Homeຂ່າວຕ່າງປະເທດສາວອາເມຣິກັນ ໜີໜຸ່ມໄທລວງໄປຂົ່ມຂືນ ຂະນະທ່ອງທ່ຽວຢູ່ຈັງຫວັດກະບີ່ ຈົນຕົກເຫວກະດູກສັນຫລັງແຕກ!

ສາວອາເມຣິກັນ ໜີໜຸ່ມໄທລວງໄປຂົ່ມຂືນ ຂະນະທ່ອງທ່ຽວຢູ່ຈັງຫວັດກະບີ່ ຈົນຕົກເຫວກະດູກສັນຫລັງແຕກ!

Published on

ສຳນັກຂ່າວຕ່າງປະເທດຫລາຍສຳນັກ ທັງຈາກອົດສະຕາລີ ແລະ ອັງກິດ ລາຍງານໃນວັນທີ 7 ກັນຍານີ້ວ່າ ນາງ ຮັນນາ ກາວິອອສ ອາຍຸ 23 ປີ ສັນຊາດອາເມຣິກາ ໄດ້ຮັບບາດເຈັບກະດູກສັນຫລັງ ແລະ ຫົວແຕກ ຈາກການຕົກເຫວສູງ ຫລັງຈາກພະຍາຍາມຫລົບໜີ ຈາກການຂົ່ມຂືນຂອງຊາວໜຸ່ມໄທຄົນໜຶ່ງ ໃນຂະນະທີ່ນາງເດີນທາງໄປທ່ອງທ່ຽວພຽງລຳພັງ ຢູ່ຈັງຫວັດກະບີ່ ປະເທດໄທ ເຮັດໃຫ້ກາຍເປັນຂ່າວທີ່ກຳລັງໂດ່ງດັງໄປທົ່ວໂລກ ສ້າງພາບພາດທີ່ບໍ່ດີ ໃຫ້ແກ່ວົງການທ່ອງທ່ຽວໄທ ໃນປັດຈຸບັນ.

ເຫດການດັ່ງກ່າວນີ້ ເກີດຂຶ້ນພາຍຫລັງທີ່ ນາງ ກາວິອອສ ໄດ້ຖືກຊາຍໜຸ່ມໄທຄົນໜຶ່ງ ອາສາສະໝັກນຳທ່ຽວ ແລະ ພາໄປສົ່ງຢູ່ໂຮງແຮມ ໂດຍທີ່ຮູ້ເທົ່າບໍ່ເຖິງການ, ກ່ອນທີ່ຈະມາຮູ້ສຶກຕົວວ່າ ກຳລັງຕົກຢູ່ໃນອັນຕະລາຍ ເນື່ອງຈາກຊາຍຄົນດັ່ງກ່າວຊື່ ທ້າວ ອະໄພ ເຣືອງວອນ ອາຍຸ 28 ປີ ຊຶ່ງເປັນປະຊາຊົນໃນທ້ອງຖິ່ນ ໄດ້ພະຍາຍາມລວນລາມ ແລະ ຂົ່ມຂືນ, ເມື່ອເວລາໄດ້ຈັງຫວະ ຜູ້ເຄາະຮ້າຍຈຶ່ງຟ້າວແລ່ນໜີ ຈົນຕົກລົງເຫວ ແລະ ໄດ້ຮັບບາດເຈັບດັ່ງກ່າວ.

ແນວໃດກໍຕາມ ປັດຈຸບັນເຈົ້າໜ້າທີ່ຕຳຫລວດໄທ ໄດ້ຈັບກຸມຕົວ ທ້າວ ອະໄພ ຜູ້ກໍ່ເຫດເປັນທີ່ຮຽບຮ້ອຍແລ້ວ ແລະ ຜູ້ກ່ຽວຈະຖືກດຳເນີນຄະດີ ຊຶ່ງອາດມີໂທດຕັດອິດສະຫລະພາບ ສູງສຸດເຖິງ 10 ປີ ຕາມກົດໝາຍຂອງໄທ.

559000009276501
ພາບຈາກເຟສບຸກຂອງ ນາງ ຮັນນາ ກາວິອອສ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...