ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງຕໍ່ກອງປະຊຸມ
ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ໃນວັນທີ 11 ກໍລະກົດ ກ່ຽວກັບບັນຫາທີ່ສະມາຊິກສະພາແຫ່ງ
ຊາດ (ສສຊ) ສົນໃຈຫຼາຍ ໂດຍແມ່ນບັນຫານັກຮຽນຄ້າງຫ້ອງ, ການປະລະການຮຽນ ແລະ ການລອດເຫຼືອ
ຂອງນັກຮຽນຊັ້ນປະຖົມ ໂດຍສະເພາະຢູ່ທ້ອງຖິ່ນເຂດຊົນນະບົດ ແລະ ທ້ອງຖິ່ນຊົນເຜົ່າ, ຕໍ່ກັບບັນຫານີ້
ທ່ານຊີ້ແຈງວ່າ: ສາເຫດຕົ້ນຕໍ ແມ່ນຍ້ອນນັກຮຽນ ປ1 ຢູ່ຊົນນະບົດສ່ວນຫຼາຍແມ່ນບໍ່ໄດ້ເຂົ້າໂຮງຮຽນລ້ຽງ
ເດັກ – ອະນຸບານ ໂດຍສະເພາະແມ່ນເດັກຢູ່ເຂດບໍ່ທັນມີໂຮງຮຽນລ້ຽງເດັກ – ອະນຸບານ, ເດັກເຂົ້າໂຮງຮຽນ
ບໍ່ຖືກຕາມເກນອາຍຸ ສ່ວນຫຼາຍແມ່ນເຂົ້າຮຽນຊ້າ ແລະ ອີກຢ່າງໜຶ່ງໂຮງຮຽນຊັ້ນອະນຸບານ, ປະຖົມສຶກສາ
ຫຼາຍແຫ່ງຍັງບໍ່ແມ່ນໂຮງຮຽນຖາວອນ, ບໍ່ໄດ້ມາດຕະຖານບໍ່ເປັນທີ່ດຶງດູດນັກຮຽນໃຫ້ມາເຂົ້າໂຮງຮຽນ,
ຂາດສິ່ງອຳນວຍຄວາມສະດວກອື່ນໆ, ຄູມີຄວາມຮູ້ຈຳກັດ ຈຳນວນຄູມີລັກສະນະເຫຼືອບໍ່ພໍ, ພ້ອມນີ້ພໍ່ແມ່
ຜູ້ປົກຄອງເດັກ ຍັງບໍ່ເຫັນຄວາມສຳຄັນຂອງການສຶກສາເທົ່າທີ່ຄວນ, ການສົມທົບພົວພັນລະຫວ່າງ ໂຮງ
ຮຽນ, ອຳນາດການປົກຄອງ, ການສະໜັບສະໜູນທາງສັງຄົມຍັງບໍ່ກວ້າງຂວາງ ແລະ ລະຫວ່າງຄູສອນກັບ
ຜູ້ປົກຄອງເດັກ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເຫລົ່ານີ້ເປັນຕົ້ນ.
ສຳລັບວິທີການ ແລະ ມາດຕະການແກ້ໄຂ ກະຊວງສຶກສາໄດ້ມີມາດຕະການ ເພື່ອບັນລຸເປົ້າໝາຍສະຫັດ
ສະວັດຄື: ກວດກາ ແລະ ຈັດສັນຄືນໃໝ່ແຜນທີ່ການສຶກສາ, ຂະຫຍາຍໂຮງຮຽນລ້ຽງເດັກ – ອະນຸບານ,
ຫ້ອງປີກຽມ, ສູນການສຶກສາຊຸມຊົນ ໄປສູ່ເຂດທີ່ບໍ່ທັນມີໂຮງຮຽນ, ສູນດັ່ງກ່າວ, ປັບປຸງປົວແປງບັນດາ
ໂຮງຮຽນທີ່ຍັງເປັນໂຮງຮຽນຊົ່ວຄາວ, ໂຮງຮຽນບໍ່ໄດ້ມາດຕະຖານ ໃຫ້ເປັນໂຮງຮຽນຖາວອນ ໄດ້ມາດຕະ
ຖານ ໂດຍໃຫ້ຕິດພັນກັບການຈັດສັນພູມລຳເນົາ, ການຈັດສັນບ້ານ, ການໂຮມບ້ານ ແລະ ບ້ານ 3 ສ້າງ,
ສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດບັນດາໂຄງການຕ່າງໆທີ່ມີແລ້ວຢູ່ໃນແຕ່ລະທ້ອງຖິ່ນ ເປັນຕົ້ນ
ແມ່ນໂຄງການອາຫານເສີມ, ອາຫານກາງວັນໃນໂຮງຮຽນ, ໂຄງການສ້າງຫໍພັກຢູ່ກັບໂຮງຮຽນໃຫ້ ນັກຮຽນ
ສຳລັບຜູ້ທີ່ຢູ່ຫ່າງໄກຈາກໂຮງຮຽນ ນັບທັງໂຮງຮຽນ ສາມັນກິນນອນຊົນເຜົ່າ ແລະ ໂຄງການອື່ນໆໃຫ້ມີ
ຄວາມຍືນຍົງ, ມີປະສິດທິຜົນ ແລະ ມີຄວາມຜ່ອງໃສ, ປະຕິບັດການເລື່ອນຂັ້ນແບບຕໍ່ເນື່ອງໃຫ້ທົ່ວເຖິງ
ແລະ ຖືກຕ້ອງ, ເດັດຂາດ ຕາມລະບຽບຫຼັກການ, ສອນ ເພີ່ມບຳລຸງນັກຮຽນອ່ອນຢ່າງເປັນລະບົບໂດຍມີ
ແຜນ, ມີການຈັດຕັ້ງຢ່າງຄັກແນ່ໃນການຈັດຕັ້ງບຳລຸງນັກຮຽນອ່ອນ; ຄົ້ນຄວ້າສ້າງມາດຖານ ແລະ ວິທີ
ການສັບຊ້ອນບັນຈຸຄູ, ຈັດສັນຄູສອນຊັ້ນລ້ຽງເດັກ – ອະນຸບານ ແລະ ຊັ້ນປະຖົມ ສຶກສາຄົນໃໝ່ ໂດຍສະ
ເພາະແມ່ນຈັດສັນຄູຜູ້ທີ່ມີບົດຮຽນ, ມີປະສົບການໃນການສອນ ໃຫ້ສອນຊັ້ນ ປ1 ແລະ ປ2, ປັບປຸງວິທີ
ການສິດ ສອນຂອງຄູ ແລະ ວິທີການບໍລິຫານໂຮງຮຽນໃຫ້ ຜູ້ອຳນວຍການໂຮງຮຽນ; ຈັດສັນງົບປະມານ
ບໍລິຫານໂຮງ ຮຽນໃຫ້ໄດ້ຕາມ ຫົວໜ່ວຍນັກ ຮຽນ, ສະໜອງອຸປະກອນການ ຮຽນ – ການສອນປຶ້ມແບບ
ຮຽນ, ຄູ່ມືຄູ ແລະ ສົ່ງເສີມການຜະລິດສື່ການຮຽນ – ການສອນ ໃນໂຮງຮຽນໃຫ້ແທດເໝາະ ກັບຄວາມ
ຕ້ອງການຂອງຜູ້ ຮຽນ ໂດຍສະເພາະເດັກທີ່ມີຄວາມຕ້ອງການພິເສດ, ເດັກ ຍິງ, ເດັກຢູ່ເຂດຊົນນະບົດ
ຫ່າງໄກສອກຫຼີກ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງອອກນິຕິກຳ ໃນການແບ່ງໜ້າທີ່ ແລະ ຄວາມຮັບ
ຜິດຊອບຕໍ່ເດັກນັກຮຽນລະ ຫວ່າງໂຮງຮຽນ, ຄອບຄົວ ແລະ ສັງຄົມໃຫ້ລະອຽດຈະແຈ້ງ.
ແຫຼ່ງຂ່າວ: ໜັງສືພິມປະຊາຊົນ