Homeຂ່າວຕ່າງປະເທດຈັບໄດ້ແລ້ວ! ແກ໊ງຂ້າໂຫດ 2 ສາວລາວຢູ່ກາລະສິນ ຮັບສາລະພາບ ໄດ້ຄ່າຈ້າງ 4 ແສນບາດ!

ຈັບໄດ້ແລ້ວ! ແກ໊ງຂ້າໂຫດ 2 ສາວລາວຢູ່ກາລະສິນ ຮັບສາລະພາບ ໄດ້ຄ່າຈ້າງ 4 ແສນບາດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກັນຍານີ້ວ່າ ເຈົ້າໜ້າທີ່ຕຳຫລວດຈັງຫວັດກາລະສິນ ສາມາດຈັບກຸມຄົນຮ້າຍ ຈຳນວນ 5 ຄົນ ທີ່ຮ່ວມກັນລົງມືກໍ່ເຫດສັງຫານໂຫດ ນາງ ກອງຄຳ ອາຍຸ 40 ປີ ແລະ ນາງ ຈັນສະໝອນ ອາຍຸ 26 ປີ ສັນຊາດລາວ ໂດຍພວກກ່ຽວຮັບສາລະພາບ ຖືກຍິງຊາວລາວເປັນຜູ້ວ່າຈ້າງຂ້າ.

ກຸ່ມຄົນຮ້າຍຈຳນວນ 5 ຄົນ ທີ່ສາມາດຈັບກຸມໄດ້ມີຄື: ທ້າວ ສະເຫລີມພົງ ສາຍໄສ ອາຍຸ 32 ປີ, ທ້າວ ໂອກາດ ຕັ້ງໃຈໝັ້ນດີກູນ ອາຍຸ 36 ປີ, ນາງ ທົງໄຊ ທີຈັນມາດ ອາຍຸ 34 ປີ, ທ້າວ ບຸນນະພົບ ພູສີລາແທນ ອາຍຸ 53 ປີ ແລະ ນາງ ກຸນລະນັນ ແສງໂສພົນ ອາຍຸ 37 ປີ, ສ່ວນຍິງຊາວລາວ ອາຍຸ 36 ປີ ທີ່ເປັນຜູ້ວ່າຈ້າງຂ້າ ຍັງຄົງເອົາຕົວຫລົບໜີຢູ່.

ການຄາດຕະກຳໂຫດໃນຄັ້ງນີ້ ກຸ່ມຜູ້ຖືກຫາໄດ້ຮັບເງິນວ່າຈ້າງ ຈຳນວນ 400,000 ບາດ ໂດຍຜູ້ວ່າຈ້າງ ຕ້ອງການຂ້າພຽງແຕ່ ນາງ ຈັນສະໝອນ ແຕ່ພຽງຄົນດຽວ, ສ່ວນ ນາງ ກອງຄຳ ເປັນຜູ້ທີ່ເດີນທາງມານຳກັນ ຈຶ່ງຈຳເປັນຕ້ອງໄດ້ຂ້າເພື່ອປິດປາກໄປນຳ.  ດ້ານສາເຫດຂອງການຈ້າງຂ້າເທື່ອນີ້ ຕຳຫລວດໄທເຊື່ອວ່າ ເກີດຈາກຄວາມແຄ້ນສ່ວນຕົວ ຊຶ່ງເຈົ້າໜ້າທີ່ຂອງໄທ ຈະເລັ່ງດຳເນີນການ ຕາມກົດໝາຍ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ເພື່ອນຳຕົວເອົາຜູ້ບົງການ ມາລົງໂທດຕາມກົດໝາຍຂອງໄທ.

 

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...