spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 23 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 23 ສິງຫາ

Published on

ວັນທີ 23 ສິງຫາ ປີ 2001 ຫຼືມື້ນີ້ເມື່ອ 15 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Devil May Cry ເທິງເຄື່ອງ PS2 ທີ່ປະເທດຍີ່ປຸ່ນ. ໂດຍ Devil May Cry ເປັນເກມແນວແອັກຊັ່ນສະຕາຍໃໝ່ໃນຍຸກນັ້ນທີ່ເອີ້ນວ່າ: Hack and Slash ພັດທະນາໂດຍບໍລິສັດ Capcom ເຊິ່ງໄດ້ທ່ານຮິເດກິ ຄາມິຢະ ອະດີດຜູ້ກຳກັບເກມ Resident Evil 2 ມາຮັບໜ້າທີ່ເປັນຜູ້ກຳກັບໃຫ້ກັບເກມນີ້ ແລະຄວາມນິຍົມຈາກເກມນີ້ກໍໄດ້ເຮັດໃຫ້ມີພາກຕໍ່ນຳມາອີກຫຼາຍພາກ ລວມເຖິງພາກ Reboot ທີ່ທາງ Capcom ໄດ້ໃຫ້ທີມ Ninja Theory ໄປລອງເຮັດ DmC: Devil May Cry ນຳ. 

ໃນສ່ວນຂອງເນື້ອເລື່ອງ Devil May Cry ພາກທຳອິດ ຈະເວົ້າເຖິງ ດັນເຕ້ (Dante) ໜຸ່ມນັກຂ້າຜີສາດທີ່ມີຄວາມຕ້ອງການຈະລ້າງແຄ້ນພວກຜີສາດທີ່ເປັນເຫດໃຫ້ລາວຕ້ອງສູນເສຍແມ່ແລະອ້າຍຝາແຝດໄປ. ລາວໄດ້ພົບກັບຍິງສາວນາມວ່າ ທຣິດ (Trish) ທີ່ຂໍຮ້ອງໃຫ້ດັນເຕ້ອອກເດີນທາງໄປທີ່ ເກາະມັລເລ (Mallet Island) ເພື່ອສັງຫານ ຈອມມານມຸນດຸສ ລົງໃຫ້ໄດ້ ໂດຍເນື້ອເລື່ອງຂອງເກມນີ້ຈະໃຊ້ວິທີນຳສະເໜີຜ່ານຄັດຊີນ ພ້ອມດ້ວຍມູວີ້ແບບພຣີເຣນເດີ້ ສະຫຼັບໄປມາໝົດເກມ.

ລັກສະນະລະບົບເກມຂອງເກມນີ້ຈະແບ່ງການປະຈົນໄພອອກເປັນ “Mission” ເຊິ່ງໃນແຕ່ລະມິດຊັ່ນຜູ້ຫຼິ້ນຈະຕ້ອງສູ້ກັບສັດຕູຕາມທາງຫຼາກຫຼາຍ ພ້ອມກັບມີການລຸຍໄປຫາໂຊນຕ່າງໆ ດ້ວຍການໄຕ່ກຳແພງຫຼືໂດດຂ້າມແພລັດຟອຣ໌ມໄປມາ ໄປຈົນການໄຂປິດສະໜາໄປນຳ ແລະເມື່ອຫຼິ້ນຈົບໃນແຕ່ລະມິດຊັ່ນ ຜົນການຫຼິ້ນຂອງເຮົາກໍຈະຖືກປະມວນຜົນອອກມາເປັນເກຣດຕັ້ງແຕ່ S ຈົນເຖິງ D ເຊິ່ງຈະຂຶ້ນຢູ່ກັບເວລາທີ່ເຮົາໃຊ້ໃນການຜ່ານມິດຊັ່ນນັ້ນ ລວມເຖິງສະຕາຍການຕໍ່ສູ້ແລະການຕໍ່ຄອມໂບຂອງເຮົາທີ່ໃຊ້ໃນມິດຊັ່ນນັ້ນ, ອີກທັງການໃຊ້ໄອເທັມບາງຊະນິດກໍຈະມີຜົນຕໍ່ເກຣດຂອງເຮົານຳ ໃນຂະນະດຽວກັນ ເມື່ອຫຼິ້ນໄປຮອດຊ່ວງໜຶ່ງຂອງເກມດັນເຕ້ຈະສາມາດແປງຮ່າງເປັນຜີສາດໄດ້, ເມື່ອຢູ່ໃນຮ່າງຜີສາດ ພະລັງຊີວິດຂອງດັນເຕ້ຈະຄ່ອຍໆຟື້ນຟູເທື່ອລະໜ້ອຍ. 

ນອກຈາກນີ້ພະລັງໂຈມຕີແລະພະລັງປ້ອງກັນກໍຈະເພີ່ມຂຶ້ນນຳ ແຕ່ກໍຈະມີໄລຍະເວລາຈຳກັດໃນການແປງຮ່າງຢູ່ໂດຍສັງເກດໄດ້ຈາກໂຕອັກສອນທີ່ຢູ່ລຸ່ມເກດພະລັງຊີວິດ ຖ້າແສງສະຫວ່າງຂອງໂຕອັກສອນທຸກໂຕດັບລົງ ດັນເຕ້ກໍຈະກັບຄືນສູ່ຮ່າງມະນຸດຄືເກົ່າ ເຊິ່ງສາມາດຄືນຮ່າງເປັນມະນຸດຕອນໃດກໍໄດ້ ບໍ່ຈຳເປັນຈະຕ້ອງຖ້າແສງໂຕອັກສອນດັບລົງ ເພື່ອເປັນການເຊບພະລັງເອົາໄວ້ໄປໃຊ້ໃນຊ່ວງສຳຄັນນັ້ນເອງ. 

Fact ເລັກນ້ອຍກ່ຽວກັບເກມ Devil May Cry

  • Devil May Cry ພາກທຳອິດນີ້ (ບໍ່ລວມເວີຊັ່ນ HD Collection) ສາມາດເຮັດຍອດຂາຍທົ່ວໂລກໄປໄດ້ 2.16 ລ້ານຊຸດ ໂດຍເປັນຮອງພຽງ Devil May Cry 4 ພຽງພາກດຽວເທົ່ານັ້ນ (ຍອດຂາຍຂອງ Devil May Cry 4 ແມ່ນປະມານ 3 ລ້ານຊຸດ)

  • ໃນຊ່ວງລະຫວ່າງ ປີ 1998 ຈົນເຖິງ ປີ 2000 ທາງ Capcom ຕັ້ງໃຈຈະເຮັດເກມ Resident Evil 4 ຂຶ້ນມາ ໂດຍມອບໝາຍໃຫ້ທ່ານຮິເດກິ ຄາມິຢະ ເປັນຜູ້ກຳກັບ ໂດຍຕ້ອງການໃຫ້ໂຕເກມນັ້ນເນັ້ນລະບົບແອັກຊັ່ນຫຼາຍຂຶ້ນ ພ້ອມກັບໃຊ້ມຸມກ້ອງແບບກ້ອງວົງຈອນປິດແບບທີ່ແພນໄປມາໄດ້ ເຊິ່ງພາຍຫຼັງທ່ານຊິນຈິ ມິຄາມິ ຜູ້ໃຫ້ກຳເນີດຊີຣີ Resident Evil ທີ່ຕອນນັ້ນຍັງຮັບໜ້າທີ່ເປັນໂປຣດິວເຊີ້ເກມ Resident Evil 4 ຢູ່ ໄດ້ກ່າວວ່າ: ພໍເຮັດໄປເຮັດມາ ເກມພັດມີຄວາມແຕກຕ່າງຈາກແນວທາງຂອງ Resident Evil ຫຼາຍເກີນໄປ, ລາວເລີຍໄປລົມກັບທ່ານຄາມິຢະວ່າໃຫ້ເອົາເກມທີ່ເວົ້ານີ້ໄປເຮັດເປັນຊື່ໃໝ່ເລີຍດີກວ່າ ເຊິ່ງທ່ານຄາມິຢະກໍເຫັນດີກັບແນວຄຶດນີ້ ແລະຕັດສິນໃຈປ່ຽນຊື່ໃໝ່ໃຫ້ກັບເກມນີ້ເປັນ Devil May Cry ໃນທີ່ສຸດ. 

  • ທີມພັດທະນາເກມ Devil May Cry ໄດ້ເຄີຍໃຫ້ສຳພາດວ່າຊື່ “ດັນເຕ້” ພະເອກມາດກວນຂອງເກມນີ້ແມ່ນໄດ້ແຮງບັນດານໃຈມາຈາກ ດັນເຕ້ ອະລິເກຍຣີ້ (Dante Alighieri) ກະວີຊຶ່ດັງຊາວອີຕາລ້ຽນ ຜູ້ມີຊີວິດຢູ່ໃນຊ່ວງຄຣິສະຕະວັດທີ 13 ໂດຍຜົນງານທີ່ສ້າງຊື່ແກ່ລາວກໍຄື: ດິວາຍ ຄໍເມດີ້ (Divine Comedy) ທີ່ເລົ່າເຖິງການເດີນທາງສູ່ຂຸມນະລົກ ເຊິ່ງໃນໂຕເກມ Devil May Cry ເອງກໍມີການເວົ້າເຖິງເວີຈິວ ຜູ້ທີ່ເປັນອ້າຍຝາແຝດຂອງດັນເຕ້ທີ່ຫາຍສາບສູນໄປ ແລະໃນໂລກຄວາມເປັນຈິງນັ້ນ ເວີຈິວ (Virgil) ກໍເປັນກະວີຊາວໂຣມັນທີ່ມີຊີວິດຢູ່ໃນຊ່ວງ 60 ປີກ່ອນ ຄ.ສ ທັງນີ້ ຜົນງານປະພັນຂອງເວີຈິວກໍມີອິດທິພົນແລະເປັນແຮງບັນດານໃຈຢ່າງເລິກເຊິ່ງໃຫ້ກັບການຂຽນ Divine Comedy ຂອງດັນເຕ້ນຳເຊັ່ນກັນ. 

  • Devil May Cry ເຄີຍຖືກເອົາໄປເຮັດເປັນກາຕູນອະນິເມະອອກສາຍໃນຍີ່ປຸ່ນຊ່ວງປີ 2007 ໂດຍມີເນື້ອເລື່ອງອີງຈາກເກມ Devil May Cry ພາກທຳອິດນີ້ນຳ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...