Homeຂ່າວຕ່າງປະເທດສື່ຈີນບໍ່ພໍໃຈ ກໍລະນີໄທອ້າງນັກທ່ອງທ່ຽວຈີນ ຈັບຫອຍທະເລຖ່າຍຮູບ ທີ່ແທ້ແມ່ນຄົນໄທເຮັດເອງ!

ສື່ຈີນບໍ່ພໍໃຈ ກໍລະນີໄທອ້າງນັກທ່ອງທ່ຽວຈີນ ຈັບຫອຍທະເລຖ່າຍຮູບ ທີ່ແທ້ແມ່ນຄົນໄທເຮັດເອງ!

Published on

ເວັບໄຊ Sanook.com ຂອງໄທ ລາຍງານໃນວັນທີ 26 ສິງຫານີ້ວ່າ ສື່ມວນຊົນທ້ອງຖິ່ນຂອງຈີນ ໄດ້ສະແດງຄວາມບໍ່ພໍໃຈ ກໍລະນີທີ່ສື່ອອນລາຍຂອງໄທ ນຳສະເໜີຮູບພາບ ນັກທ່ອງທ່ຽວຈັບຫອຍມືເສືອ ແລະ ຫອຍເໝັ້ນ ຊຶ່ງເປັນສິ່ງທີ່ຜິດກົດໝາຍໄທ ຂຶ້ນມາຖ່າຍຮູບ ໂດຍອ້າງວ່າເປັນຝີມືຂອງນັກທ່ອງທ່ຽວຈີນ ແຕ່ໃນຄວາມເປັນຈິງແລ້ວ ທ່ານ ວີຣະ ຂຸນໄຊຍະຣັກ ຫົວໜ້າອຸທິຍານແຫ່ງຊາດ ໝູ່ເກາະຊ້າງ ສະຖານທີ່ທ່ອງທ່ຽວບ່ອນເກີດເຫດ ໄດ້ອອກມາລະບຸວ່າ ພຶດຕິກຳດັ່ງກ່າວນີ້ ບໍ່ແມ່ນນັກທ່ອງທ່ຽວຊາວຈີນແຕ່ຢ່າງໃດ ແຕ່ຫາກເປັນພະນັກງານບໍລິສັດນຳທ່ຽວຊາວໄທເອງ ທີ່ພານັກທ່ອງທ່ຽວໄປດຳນ້ຳ ແລະ ຈັບຫອຍຂຶ້ນມາຖ່າຍຮູບລົງເຟສບຸກ, ເບື້ອງຕົ້ນ ທາງການໄທ ໄດ້ປັບໄໝຊາຍໄທຄົນດັ່ງກ່າວແລ້ວ ຈຳນວນ 500​ ບາດ ເນື່ອງຈາກຜິດກົດໝາຍອຸທິຍານແຫ່ງຊາດ ຂໍ້ຫາກະທຳອັນຕະລາຍຕໍ່ສັດ.

ເມື່ອຂ່າວດັ່ງກ່າວນີ້ໄດ້ດັງໄປເຖິງປະເທດຈີນ ປະກົດວ່າສັງຄົມຈີນບາງສ່ວນ ສະແດງຄວາມບໍ່ພໍໃຈ ກ່ຽວກັບການກ່າວຫາດັ່ງກ່າວນີ້ ໂດຍລະບຸວ່າ ເປັນອີກໜຶ່ງກໍລະນີ ເພື່ອສ້າງພາບພົດສື່ສຽງທີ່ບໍ່ດີ ໃຫ້ແກ່ນັກທ່ອງທ່ຽວຈີນ ທີ່ເດີນທາງມາທ່ອງທ່ຽວປະເທດໄທ ໂດຍທີ່ຊາວຈີນ ບໍ່ໄດ້ສ້າງຄວາມເດືອດຮ້ອນໃຫ້ແຕ່ຢ່າງໃດ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...