spot_img
Home​ຂ່າວທ່ອງທ່ຽວມາທຳຄວາມຮູ້ຈັກກັບສະຖານທີ່ "ມໍລະດົກໂລກແຫ່ງອາຊຽນ"

ມາທຳຄວາມຮູ້ຈັກກັບສະຖານທີ່ “ມໍລະດົກໂລກແຫ່ງອາຊຽນ”

Published on

ປະເທດສະມາຊິກອາຊຽນມີສະຖານທີ່ທີ່ໜ້າສົນໃຈແຫ່ງໃດແນ່ທີ່ຖືກຈົດທະບຽນຂຶ້ນເປັນມໍລະກົດໂລກ ເຮົາມາເບິ່ງນຳກັນເລີຍ

image-6

  1. ປະເທດໄທ

ປະເທດໄທມີສະຖານທີ່ທີ່ຂຶ້ນທະບຽນເປັນເມືອງ ມໍລະດົກໂລກ ທັງໝົດ 5 ແຫ່ງ ເປັນແຫຼ່ງມໍລະດົກທາງວັດທະນະທຳທັງໝົດ 3 ແຫ່ງ ໄດ້ແກ່:

  • ເມືອງປະຫວັດສາດສຸໂຂໄທ ແລະ ເມືອງ ບໍລິວານ ເມືອງນີ້ຖືກສ້າງຂຶ້ນໃນສັດຕະວັດທີ 13-14
  • ນະຄອນປະຫວັດສາດ ພະນະຄອນສີອະຍຸດທະຍາ ອະດີດເມືອງຫຼວງຂອງຣາຊາອານາຈັກໄທ ເມືອງນີ້ຖືກພະມ້າທຳລາຍລົງເມື່ອສັດຕະວັດທີ 18
  • ແຫລ່ງບູຮານຄະດີບ້ານຊຽງ ໄດ້ຊື່ວ່າເປັນຖິ່ນຖານຍຸກກ່ອນປະຫວັດສາດທີ່ຄົ້ນພົບໃນອາຊີຕະເວັນອອກສຽງໃຕ້
  • ມໍລະດົກໂລກທາງທຳມະຊາດມີ 2 ແຫ່ງໄດ້ແກ່ ເຂດຮັກສາພັນສັດປ່າທຸ້ງໃຫຍ່-ຫ້ວຍຂາແຂ້ງ ເປັນແຫລ່ງມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງປະເທດໄທ ແລະ ພາກພື້ນອາຊີຕະເວັນອອກສຽງໃຕ້
  • ຜືນປ່າເຂົາໃຫຍ່-ດົງພະຍາເຢັນ ບໍລິເວນນີ້ເປັນທີ່ຢູ່ຂອງພືດພັນໄມ້ຫຼາຍກວ່າ 800 ຕະກູນ ສັດລ້ຽງລູກດ້ວຍນ້ຳນົມ 112 ສາຍພັນ, ນົກ 392 ຕະກູນ, ສັດເລືອຄານ 200 ສາຍພັນ ຮວມທັງສັດເຄິ່ງບົກເຄິ່ງນ້ຳ
  • image-5

2.  ປະເທດລາວ

ມີມໍລະດົກໂລກ 2 ແຫ່ງ ເປັນມໍລະດົກໂລກທາງວັດທະນະທຳໄດ້ແກ່ ເມືອງຫຼວງພະບາງ ເປັນຕົວຢ່າງທີ່ຊັດເຈນຂອງການຫຼອມລວມສະຖາປັດຕະຍາກຳປະເພນີ້ດັ່ງເດີມ ແລະ ໂຄງສ້າງເມືອງຂອງລາວກັບສະຖາປັດຕະຍາກຳຢຸໂຣບຍຸກອະນານິຄົມ ໃນສັດຕະວັດທີ 19-20 ມີການອະນຸລັກທິວທັດເມືອງໄວ້ເປັນຢ່າງດີ

ປາສາດຫີນວັດພູ ເປັນສະຖານທີ່ທີ່ເກົ່າແກ່ຫຼາຍກວ່າ 1,000 ປີ ເຊິ່ງຖືກສ້າງຂຶ້ນຕັ້ງແຕ່ສັດຕະວັດທີ 5-15 ທີ່ມີຄວາມສຳພັນກັບອານາຈັກຂະເໝນ

image-7

3. ປະເທດຫວຽດນາມ

ມີມໍລະດົກໂລກ 7 ແຫ່ງ ເປັນມໍລະດົກໂລກທາງວັດທະນະທຳ 5 ແຫ່ງໄດ້ແກ່: ໝູ່ບ້ານບູຮານສະຖານເມືອງເວ້ ອະດີດເປັນເມືອງຫຼວງຂອງຫວຽດນາມ

– ເມືອງບູຮານ ຮອຍອັນ ເມື່ອທ່າໃນອາຊຽນ ເຊິ່ງຖືກສ້າງຂຶ້ນໃນສັດຕະວັດທີ 15-19

– ບູຮານສະຖານໝີເຊິນ ເປັນບູຮານສະຖານໃນຊ່ວງລະຫວ່າງສັດຕະວັດທີ 4-13 ເອກະລັກວັດທະນະທຳມີຕົ້ນກຳເນີດມາຈາກອິນດູຂອງອິນເດຍ

– ປ້ອມທັງລອງ (Thang Long) ສ້າງຂຶ້ນໃນສັດຕະວັດທີ 17 ໂດຍຣາຊາວົງໄລຫວຽດ ໃນບໍລິເວນທີ່ເປັນປ້ອມປາການເກົ່າຂອງຈີນທີ່ມີມາຕັ້ງແຕ່ສັດຕະວັດທີ 7 ປ້ອມນີ້ມີຄວາມສຳຄັນທາງການເມືອງຄືປ້ອງກັນສັດຕູຈາກທາງເໜືອ (ຈີນ) ຢູ່ດົນເຖິງສັດຕະວັດທີ 13

– ພຣະຣາຊາວັງແຫ່ງຣາຊາວົງໂຮ ສ້າງຂຶ້ນຕາມຫຼັກຂົງຈື ໃນປາຍສັດຕະວັດທີ 14 ຕໍ່ມາຮູບແບບການກໍ່ສ້າງໄດ້ກະຈາຍອອກໄປທົ່ວອາຊີ

ແລະ ມີແຫຼ່ງມໍລະດົກໂລກທາງທຳມະຊາດ 2 ແຫ່ງ ໄດ້ແກ່: ອ່າວຮາລອງ ອ່າວແຫ່ງໜຶ່ງໃນພື້ນທີ່ຂອງອ່າວຕັງເກຍ ຊື່ໃນພາສາຫວຽດນາມນີ້ໝາຍເຖິງ “ອ່າວແຫ່ງມັງກອນຜູ້ດຳດິ່ງ”

ອຸທະຍາແຫ່ງຊາດ ຟົງ ງາ-ເຄ ບັງ ເຊິ່ງວິວັດທະນາການມາຕັ້ງແຕ່ຍຸກນ້ຳກ້ອນ (ປະມານ 400ລ້ານປີ) ດັ່ງນັ້ນບໍລິເວນນີ້ຈິ່ງເປັນເນື້ອທີ່ແບບຫີນປູນ

image-8

4. ປະເທດຟີລິປິນ

ມີແຫຼ່ງມໍລະດົກໂລກ 5 ແຫ່ງ ເປັນມໍລະດົກໂລກທາງວັດທະນະທຳ 3 ແຫ່ງ ໄດ້ແກ່: ນະຄອນປະຫວັດສາດວີກັນ ເມືອງແຄມຝັ່ງທະເລດ້ານຕະເວັນຕົກຂອງເກາະລູຊອນ ສາທາລະນະລັດຟິລິປິນ ເປັນເມືອງທີ່ສະເປນເຄີຍມາຕັ້ງຄ້າຍໄວ້ ມີບ້ານເຮືອນເກົ່າແກ່ຊົງສະເປນທີ່ຍັງສົມບູນຢູ່ຫຼາຍໃນເຂດເມືອງເກົ່າ

– ໂບດບາໂຣດແຫ່ງຟິລິປິນ ມີທັງໝົດ 4 ຫຼັງ ສ້າງໂດຍຊາວສະເປນໃນປາຍສັດຕະວັດທີ 16 ຕັ່ງຢູ່ນະຄອນມະນິລາ

– ນາຂັ້ນໄດແຫ່ງພູເຂົາຟິລິປິນ ຕັ້ງຢູ່ເກາະລູຊອນທາງພາກເໜືອຂອງຟິລິປິ ໂດຍຊາວບ້ານພື້ນເມືອງ ອິຟູເກົາ (Ifugao) ສ້າງນາຂັ້ນໄດແຫ່ງນີ້ຂຶ້ນຫຼາຍກວ່າ 2,000 ປີແລ້ວ

ແລະ ມໍລະດົກໂລກທາງທຳມະຊາດ 2 ແຫ່ງໄດ້ແກ່: ອຸທະຍານແຫ່ງຊາດແມ່ນ້ຳໃຕ້ດິນປວຍຣໂຕ – ປຣິນເຊຊາ ແລະ ອຸທະຍານປະກາຣັງທະເລທຸບບາຕາຮະ

image-9

5. ປະເທດກຳປູເຈຍ

ປະເທດກຳປູເຈຍ ມີແຫລ່ງມໍລະດົກໂລກ 2 ແຫ່ງໄດ້ແກ່: ເມືອງນະຄອນວັດ (ອັງກໍວັດ) ອຸທະຍານບູຮານນະຄອນວັດເປັນທີ່ຕັ້ງຂອງຊາກທີ່ເຫຼືອຂອງເມືອງຫຼວງຕ່າງໆ ຂອງອານາຈັກຂະເໝນ ຮວມເຖິງນະຄອນທຳ ປາສາດບາຍົນອັນງົດງາມປະດັບປະດາດ້ວຍປະຕິມະກຳທີ່ຫຼາກຫຼາຍ

– ປາສາດພຣະວິຫານສ້າງຂຶ້ນເພື່ອຖວາຍແດ່ພຣະຊີວະ ຕົວວິຫານປະກອບດ້ວຍອາຄານຕໍ່ເນື່ອງເຊື່ອມໂດຍລະບຽງຄົດ ແລະ ຂັ້ນໄດທີ່ມີຄວາມຍາວຫຼາຍກວ່າ 800  ແມັດ
image-10

6. ປະເທດ ມາເລເຊຍ

ປະເທດມາເລເຊຍ ມີອຸທະຍານແຫ່ງຊາດ 4 ແຫ່ງ ເປັນແຫຼ່ງມໍລະດົກໂລກທາງວັດທະນະທຳ 2 ແຫ່ງ ໄດ້ແກ່: ອຸທະຍານຄິນາບາລູ ໃນລັດຊາບາທາງພາກເໜືອສຸດຂອງເກາະບໍຣນຽວ

– ອຸທະຍານແຫ່ງຊາດກູນຸງມູລູ ຕັ້ງຢູ່ໃນເກາະບໍຣນຽວ ລັດຊາຣາວັກ ປະເທດມາເລເຊຍ ມີພັນພືດຫຼາຍກວ່າ 3,500 ຊະນິດ ແລະ ມີພັນປາມຫຼາຍກວ່າ 109 ຊະນິດ

ແລະ ແຫລ່ງມໍລະດົກໂລກທາງວັດທະນະທຳ 2 ແຫ່ງ ໄດ້ແກ່: ມາລະກາ ແລະ ຈໍຣທາວ ນະຄອນປະຫວັດສາດແຫ່ງຊ່ອງແຄບມາລະກາ ເມືອງນີ້ໄດ້ພັດທະນາມາຫຼາຍກວ່າ 500 ປີ ເຊິ່ງມີຕົນກຳເນີດມາຈາກລັດສຸລາຕານມາເລໃນສັດຕະວັດທີ 15

ແຫລ່ງບູຮານຄະດີພູເຂົາເລັງກອງ ຕັ້ງຢູ່ລັດເປຣັດ ປະເທດມາເລເຊຍ ເປັນແຫຼ່ງຂອງມະນຸດຍຸກບູຮານທີ່ເກົ່າແກ່ທີ່ສຸດທີ່ຢູ່ນອກທະວີບອັຟຣິກ ມີທັງທີ່ພົບຢູ່ໃນກາງແຈ້ງ ແລະ ໃນຖ້ຳ ເຊິ່ງມີຫຼັກຖານຈາກເຄື່ອງມືເຄື່ອງໃຊ້ໃນຍຸກ Palaeolithic

image-11

7. ປະເທດ ອິນໂດເນເຊຍ

ມີແຫຼ່ງມໍລະດົກໂລກຫຼາຍທີ່ສຸດ 8 ແຫ່ງ ເປັນມໍລະດົກໂລກທາງວັດທະນະທຳ 4 ແຫ່ງ ໄດ້ແກ່ ກຸ່ມວັດບຸໂຣພຸດໂທ ຕັ້ງຢູ່ພາກກາງຂອງເກາະຊາວາ ຖ້າບໍ່ນັບນະຄອນວັດຂອງກຳປູເຈຍ ເຊິ່ງເປັນທັງສາດສະໜາສະຖານຂອງສາສະໜາພາມ-ອິນດູ ແລະ ສາສະໜາພຸດ ບຸໂຣພຸດໂທຈະເປັນສາດສະຖານຂອງສາສະໜາພຸດທີ່ໃຫຍ່ທີ່ສຸດໃນໂລກ

– ແຫລ່ງມະນດຍຸກເລີ່ມທຳອິດ ຊັງງີຣັນ ແຫລ່ງບູຮານຄະດີຂຸດຄົ້ນພົບຕັ້ງແຕ່ປີ ພ.ສ 1936-1941 ຊາກຮ່າງມະນຸດ ແລະ ຊາກຂອງ Meganthropus erectus/Homo erectus ໂດຍເຄິ່ງໜຶ່ງເປັນຊາກມະນຸດທີ່ອາໃສໃນສະໄໝອະດີດປະມານ 1,5 ລ້ານປີ

– ກຸ່ມວັດພຣຳບານັນ ວັດໃນສາສະໜາອິນດູທີ່ໃຫຍ່ທີ່ສຸດເພື່ອບູຊາພຣະຊີວະໃນອິນໂດເນເຊຍ

– ພູມສັນຖານທິວທັດທຳມະຊາດເຂດບາຫລີ

ແລະ ມໍລະດົກໂລກທາງທຳມະຊາດ 4 ແຫ່ງ ໄດ້ແກ່ ອຸທະຍານແຫ່ງຊາດ ອູຈຸງກູລອນ, ອຸທະຍານແຫ່ງຊາດໂຄໂມໂດ, ອຸທະຍານແຫ່ງຊາດລໍເຣນຊ໌, ມໍລະດົກປ່າຝົນເຂດຮ້ອນຂອງເກາະສຸມາຕຣາ

ສ່ວນປະເທດມຽນມາ, ສິງກະໂປ ແລະ ບູຣໄນນັ້ນ ເປັນປະເທດທີ່ບໍ່ມີແຫລ່ງມໍລະດົກໂລກ ປະເທດອາຊຽນໃນວັນນີ້ຈິ່ງເປັນທີ່ຕັ້ງຂອງແຫຼ່ງມໍລະດົກໂລກ ລວມມີ 33 ແຫ່ງ ໃນ 7 ປະເທດ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)