spot_img
Homeຂ່າວຕ່າງປະເທດມຽນມາ ກະກຽມ ຮັບມື ຕໍ່ການກັບຄືນມາ ຂອງທະນາຄານ ຕ່າງປະເທດ

ມຽນມາ ກະກຽມ ຮັບມື ຕໍ່ການກັບຄືນມາ ຂອງທະນາຄານ ຕ່າງປະເທດ

Published on

ມຽນມາ ກຳລັງ​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ອະນຸຍາດໃຫ້​ພວກ​ທະ ນາຄານ​ຕ່າງປະ​ເທດ​ເຂົ້າມາ​ບໍລິການໃນ​ປະ​ເທດ ​ໃນ​ທ້າຍ​ປີ​ນີ້ ​ໂດຍ ຈະ​ອຳນວຍ​ແຫຼ່ງ​ເງິນ​ທຶນ​ທີ່​ສຳຄັນ ທີ່ປະເທດກຳລັງ​ຕ້ອງ ການຫຼາຍ​ທີ່​ສຸດ​ສຳລັບ​ການ​ພັດທະນາ.
ມຽນມາ ກຳລັງ​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ອະນຸຍາດໃຫ້​ພວກ​ທະ
ນາຄານ​ຕ່າງປະ​ເທດ​ເຂົ້າມາ​ບໍລິການໃນ​ປະ​ເທດ ​ໃນ​ທ້າຍ​ປີ​ນີ້
​ໂດຍ ຈະ​ອຳນວຍ​ແຫຼ່ງ​ເງິນ​ທຶນ​ທີ່​ສຳຄັນ ທີ່ປະເທດກຳລັງ​ຕ້ອງ
ການຫຼາຍ​ທີ່​ສຸດ​ສຳລັບ​ການ​ພັດທະນາ.

ຫຼັງ​ຈາກ 5 ທົດ​ສະ​ວັດປາຍ​ຜ່ານ​ມາ ພວກ​ທະນາຄານ​ຕ່າງປະເທດ ​ກຳນົດ​ຈະ​ກັບ​ຄືນ​ໄປ​ຍັງ​ມຽນມາ ຢ່າງ​ເຕັມ​ສ່ວນ​ໃນ​ທ້າຍ​ປີ​ນີ້ ​ໃນ​ຖານ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະຕິ​ຮູບ​ນະໂຍບາຍ​ຂອງ​ລັດຖະບານ ທີ່ແນ​ໃສ່​ການ​ພັດທະນາ​ການ​ເສດຖະກິດ ​ແລະ​ໂຄງ​ລ່າງ​ພື້ນຖານ​ຂອງປະ​ເທດ.

ພວກ​ທະນາຄານ​ຕ່າງປະ​ເທດ ທີ່​ເຄີຍ​ຢູ່​ໃນ​ມຽນມາ ທີ່​ເອີ້​ນກັນ​ໃນເມື່ອກ່ອນວ່າ ພະມ້າ ​ໃນ​ປີ 1963 ນັ້ນ ​ໄດ້​ຖືກ​ໂອນ​ເປັນ​ຂອງ​ລັດຫຼັງ​ຈາກ​ທະຫານ​ຂຶ້ນ​ກຳ​ອຳນາດ.

ຫຼັງ​ຈາກ​ຖືກ​ໂດດດ່ຽວ​ມາ​ເປັນ​ເວລາ​ຫຼາຍ​ປີ ຈາກ​ປະຊາ​ຄົມນາໆ​ຊາດ ​ແລະການ​ລົງ​ໂທດຕ່າງໆ ທາງ​ດ້ານ​ເສດຖະກິດ ​ແລະ​ການ​ຄ້າ ຍັງ​ໄດ້​ບ່ອນ​ທຳລາຍ​ການ​ພັດທະນາ​ໃນ​ພາກສ່ວນ​ການ​ທະນາຄານ​ເຊັ່ນ​ກັນ.

ນັບ​ແຕ່​ການ​ເປີດ​ກວ້າງ​ທາງ​ດ້ານ​ການ​ເມືອງ​ຂອງ​ມຽນມາ ​ເລີ້ມ​ຂຶ້ນ​ໃນ​ປີ 2011 ​ເປັນ​ຕົ້ນ​ມາ ພວກ​ທະນາຄານ​ນາໆ​ຊາດ​ປະມານ 40 ທະນາ ຄານ ​ໄດ້​ໄຂ​ຫ້ອງການ​ຜູ້ຕາງໜ້າ​ຂອງ​ຕົນ​ຂຶ້ນ ​ໂດຍ​ໃຫ້ການ​ບໍລິການໃນ​ການແນະນຳຕ່າງໆທີ່​ຈຳກັດ.

ທ່ານ Set Aung ຮອງ​ຜູ້ອຳນວຍການ​ທະນາຄານ​ກາງ ຂອງ​ມຽນມາ ກ່າວ​ວ່າ ມີ​ທະນາຄານ​ຕ່າງປະ​ເທດ​ຈຳນວນ​ຫຼາຍ​ເຖິງ 10 ທະນາຄານ​ຈະ​ໄດ້​ຮັບ​ໃບອະນຸຍາດ ​ແລະ​ຈະ​ເປີດ​ການ​ບໍລິການ​ທາງ​ດ້ານ​ການ​ທະ ນາຄານ​ແບບ​ຈຳກັດ​ໃນ​ເດືອນ​ກັນຍາ​ປີ​ນີ້.

ໃນ​ກໍລະກົດ​ເດືອນນີ້ ຄະນະ​ຜູ້​ອອກ​ໃບ​ອະນຸຍາດ​ຈຸ​ນຶ່ງຮວມທັງ​ ກະຊວງ​ການ​ເງິນທະນາຄານ​ກາງ ຫ້ອງການ​ໄອ​ຍະ​ການ​ສູງ​ສຸດ ບັນດາ​ຜູ້ຕາງໜ້າ​ຈາກ​ກອງ​ທຶນ​ສາກົນ ຫຼື IMF ​ແລະ​ທີ​ມທີ່​ປຶກສາເຢຍຣະ ມັນ​ຈຸ​ນຶ່ງຈະ​ເສັດສິ້ນ​ການ​ທົບ​ທວນ​ເບິ່ງ​ຄຳ​ຮ້ອງ​ຕ່າງໆ. ທະນາຄານ​ໂລກ ສະ​ເໜີ​ແນະ​ໃຫ້​ພວກ​ທະນາຄານ​ໃໝ່ ມີ​ຕົ້ນທຶນ​ທີ່​ຊຳລະແລ້ວ 75 ລ້ານ​ດອນ​ລາ.

ທ່ານ Sean Turnell ອາຈານ​ສອນ​ວິຊາ​ເສດຖະສາດ ທີ່​ມະຫາວິທະຍາ​ໄລ Macquarie ກ່າວ​ວ່າ ​ເມື່ອ​ພິຈາລະນາ​ເຖິງ​ການ​ຂາດ​ການ​ພັດທະນາ​ໃນ​ພາກສ່ວນ​ການ​ທະນາຄານ​ຂອງ​ມຽນມາແລ້ວ ພວກ​ທະນາຄານ​ຕ່າງ​ປະ​ເທດ​ສາມາດ​ຫຼິ້ນ​ບົດບາດທີ່​ສຳຄັນ​ໄດ້
ກໍ​ຄື ອຳນວຍ​ເງິນ​ທຶນ​ທີ່​ຕ້ອງການ​ຫຼາຍ​ທີ່​ສຸດ ​ແລະ​ການ​ເຂົ້າ​ຫາ​ເພື່ອ​ເຊື່ອມ​ໂຍງ​ດ້ານ​ການ​ຄ້າ​ນາໆ​ຊາດ​ໄດ້ ຊຶ່ງ​ທ່ານ​ກ່າວ​ວ່າ:

“ມຽນມາ​ຕ້ອງການ​ຫຍັງ? ອັນ​ທີ່​ມຽນມາ ຕ້ອງການ​ຫຼາຍ​ທີ່​ສຸດ​ນັ້ນ ​ແມ່ນ​ເງິນ​ທຶນ
ຊຶ່ງ​ເວລາ​ນີ້​ມຽນມາບໍ່​ມີ​ເງິນທຶນ​ເລີຍ. ເປັນ​ສິ່ງ​ຈຳ​ເປັນ​ທີ່​ສຸດ ລະບົບ​ການ​ທະນາ
ຄານ ທີ່ມີ​ຢູ່​ຫັ້ນ​ໃນ​ເວລາ​ນີ້ ​ແມ່ນ​ນ້ອຍ​ກວ່າ ທະນາຄານ​ຂະໜາດ​ພໍ​ປານ​ກາ​ງຢູ່
ໃນ​ສະ​ຫະລັດ ດັ່ງ​ນັ້ນ ມຽນມາ​ຈຶ່ງ​ຕ້ອງການ​ເງິນ​ທຶນ. ພວກ​ເຮົາ​ຈະ​ຕ້ອງການ​ເງິນ​
ນີ້​ມາ​ຈາກ​ໃສ? ດັ່ງ​ນີ້ ພວກ​ເຮົາ​ຈະ​ໄດ້​ເງິນ​ທຶນ​ນີ້​ມາ​ຈາກ​ພວກ​ທະນາຄານ​ຕ່າງ
ປະ​ເທດ ຊຶ່ງກ່ອນ​ອື່ນໝົດ ກໍ​ແມ່ນ​ວ່າ ພວກ​ທະນາຄານ​ໃນ​ທ້ອງ​ຖິ່ນ ໃນ​ເວລາ​ນີ້
ບໍ່ໃຫຍ່​ພໍ.”

ພາກສ່ວນ​ການ​ທະນາຄານ​ຂອງ​ມຽນມາ ຍັງ​ຄົງ​ຢູ່​ໃນ​ຂັ້ນ​ດ້ອຍ​ການ​ພັດ ທະນາຢ່າງ​ຫຼວງ​ຫຼາຍ​ຢູ່. ລາຍ​ງານ​ຂອງ​ສະຫະ​ປະຊາ​ຊາດ ພົບ​ເຫັນ​ວ່າ ມີ​ພຽງ​ແຕ່ 4 ​ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ຈຳນວນ​ພົນລະ​ເມືອງ​ທີ່​ກະ​ປະມານ​ກັນວ່າ ​ມີ​ຢູ່ 61 ລ້ານ​ຄົນ​ຂອງ​ມຽນມານັ້ນ ມີ​ບັນຊີ​ ຫຼື ເງິນ​ອອມ​ສິນໃນ​ທະນາຄານ. ປະຊາຊົນ​ຫຼາຍ​ຄົນ ອາ​ໄສ “ການ​ທະນາຄານ​ແບບ​ບໍ່​ເປັນ​ທາງ​ການ” ຮວມທັງ​ການ​ກູ້​ຢືມ​ເງິນ​ຈາກ​ອັນ​ທີ່​ເອີ້ນ​ວ່າ “ຜູ້​ທີ່​ອອກ​ເງິນ​ໃຫ້​ກູ້​ຢືມໂດຍ​ຄິດ​ຄ່າ​ດອກ​ເບ້ຍແບບ​ແພງໆ”.

ມຽນມາ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸ​ກຍາກ​ທີ່​ສຸດ​ໃນ​ເອ​ເຊຍ ຊຶ່ງ​ປະຊາຊົນ​ໃນ​ຈຳນວນ​ປະມານ 43 ​ເປີ​ເຊັນ ອາ​ໄສ​ຢູ່​ກິນ​ນຳ​ລາຍ​ຮັບ​ບໍ່ຮອດ 2 ດອນ​ລາ​ຕໍ່​ມື້ ​ແລະ​ປະມານ 80 ​ເປີ​ເຊັນ​ມີ​ລາຍ​ຮັບມື້​ນຶ່ງ 5 ດອນ​ລາ.

ທ່ານ​ຄົບ​ສັກ ພຸດທະ​ກູນ ຮອງ​ປະທານ​ບໍລິຫານ​ທະນາຄານ​ບາງກອກທີ່​ໄທ ກ່າວ​ວ່າ ການ​ພັດທະນາ​ພາກສ່ວນ​ການ​ທະນາຄານ ​ເປັນ​ສິ່ງ ສຳຄັນ ​ເພື່ອ​ສະໜັບສະໜຸນ​ການ​ປະຕິ​ຮູບ​ຕ່າງໆ​ທາງ​ດ້ານ​ເສດຖະກິດ ​ແຕ່​ປະເຊີນ​ກັບ​ການ​ທ້າ​ທາຍ​ຕ່າງໆ ​ເນື່ອງ​ຈາກ​ການ​ຂາດ​ແຄນ​ຄວາມ​ກ້າວໜ້າໃນ​ຫວ່າງ​ບໍ່​ເທົ່າ​ໃດ​ທົດ​ສະ​ວັດ​ຜ່ານ​ມາ.

ທ່ານ​ຄົບ​ສັກ ກ່າວ​ວ່າ “​ໃນ​ພາກສ່ວນ​ການ​ທະນາຄານ ສິ່ງ​ທ້າ​ທາຍ​ຕ່າງໆທີ່​ສຳຄັນ​ສຳລັບ​ມຽນມາ ກໍ​ແມ່ນ​ວ່າ ຈະ​ເຮັດ​ວິທີ​ໃດ​ເພື່ອ​ພັດທະນາ​ລະ​ບົບການ​ທະນາຄານ​ຂອງ​ເຂົາ​ເຈົ້າ​ເອງ ​ເພື່ອ​ວ່າ ​ເຂົາ​ເຈົ້າ​ຈະ​ສາມາດ​ສະໜັບສະ​ໜຸນ​ການ​ພັດທະນາ​ພວກ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ ແລະ ຂະໜາດກາງຂອງ​ຕົນ​ເອງ​ແລະ​ບໍລິສັດ​ໃປະ​ເທດ​ຂອງ​ຕົນ​ເອງ ​ເພື່ອ​ວ່າ​ໃນ​ຂັ້ນ​ຕໍ່​ໄປ ຕົນ​ຈະ​ແຂ່ງຂັນ​ກັບ​ພວກ​ບໍລິສັດ​ຂອງ​ນາໆ​ຊາດ​ໄດ້ ທີ່​ຈະ​ເຂົ້າ​ມາ​ດຳ​ເນີນທຸລະ​ກິດ​ໃນ​ປະ​ເທດ​ນັ້ນ.”

ພວກ​ທະນາຄານ​ທ້ອງ​ຖິ່ນ ​ແລະ​ພວກ​ສະໜັບສະໜຸນ​ຂອງ​ເຂົາ​ເຈົ້າ ​ໄດ້​ພະຍາຍາມ​ມາ​ແລ້ວ ​ເພື່ອ​ເຮັດ​ໃຫ້ການ​ອອກ​ກົດໝາຍ​ການ​ປະຕິ​ຮູບ​ຕົກ​ທາງ​ໄປ ຍ້ອນ​ຄວາມ​ຢ້ານ​ກົວ​ຂອງ​ການ​ແຂ່ງຂັນ​ຈາກ​ພວກ​ທະນາຄານ​ຕ່າງປະ​ເທດ. ​ແຕ່​ປະທານາທິບໍດີ Thein Sein ແມ່ນຄັດຄ້ານ ​ຕໍ່​ຄຳ​ຮຽກຮ້ອງ​ຕ່າງໆ ​ໂດຍ​ຢືນ​ຢັດ​ວ່າ ​ການ​ປະຕິ​ຮູບ​ຈະ​ເດີນ​ໜ້າ​ຕໍ່​ໄປ.

ທ່ານTurnell ທີ່​ມະຫາວິທະຍາ​ໄລ Macquarie ກ່າວ​ວ່າ ພວກ​ທະນາຄານ​ທ້ອງ​ຖິ່ນ
ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ແຂ່ງຂັນ​ກັບ​ພວກທະນາຄາ​ນຕ່າງປະ​ເທດ​ທີ່​ມີ​ທຶນ​ຢ່າງ​
ຫຼວງ​ຫຼາຍ ຊຶ່ງ​ສາມາດ​ແຍ້​ງ​ເອົາ​ພວກ ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນຂອງເຂົາຕົນ​ໄປ​ເຊັ່ນ​ກັນ.
​ແຕ່​ທ່ານ Turnell ກ່າວ​ວ່າ ຄວາມ​ຢ້ານ​ກົວ​ນັ້ນ ແມ່ນເກີນກວ່າເຫດ.

ທ່ານ Turnell ກ່າວ​ວ່າ “ພວກ​ທະນາຄານໃນ​ທ້ອງ​ຖິ່ນ​ເວົ້າ​ໃຫ້​ຕົນ​ແຕກ​ຕື່ນ​ຢ້ານ​ເອງ ກ່ຽວ​ກັບ​ພວກ​ທະນາຄານ​ຕ່າງປະ​ເທດ​ນັ້ນ. ການ​ຂາດ​ພາກ​ສ່ວນການ​ເງິນ​ທີ່​ດຳ​ເນີນ​ການ​ໄດ້ ກຳລັງ​ຢູ່​ໃນລະດັບ​ສູງ​ຢູ່​ໃນ​ບັນຊີ​ຂອງ​ເຂົາເຈົ້າ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ເດີນ​ໜ້າ ​ແລະ​ລົງທຶນ​ເອງ. ດັ່ງ​ນີ້​ພວກ​ທະນາຄານ​ຕ່າງປະ​ເທດ​ເຮັດ​ເຊັ່ນ​ນັ້ນ ​ແລະ​ລົງທຶນ​ເຊັ່ນ​ນັ້ນ. ​ແຕ່​ໃນ​ການ​ກະທຳ​ເຊັ່ນ​ນັ້ນ ພວກ​ທະນາຄານ​ເຫຼົ່າ​ນີ້ ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ພວກ​ທະນາຄານ​ໃນ​ທ້ອງ​ຖິ່ນ​ບໍ່​ເຮັດ​ເລີຍ.”

ພວກ​ທະນາຄານ​ຕ່າງປະ​ເທດ​ຈະ​ປະ​ເຊີນ​ກັບ​ຂໍ້​ຈຳກັດ​ຮັດ​ແຄບ​ຕ່າງໆ. ພວກ​ທະນາຄານ​ເຫຼົ່າ​ນີ້ ຈະຖືກ​ຈຳກັດ​ພຽງ​ແຕ່​ສາຂາ​ດຽວ​ໃນ​ການ​ໃຫ້ ການ​ບໍລິການ​ທີ່​ຈຳກັດ ຮວມທັງ​ການ​ໃຫ້​ເງິນ​ກູ້​ຢືມ​ແກ່​ພວກ​ບໍລິສັດ​ຕ່າງປະ​ເທດ. ​ເພື່ອ​ໃຫ້​ເງິນ​ກູ້​ຢືມ​ແກ່​ພວກ​ບໍລິສັດ​ພາຍ​ໃນ​ປະ​ເທດ​ນັ້ນ ຈະ​ຕ້ອງ​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ພວກ​ທະນາຄານ​ໃນ​ທ້ອງ​ຖິ່ນ.

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...