Homeຂ່າວຕ່າງປະເທດຕຳຫລວດໄທຖະແຫລງ ເຫດວາງລະເບີດ 7 ແຂວງພາກໃຕ້ ມີຜູ້ຮ່ວມຂະບວນການ ຫລາຍກວ່າ 20 ຄົນ!

ຕຳຫລວດໄທຖະແຫລງ ເຫດວາງລະເບີດ 7 ແຂວງພາກໃຕ້ ມີຜູ້ຮ່ວມຂະບວນການ ຫລາຍກວ່າ 20 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງນາໃນວັນທີ 22 ສິງຫານີ້ວ່າ ທ່ານ ພົນເອກ ຈັກກະທິບ ໄຊຈິນດາ ຜູ້ບັນຊາການຕຳຫລວດແຫ່ງຊາດໄທ ໄດ້ຖະແຫລງຄວມຄືບໜ້າ ກ່ຽວກັບການສືບສວນ ເຫດລະເບີດຫລາຍຈຸດ ໃນພື້ນທີ່ 7 ແຂວງທາງພາກໃຕ້ຂອງໄທ ໃນລະຫວ່າງວັນທີ 10-12 ສິງຫາທີ່ຜ່ານມາວ່າ ປັດຈຸບັນເຈົ້າໜ້າທີ່ຕຳຫລວດ ສາມາດຮັບຮູ້ກ່ຽວກັບ ການດຳເນີນງານຂອງກຸ່ມຜູ້ກໍ່ເຫດ ຊຶ່ງເຊື່ອວ່າມີຜູ້ເຂົ້າຮ່ວມຂະບວນການ 20 ຄົນຂຶ້ນໄປ ໂດຍມີການວາງແຜນ ແລະ ເຝິກອົບຮົມໃຫ້ກັນມາເປັນຢ່າງດີ ກ່ອນທີ່ຈະລົງມືກໍ່ເຫດ.

ດ້ານຈຸດປະສົງຂອງການກໍ່ເຫດຄັ້ງນີ້ ເຈົ້າໜ້າທີ່ຍັງບໍ່ຕັດຖິ້ມຂໍ້ສັນນິຖານຕ່າງໆ ຊຶ່ງອາດແມ່ນທັງເລື່ອງການເມືອງ ທີ່ກ່ຽວຂ້ອງກັບ ການລົງປະຊາມະຕິ ຮັບຮ່າງລັດຖະທຳມະນູນ ສະບັບໃໝ່ຂອງໄທ ຕະຫລອດຮອດອາດເປັນການສ້າງສະຖານະການ ເພື່ອກໍ່ຄວາມບໍ່ສະຫງົບ ໂດຍການຂະຫຍາຍພື້ນທີ່ ຂອງກຸ່ມກໍ່ຄວາມບໍ່ສະຫງົບຢູ່ 3 ແຂວງພາກໃຕ້ຂອງໄທອີກດ້ວຍ.​

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...