spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ກັນຍາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 7 ກັນຍາ

Published on

ວັນທີ 7 ກັນຍາ ປີ 2004 ຫຼືມື້ນີ້ເມື່ອ 12 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Silent Hill 4: The Room ເທິງເຄື່ອງ PS2 ແລະ Xbox ທີ່ປະເທດສະຫະລັດອາເມຣິກາ. ໂດຍພາກນີ້ເປັນພາກສຸດທ້າຍທີ່ພັດທະນາໂດຍ Team Silent ເຊິ່ງເຮັດເກມ Silent Hill ມາແລ້ວ 4 ພາກໃຫ້ກັບ Konami ກ່ອນທີ່ຈະຍ້າຍໃຫ້ທີມພັດທະນາຈາກຕາເວັນຕົກແບບ Climax Studios ແລະ Double Helix Games ນຳໄປພັດທະນາຕໍ່ ແລະ Silent Hill 4 ນີ້ຍັງໄດ້ທ່ານອາກິຣະ ຢາມາໂອກະ ນັກແຕ່ງເພງປະກອບປະຈຳຊີຣີນີ້ມາເປັນໂປຣດິວເຊີ້ໃຫ້ອີກນຳ. 

ສຳລັບເລື່ອງຂອງເກມນີ້ຈະເລົ່າເຖິງ ເຮນຣີ້ ທາວເຊນ ຊາຍໜຸ່ມຜູ້ອາໄສຢູ່ໃນອະພາຣ໌ດເມນແຫ່ງໜຶ່ງ ໃນເມືອງເຊົາແອດຟິວ (South Ashfield) ທີ່ຢູ່ໆ ກໍຖືກກັກຂັງຢູ່ໃນຫ້ອງພັກຂອງໂຕເອງເປັນເວລາ 5 ມື້ແລ້ວ, ໂດຍທີ່ລາວບໍ່ສາມາດຕິດຕໍ່ກັບໂລກພາຍນອກໄດ້ເລີຍ ບໍ່ດົນຫຼັງຈາກນັ້ນລາວກໍພົບວ່າມີອຸໂມງເລິກລັບປະກົດຢູ່ພາຍໃນຫ້ອງນ້ຳທີ່ນຳໄປສູ່ສະຖານທີ່ຕ່າງໆ ແລະກໍໄດ້ຮູ້ວ່າຜູ້ຄົນທີ່ເຮນຣີ້ໄດ້ພົບໃນມິຕິອື່ນຕ່າງຖືກຂ້າຕາຍທັງໝົດ ແລະກາຍເປັນສົບໃນໂລກຄວາມເປັນຈິງນຳ ເຊິ່ງທຸກຄົນທີ່ຕາຍໄປລ້ວນມີຄວາມກ່ຽວຂ້ອງກັບອະດີດຂ້າຕະກອນໂລກຈິດນາມວ່າ ວໍເຕີ້ ຊັລລິແວນ ທີ່ເສຍຊີວິດໄປດົນແລ້ວ. ໃນຊ່ວງທ້າຍເກມ ເຮນຣີ້ໄດ້ລອງແກະຮອຍກ່ຽວກັບຊັລລິແວນ ຈົນໄດ້ຮັບຂໍ້ມູນຄືໄດອາຣີ້ທີ່ ໂຈເຊບ ຊະໄຣເບີ້ ຜູ້ເຂົ້າພັກຫ້ອງດຽວກັບເຮນຣີ້ທີ່ເປັນຄົນກ່ອນໜ້າໄດ້ຖິ້ມເອົາໄວ້ ໂດຍໂຈເຊບເອງກໍເຄີຍສືບເລື່ອງລາວຂອງຊັລລິແວນຄືກັນ ຈົນຮູ້ໄດ້ວ່າຊັລລິແວນເປັນເດັກກຳພ້າທີ່ເຊື່ອວ່າແມ່ແທ້ໆ ຂອງໂຕເອງເຄີຍພັກຢູ່ໃນຫ້ອງດຽວກັບທັງໂຈເຊບແລະເຮນຣີ້ມາກ່ອນ ເລີຍຈະຊຳລະລ້າງອະພາຣ໌ດເມນ ດ້ວຍການເຮັດພິທີທີ່ຕ້ອງຂ້າເຫຍື່ອຈຳນວນ 21 ຄົນ, ເຮນຣີ້ຈຶ່ງຕ້ອງຢຸດແຜນຮ້າຍຂອງຊັລລິແວນໃຫ້ໄດ້ ບໍ່ສະນັ້ນລາວກໍຈະກາຍເປັນສົບຄົນທີ 21 ເອງ. 

ທາງດ້ານ Gameplay ຂອງ Silent Hill 4: The Room ເຮົາຈະໄດ້ຮັບບົດເປັນ ເຮນຣີ້ ທາວເຊນ ທີ່ຕ້ອງການຈະຫາທາງໜີອອກໄປຈາກອະພາຣ໌ດເມນທີ່ໂຕເອງອາໄສຢູ່ ໂດຍຮູບແບບຂອງເກມນີ້ຈະແບ່ງອອກເປັນ 2 ສ່ວນ ໄດ້ແກ່ລະຫວ່າງທີ່ຢູ່ໃນຫ້ອງພັກ ເຊິ່ງຈະເປັນມຸມກ້ອງແບບມຸມມອງບຸກຄົນທີ 1 ສ່ວນເວລາມຸດອຸໂມງໄປອີກໂລກອື່ນໆ ຈະເປັນມຸມມອງບຸກຄົນທີ 3 ຄືພາກກ່ອນ ແຕ່ວ່າຜູ້ຫຼິ້ນຈະສາມາດເຊບເກມໄດ້ກໍຕໍ່ເມື່ອຢູ່ໃນຫ້ອງພັກເທົ່ານັ້ນ ແລະຊ່ວງເຄິ່ງທຳອິດຂອງເກມ ຜູ້ຫຼິ້ນສາມາດໃຊ້ຫ້ອງພັກຂອງເຮນຣີ້ເປັນບ່ອນຟື້ນຟູພະລັງຈົນເຕັມໄດ້ອີກນຳ. ທັງນີ້, ໃນສ່ວນຂອງລະບົບການປະຈົນໄພແລະການຕໍ່ສູ້  ຜູ້ຫຼິ້ນຈະສາມາດຖືໄອເທັມຕິດໂຕໄດ້ຈຳກັດຈຳນວນອັນ ໂດຍສາມາດຝາກໄອເທັມໄວ້ໃນກ່ອງທີ່ຢູ່ໃນຫ້ອງຂອງເຮນຣີ້ ແລະການໂຈມຕີດ້ວຍອາວຸດໄລຍະປະຊິດຂອງເກມນີ້ຈະມີທັງແບບໂຈມຕີທຳມະດາ ແລະແບບສາກຈົນເຕັມເກດແລ້ວຕີ, ເຊິ່ງແບບສາກແລ້ວຕີນັ້ນຈະແຮງກວ່າ ແຕ່ກໍຈະໃຊ້ເວລາໃນການຕີດົນກວ່າເຊັ່ນກັນ ແຕ່ວ່າອາວຸດໄລຍະປະຊິດພວກນີ້ຈະມີເພໄດ້ຫາກວ່ານຳໄປຕີສັດຕູຫຼາຍລະດັບໜຶ່ງ (ລະບົບຄ້າຍກັບ Silent Hill ພາກ Origins)

Fact ເລັກນ້ອຍກ່ຽວກັບເກມ Silent Hill 4: The Room

  • ສາເຫດທີ່ພາກນີ້ບໍ່ໄດ້ຢູ່ສະຖານທີ່ໃນເມືອງ Silent Hill ນັ້ນກໍເປັນເພາະວ່າໃນຕອນທຳອິດທາງ Konami ຕັ້ງໃຈຈະໃຫ້ເກມນີ້ເປັນເກມໄຕເຕິ້ນໃໝ່ທີ່ໃຊ້ຊື່ອື່ນຢູ່ແລ້ວ ແຕ່ພໍເຮັດໄປເຮັດເຮັດມາຈົນຈົບຂະບວນການພັດທະນາ ທາງ Konami ກໍຕັດສິນໃຈປັບເນື້ອເລື່ອງເລັກນ້ອຍແລ້ວຍ້າຍໃຫ້ໄປຢູ່ໃນ Timeline ດຽວກັນກັບ Silent Hill ແທນໄປເລີຍແລະນີ້ຈຶ່ງເປັນເຫດຜົນຫຼັກວ່າເປັນຫຍັງຈຶ່ງບໍ່ມີສະຖານທີ່ໃນເມືອງ Silent Hill ນັ້ນເອງ. 

  • Silent Hill 4: The Room ເປັນພາກທຳອິດຂອງຊີຣີ Silent Hill ທີ່ຖືກຈັດເຣດຈາກທົ່ວໂລກໃຫ້ເໝາະກັບຜູ້ຫຼິ້ນອາຍຸ 17 ປີຂຶ້ນໄປ ເນື່ອງຈາກມີພາບແລະເນື້ອຫາທີ່ຮຸ່ນແຮງກວ່າພາກອື່ນໆ.

  • ວໍເຕີ້ ຊັລລິແວນ ໂຕຮ້າຍຫຼັກຂອງພາກນີ້ ເຄີຍຖືກກ່າວເຖິງໃນໄຟລ໌ທີ່ເປັນໜັງສືພິມເຊິ່ງມີໃຫ້ອ່ານໃນພາກ 2 ໂດຍລະບຸວ່າເຈົ້າໂຕເປັນຂ້າຕະກອນໂລກຈິດທີ່ເຄີຍໃຊ້ຂວານສັບສົບເດັກນ້ອຍໄປແລ້ວເຖິງ 2 ສົບ. 

  • ໃນຊ່ວງທີ່ເກມນີ້ ວາງຈຳໜ່າຍກະແສຂອງເກມນີ້ໄດ້ແຕກອອກເປັນ 2 ຝັ່ງຢ່າງຊັດເຈນ ບໍ່ວ່າຈະເປັນທັງນັກຣີວິວ ແລະຜູ້ຫຼິ້ນທົ່ວໄປ. ໂດຍ Marc Saltzman ນັກຣີວິວຈາກສຳນັກຂ່າວ CNN ໄດ້ກ່າວວ່າ Silent Hill 4 ເປັນຕົ້ນແບບຂອງການກ້າເຮັດໃນສິ່ງໃໝ່ ໃຫ້ກັບຊີຣີເນື່ອງຈາກຮູບເງົາສະຢອງຂວັນຂອງຮໍລີ້ວູດຍັງຂາດຄຸນສົມບັດໃນຂໍ້ນີ້ ທີ່ພະຍາຍາມຈະອະນຸລັກສະຕາຍການນຳສະເໜີຄວາມຫຼອນດ້ວຍຮູບແບບເກົ່າໆ ຈົນເຮັດໃຫ້ເມື່ອເຮັດພາກຕໍ່ອອກມາກໍຈະຍິ່ງເຮັດໃຫ້ຄວາມນິຍົມຕົກຕ່ຳລົງ ເພາະຄົນເລີ່ມຮູ້ມຸກຜີໂພ່ແບບເກົ່າໆ, ໃນຂະນະດຽວກັນ ທາງ IGN ໄດ້ເວົ້າເຖິງປະເດັນຂອງລະບົບເກມ ທີ່ພາກນີ້ມີສາກສູ້ກັບບອສໜ້ອຍເກີນໄປ ແລະປິດສະໜາໃນເກມເບິ່ງແລ້ວບໍ່ຄ່ອຍທ້າທາຍຄືກັບ 3 ພາກກ່ອນໜ້າ. 

ທີ່ມາ: online station

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...