໄດ້ຕິດຕາມ ແລະ ໃຫ້ກຳລັງໃຈກາວີດ້ວຍ.

7444

 

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...