spot_img
Homeນານາສາລະເປັນຫຍັງຕ້ອງທັກທາຍກັນດ້ວຍ ການຈັບມື?

ເປັນຫຍັງຕ້ອງທັກທາຍກັນດ້ວຍ ການຈັບມື?

Published on

ການທັກທາຍດ້ວຍການຈັບມື ກຳລັງເປັນທີ່ກ່າວເຖິງໃນວົງການສື່ອອນລາຍ ຂອງປະເທດລາວ ໂດຍສະເພາະແມ່ນຄໍລ່ຳບັນເທີງ-ດາລາ. ດັ່ງນັ້ນ, ມື້ນີ້ລາວໂພສຈຶ່ງຢາກນຳສະເໜີບົດຄວາມກ່ຽວກັບ ການທັກທາຍດ້ວຍການຈັບມືດັ່ງກ່າວ.

ຕາມທຳມະດາແລ້ວ ປະຊາຊົນລາວ ມີຄວາມຄຸ້ນເຄີຍກັບປະເພນີການທັກທາຍດ້ວຍການ ຍໍມືນົບ ໂດຍສະເພາະແມ່ນລະຫວ່າງຜູ້ໃຫຍ່ກັບເດັກນ້ອຍ ຫຼືຜູ້ຊາຍກັບແມ່ຍິງ ແຕ່ໃນຂະນະດຽວກັນການທັກທາຍກັບແຂກສາກົນນັ້ນ ກໍມັກຈະທັກທາຍດ້ວຍການຈັບມື ໂດຍສະເພາະແມ່ນຜູ້ຊາຍກັບຜູ້ຊາຍ ແລະຖ້າເປັນຍິງກັບຊາຍກໍມັກຈະນົບກ່ອນ ແລ້ວຕາມດ້ວຍການຈັບມື.

ເຖິງແມ່ນວ່າແຕ່ລະຊາດອາດຈະມີວັດທະນະທຳການທັກທາຍທີ່ແຕກຕ່າງກັນ ແຕ່ການຈັບມືເປັນການທັກທາຍກັນເປັນພາສາສາກົນທີ່ທຸກຊາດໃນໂລກນີ້ສາມາດໃຊ້ການທັກທາຍນີ້ໄດ້ ໂດຍບໍ່ຖືວ່າເປັນເລື່ອງຜິດພາດແຕ່ປະການໃດ ແລະການທັກທາຍດ້ວຍການຈັບມືຍັງໝາຍເຖິງຄວາມເທົ່າທຽມກັນທາງດ້ານສິດທິແລະກຽດສັກສີຂອງມວນມະນຸດ ແລະຂອງເພດກົງກັນຂ້າມ ດັ່ງນັ້ນ, ການທັກທາຍດ້ວຍການສຳຜັດມືຈຶ່ງຖືກນຳໃຊ້ຢ່າງກວ້າງຂວາງແລະເປັນທາງການທີ່ສຸດຂອງໂລກ.

ຄຳວ່າ: ຈັບມື ຫຼືເປັນພາສາອັງກິດວ່າ shake hands ຖ້າແປຕາມໂຕ ຈະໝາຍເຖິງ ສັ່ນມື ຫຼືການຈັບມືແລ້ວສັ່ນ ເພື່ອສື່ເຖິງອາລົມວ່າ: ເປັນຈັ່ງໃດສະບາຍດີຢູ່ບໍ? ເຮົາຈະມັກເຫັນການຈັບມືເພິ່ນຈະຈັບແລ້ວສັ່ນເລັກໜ້ອຍ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...