Homeຂ່າວການພັດທະນາລັດຫ້າມບໍ່ໃຫ້ເອົາດິນ-ແຮ່ຕ່າງໆຈາກໂຄງການລົດໄຟລາວ-ຈີນອອກຕ່າງປະເທດເດັດຂາດ

ລັດຫ້າມບໍ່ໃຫ້ເອົາດິນ-ແຮ່ຕ່າງໆຈາກໂຄງການລົດໄຟລາວ-ຈີນອອກຕ່າງປະເທດເດັດຂາດ

Published on

ຂປລ. ລັດຖະບານລາວຢືນຢັນວ່າຈະບໍ່ອະນຸຍາດໃຫ້ນໍາເອົາຂີ້ດິນ ແລະແຮ່ຕ່າງໆຈາກການຂຸດເຈາະໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນອອກນອກປະເທດເດັດຂາດ ພ້ອມແຕ່ງຕັ້ງໜ່ວຍງານພິເສດລົງຕິດຕາມກວດກາ ແລະ ເຮັດວຽກຮ່ວມກັນເພື່ອສ້າງຄວາມໂປ່ງໃສ. ໄລຍະຜ່ານມາໄດ້ມີຫາງສຽງຈາກກຸ່ມຄົນຈໍານວນໜຶ່ງໄດ້ເຜີຍແຜ່ຂໍ້ມູນຂ່າວສານ ແລະນໍາສະເໜີຂໍ້ມູນບິດເບືອນກັບວ່າຄວາມເປັນຈິງໂດຍອ້າງວ່າ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນນັ້ນອາດມີການລັກລອບຂົນດິນ ແລະແຮ່ທາດມີຄ່າຈາກຂຸດເຈາະອູບມຸງອອກໄປຂາຍຕ່າງປະເທດ.
ຫລ້າສຸດ ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ,ຫົວໜ້າຄະນະປະສານງານໂຄງການທາງລົດໄຟລາວ-ຈີນໄດ້ຊີ້ແຈງລະຫວ່າງກອງປະຊຸມເຜີຍແຜ່ ເອກະສານກ່ຽວກັບໂຄງການເສັ້ນທາງລົດໄຟດັ່ງກ່າວໃນວັນທີ 10 ສິງຫາ 2016 ຢູ່ ນະຄອນຫລວງວຽງຈັນວ່າ : ລັດຖະບານລາວຈະບໍ່ອະນຸຍາດໃຫ້ມີການຂົນປະເພດດິນ ແລະແຮ່ທາດຕ່າງໆຈາກການຂຸດເຈາະໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນອອກນອກປະເທດເດັດຂາດ ຂະນະທີ່ລັດຖະບານໄດ້ພິຈາລະນາ ແລະຊອກຫາສະຖານທີ່ເໝາະສົມທີ່ສຸດເພື່ອນໍາເອົາເສດດິນ ແລະແຮ່ຫີນຕ່າງໆໄປໄວ້ຢ່າງລະອຽດແລ້ວ.
ດິນນ
ແນວໃດກໍດີ ໂຄງການກໍ່ສ້າງເສັ້ນທາງລົດດັ່ງກ່າວມີຄວາມຍາວທັງໝົດ 427 ກິໂລແມັດ ໃນນັ້ນການຂຸດເຈາະອູບມຸງ 72 ແຫ່ງ, ກໍ່ສ້າງຂົວ 170 ແຫ່ງ ແລະ ອື່ນໆ.ໂຄງການລົດໄຟລາວ-ຈີນນີ້ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນI, ເສັ້ນທາງດ່ຽວ, ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງການແມ່ນ 1.2% ຢູ່ເຂດທົ່ງພຽງ, 2.4%ເຂດພູສູງ, ເຕັກນິກການອອກແບບແມ່ນອີງໃສ່ພູມີປະເທດເປັນຫລັກໃນນີ້ແບ່ງການ ອອກແບບເປັນ 2 ຊ່ວງຄື : ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ , ຄວາມໄວຂອງລົດໄຟແມ່ນອີງໃສ່ການ ຄິດໄລ່ປະສິດທິຜົນສູງສຸດໃນການບໍລິການຂົນສົ່ງໂດຍສານ – ສິນຄ້າ ເຊິ່ງນຳໃຊ້ລາງຮ່ວມ ກັນ, ອີງໃສ່ບົດຮຽນຂອງຫລາຍປະເທດ ແລະ ເພື່ອຮັບປະກັນຄວາມປອດໄພ ການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານທີ່ມີປະສິດຕິຜົນ ສະເພາະ ເຂດພູ ດອຍແມ່ນ 160 ກມ/ຊມ, ເຂດທົ່ງພຽງ ຊ່ວງວັງວຽງ-ນະຄອນຫລວງວຽງຈັນ 200 ກມ/ຊມ ໃນອະນາຄົດ, ຄວາມໄວສຳລັບການຂົນສົ່ງສິນຄ້າ 120 ກມ/ຊມ, ລະບົບການຂັບເຄື່ອນຂະບວນລົດໄຟແມ່ນນຳໃຊ້ພະລັງງານໄຟຟ້າ ແລະ ມີຄວາມສາມາດຮອງຮັບນ້ຳໜັກໄດ້ເຖິງ 3000 ໂຕນໃນໄລຍະເລີ່ມຕົ້ນ, ສາມາດເພີ່ມຂຶ້ນເປັນ 4000 ໂຕນ ໃນໄລຍະຍາວ.
ທ່ານ ລັດຕະນະມະນີ ຄູນນິວົງ ກ່າວຕື່ມວ່າ: ລັດຖະບານ ສປປ ລາວ – ສປ ຈີນ ສຳລັບໂຄງສ້າງການລົງທຶນ ສອງຝ່າຍ ຈະໄດ້ສ້າງຕັ້ງບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໂດຍຝ່າຍລາວຖືຮຸ້ນ 30%, ຈີນ 70% , ມີມູນຄ່າການລົງທຶນທັງໝົດຂອງໂຄງການແມ່ນປະມານ 5,956 ລ້ານໂດລາສະຫະລັດ, ໄລຍະທີ່ສາມາດແທນທຶນຄືນທັງໝົດຂອງການລົງທຶນແມ່ນ 35 ປີ (ລວມທັງໄລຍະການກໍ່ສ້າງ)

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...