ດາວເຄາະນອກລະບົບ ຄື ດາວເຄາະທີ່ໂຄຈອນອ້ອມ ດາວເລີກ ດວງອື່ນທີ່ບໍ່ແມ່ນດວງອາທິດ ແລະ ຢູ່ໃນລະບົບດາວເຄາະອື່ນທີ່ບໍ່ແມ່ນ ລະບົບສຸລິຍະດຽວກັນກັບໂລກ. ວັນທີ່ 1 ກັນຍາ 2014 ມີການຄົ້ນພົບ ແລະ ຢືນຢັນການຄົ້ນພົບ ດາວເຄາະ 1135 ແຫ່ງ ໃນຈຳນວນນີ້ 467 ແຫ່ງປະກອບດ້ວຍ ດາວເຄາະຫຼາຍກວ່າຫນຶ່ງດວງ ແລະ ຖືກບັນຈຸໄວ້ໃນ ສາລານຸກົມ ດາວເຄາະ ນອກລະບົບ ໂດຍສ່ວນຫຼາຍພົບຈາກການກວດວັດດ້ວຍວິທີຄວາມໄວ ແນວເລັງ ແລະ ຂະບວນການທາງອ້ອມຕ່າງໆ ຫລາຍກວ່າການຖ່າຍຮູບໂດຍກົງ ດາວເຄາະ ນອກລະບົບສ່ວນໃຫຍ່ ເປັນດາວເຄາະແກ໊ສໃຫຍ່ຄ້າຍກັບ ດາວພະຫັດ ຊຶ່ງນ່າຈະເປັນຜົນຈາກຂະບວນ ວິທີໃນການກວດຈັບນັ້ນເອງ ແຕ່ຜົນການກວດຈັບໃນໄລຍະຫຼັງ ມີແນວໂນ້ມຈະພົບ ດາວເຄາະ ນອກລະບົບຂະໜາດນ້ອຍລົງ ໃນປັດຈຸບັນໄດ້ມີການຄົ້ນພົບ ດາວເຄາະຫິນ ຂະໜາດເບົາ ເປັນຈຳນວນຫຼາຍກວ່າ ດາວເຄາະແກ໊ສໃຫຍ່ ແລ້ວ.
ດາວເຄາະນອກລະບົບ ເປັນຫົວຂໍ້ທົດສອບທາງ ວິທະຍາສາດ ທີ່ສຳຄັນຕັ້ງແຕ່ຊ່ວງກາງ ສະຕະວັດທີ່ 19 ນັກດາລາສາດ ໂດຍທົ່ວໄປເຊື່ອວ່າ ດາວເຄາະນອກລະບົບມີຢູ່ແທ້ ແຕ່ບໍ່ອາດຮູ້ໄດ້ວ່າ ມັນມີລັກສະນະເປັນແນວໃດ ຫຼື ຄ້າຍຄືກັບດາວເຄາະ ໃນລະບົບສຸລິຍະເທົ່າໃດ ການຄົ້ນພົບດາວເຄາະນອກລະບົບ ເທື່ອທຳອິດເກີດຂຶ້ນເມື່ອປີ 1995 ດ້ວຍການວັດດ້ວຍ ຄວາມໄວແນວເລັງ ຄົ້ນພົບດາວເຄາະແກ໊ສໃຫຍ່ ທີ່ມີການໂຄຈອນ 4 ມື້ ຢູ່ຮອບດາວ 51 ເພກາຊີ ນັບຕັ້ງແຕ່ນັ້ນກໍຄົ້ນພົບເພີ່ມຂຶ້ນເຖິງ 61 ດວງ ໃນປີ 2007 ຫຼື ປະມານ 10% ຂອງດວງດາວທີ່ມີລັກສະນະຄ້າຍດວງອາທິດຈະຕ້ອງມີ ດາວເຄາະບໍລິວານ ໂດຍສັດສ່ວນທີ່ແທ້ຈິງອາດຈະສູງກວ່ານັ້ນ ການຄົ້ນພົບດາວເຄາະນອກລະບົບ ເຮັດໃຫ້ເກີດຄຳຖາມຂຶ້ນວ່າ ຈະມີບາງດວງທີ່ເອື້ອຕໍ່ສິ່ງທີ່ມີຊີວິດຫຼືບໍ່?
ຕອນນີ້ ກລີເຊີ 581 ດາວເຄາະດວງທີ່ 4 ຂອງດາວເຄາະແດງ ກລີເຊີ 581 ( ຫ່າງຈາກໂລກປະມານ 20 ປີແສງ ເບິ່ງຄືກັບວ່າຈະເປັນຕົວຢ່າງທີ່ດີທີ່ສູດເທົ່າທີ່ຄົ້ນພົບ ມີໂອກາດທີ່ຈະເປັນດາວເຄາະທີ່ຄ້າຍໂລກ ຊຶ່ງອາດເປັນທີ່ຢູ່ຂອງສິ່ງທີ່ມີຊີວິດ ເນື່ອງຈາກມີວົງໂຄຈອນຢູ່ຫ່າງຈາກ ດາວເລິກ ຂອງມັນໃນໄລຍະວົງໂຄຈອນທີ່ເໝາະສົມ ເຖິງຜົນການກວດວັດ ເບື້ອງຕ້ນຈະບອກວ່າມັນຢູ່ນອກ ”ເຂດໂກລດີລ໊ອກ” ກໍຕາມ ແຕ່ຜົນສຳຫຼວດພາຍໃນບອກວ່າມັນອາດຈະຢູ່ໃນເຂດພໍດີກໍໄດ້.
Cr: th.wikiprdia.org