Homeຂ່າວຕ່າງປະເທດທະເລສາບບູຮານໃນຈີນ ເມື່ອອາກາດຮ້ອນນ້ຳຈະກາຍເປັນສີແດງຂຶ້ນ

ທະເລສາບບູຮານໃນຈີນ ເມື່ອອາກາດຮ້ອນນ້ຳຈະກາຍເປັນສີແດງຂຶ້ນ

Published on

ສຳນັກຂ່າວຣອຍເຕີລາຍງານວ່າ ຜູ້ອຳນວຍການຝ່າຍກິດຈະການຕ່າງປະເທດ ວັດທະນະທຳ ແລະ ການທ່ອງທ່ຽວປະຈຳເມືອງຫຍຸນເສິງ ລະບຸວ່າ ທີ່ທະເລສາບນ້ຳເຄັມບູຮານ ກາຍເປັນສີແດງ ຖືເປັນເລື່ອງປົກກະຕິໃນຊ່ວງໄລຍະນີ້ຂອງແຕ່ລະປີ ເປັນຜົນມາຈາກການເຕີບໃຫຍ່ຂອງສາຫຼ່າຍ ດູນາລິເອລລ່າ ຊາລິນ່າ ໃນທະເລສາບ ແລະ ເມື່ອອາກາດຮ້ອນຂຶ້ນຫຼາຍພຽງໃດ ນ້ຳໃນທະເລສາບກໍ່ຈະກາຍເປັນສີແດງຂຶ້ນເທົ່ານັ້ນ

ທະເລສາບນ້ຳເຄັມແຫ່ງນີ້ ມີມາດົນປະມານ 500 ລ້ານປີແລ້ວ ເປັນທະເລສາບໂຊດ້ຽມ ຊັລເຟດ ທີ່ມີຜືນແຜ່ນດິນອ້ອມຮອບໃຫຍ່ເປັນອັນດັບ 3 ຂອງໂລກ ຊາວບ້ານໃນພື້ນທີ່ສະກັດເກືອມາຈາກທະເລສາບແຫ່ງນີ້ມາດົນຫຼາຍກວ່າ 4,000 ປີແລ້ວ ແລະື ເນື່ອງຈາກນ້ຳໃນທະເລສາບມີຄວາມເຄັມສູງ ຜູ້ຄົນຈິ່ງລອຍຕົວໃນນ້ຳໄດ້ຢ່າງສະບາຍ ທະເລສາບແຫ່ງນີ້ຈິ່ງມີຊື່ຮຽກອີກຊື່ໜຶ່ງວ່າ ໄຊນ່າ ເດດ ຊີ້

edfwef_copy_1475230005

ຂ່າວຈາກ: http://news.sanook.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...