spot_img
Homeໜັງໃໝ່ຮູບເງົາ ຄູ່ໃຫຍ່ສັ່ງມາຟາດ ຂອງ ເຊິນຫຼົງ ສ້າງລາຍຮັບໃນພຽງ 4 ວັນ ຫຼາຍເຖິງ 460,000 ລ້ານກີບ

ຮູບເງົາ ຄູ່ໃຫຍ່ສັ່ງມາຟາດ ຂອງ ເຊິນຫຼົງ ສ້າງລາຍຮັບໃນພຽງ 4 ວັນ ຫຼາຍເຖິງ 460,000 ລ້ານກີບ

Published on

ເຈົ້າພໍ່ວົງການບູ້ ເຊີນຫຼົງ ບໍ່ວ່າຈະສ້າງຮູບເງົາແນວ ບູ້-ແອັກຊັ້ນ ເລື່ອງໃດກໍໂດ່ງດັງຢ່າງຕໍ່ເນື່ອງ ຫຼ້າສຸດກັບຜົນງານ ແອັກຊັ້ນຄອມເມດີ ເລື່ອງ “ຄູ່ໃຫຍ່ສັ່ງມາຟາດ (Skiptrace)” ທີ່ເຂົ້າສາຍໃນປະເທດຈີນພຽງ 4 ວັນທໍາອິດເທົ່ານັ້ນ ກໍກວາດເອົາເງິນເຂົ້າກະເປົາແບບສະບາຍ ສະບາຍ 460,000 ລ້ານກີບ

unnamed

ຮູບເງົາເລື່ອງນີ້ໄດ້ ເລນບີ້ ຮາລິນ (Renny Harlin) ມາເປັນຜູ້ກໍາກັບ ເຊິ່ງເຄີຍສ້າງຜົນງານ ແອັກຊັ້ນ ມາແລ້ວເຊັ່ນ: Cliffhanger, Die Hard2 ແລະ Deep Blue Sea ແລະ ໄດ້ນັກສະແດງນໍາຫຼາກຫຼາຍຝີມືເຊັ່ນ: ຈອນນີ້ ນ໋ອກວິວ (Johnny Knoxville) ແລະ ຟາມປິງໆ(Fan Bing Bing) ມາເສີມທັກສະ ຈັດເຕັມຄວາມມັນຈົນ ເຈັບກ້າມຄາງແນ່ນອນ.

ສຳລັບເລື່ອງ “ຄູ່ໃຫຍ່ສັ່ງມາຟາດ (Skiptrace)” ແມ່ນເວົ້າເຖິງ ເລື່ອງລາວຂອງສາຍສືບຊາວຮົງກົງ ທີ່ກໍາລັງຕາມລ້າຫົວໜ້າແກ້ງມາເຟຍ ເມື່ອຫຼານສາວຂອງສາຍສືບ ຕ້ອງໄປພົວພັນກັບອົງກອນຂອງມາເຟຍ ເຊິ່ງຄົນທີ່ມີຫຼັກຖານສາມາດກ່າວເຖິງຕົວເຈົ້າພໍ່ໄດ້ນັ້ນຄື ນັກພະນັນຊາວອາເມຣິກາ ແຕ່ບັງເອີນຖືກແກ້ງມາເຟຍຈັບໄປລັດເຊຍ ເຊິ່ງລາວຕ້ອງການຈະກັບມາເກົາ ດັ່ງນັ້ນ ຕົວພະເອກ ກໍຄືເຊີນຫຼົງ ຈິ່ງຕ້ອງນໍາໄປຊ່ວຍເຫຼືອ ຄອນເນີ (ຊາຍຊາວອາເມຣິກາ) ເພື່ອເປັນພະຍານ ຈັບຕົວຄົນບໍ່ດີມາລົງໂທດ ແລະ ຊ່ວຍເຫຼືອ ຫຼານສາວໃຫ້ໄດ້ ພາລະກິດຟາດພວງຄວາມມັນຂ້າມພົມແດນຕັ້ງແຕ່ ພູເຂົາໃນ ມົງໂກເຣຍ ຈົນເຖິງ ທະເລສາຍ ໂກບີເຣືອຍ ຈົນມາຮອດມາເກົາຈິ່ງເກີດຂຶ້ນ.

ທີ່ມາຈາກ: http://targetlaos.com/

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...