Homeຂ່າວທ້ອງຖິ່ນທ່ານ ບາຣັກ ​ໂອບ​າມາ ຈະ​ຢ້ຽມຢາມ​ຈີນ ​ແລະ​ ລາວ​​ ແຕ່​ວັນ​ທີ 2 - 9 ​ເດືອນ​ໜ້າ

ທ່ານ ບາຣັກ ​ໂອບ​າມາ ຈະ​ຢ້ຽມຢາມ​ຈີນ ​ແລະ​ ລາວ​​ ແຕ່​ວັນ​ທີ 2 – 9 ​ເດືອນ​ໜ້າ

Published on

ວັນ​ທີ 18 ສິງຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ປະກາດ​ວ່າ: ທ່ານ ບາຣັກ​ ​ໂອ​ບາ​ມາ ປະທານາທິ ບໍດີ​ອາ​ເມ​ລິ​ກາ​ຈະ​ຢ້ຽມຢາມ​ຈີນ​ແລະ​ລາວ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 9 ​ເດືອນກັນຍາ​ໜ້າ​ນີ້ ​ພ້ອມ​ທັງ​ເຂົ້າ​ຮ່ວມ​ກອງ ​ປະ ຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ ຫຼື G20 ຫັງ​ໂຈ່​ວ, ກອງ​ປະຊຸມ​ສຸດ​ຍອດ​​ອາ​ເມ​ລິ​ກາ-ອາ​ຊຽນ​ ແລະ​ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.

ທຳນຽບຂາວ​ອາ​ເມ​ລິ​ກາ​ຢືນຢັນ​ວ່າ: ທ່ານ ບາຣັກ ​ໂອ​ບາ​ມາ ຈະ​ພົບ​ປະ​ກັບ​ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນຢູ່​ເມືອ​ຫັງ​ໂຈ່​ວ ​ເພື່ອ​ຫາລື​​ຫົວ​ຂໍ້​ຕ່າງໆ​ທີ່​ກ່ຽວ​ກພັນ​ເຖິງ​ທົ່ວ​ໂລກ, ​ພາກ​ພື້ນ ແລະ​ ສອງ​ຝ່າຍຢ່າງ​ເລິກ​ເຊິ່ງ.

​ໃນ​ໄລຍະ​ຢ້ຽມຢາມ​ລາວ, ທ່ານ ບາຣັກ ​ໂອ​ບາ​ມາ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເມ​ລິ​ກາ-ອາ​ຊຽນກໍ​ຄືກ​ອງປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ພົບ​ປະກັບ​ທ່ານ ບຸນ​ຍັງ ວໍລະຈິດ​ ປະທານ​ປະ​ເທດ​ລາວ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ​ເສດຖະກິດ, ການ​ພັດທະນາ​ແລະ​ວັດທະນະທຳ ​ຂະນະ​ທີ່​ທ່ານ​ຈະເປັນ​ປະທານ​າທິບໍດີ​ອາ​ເມ​ລິ​ກາ​ຜູ້​ທຳ​ອິດ​ທີ່​​ໄປຢ້ຽມຢາມ​ລາວ.

 

ທີ່ມາຈາກ: http://laos.cri.cn/681/2016/08/20/112s206069.htm

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...