Homeຂ່າວພາຍ​ໃນ“ເຈາະເລຶກເງິນລາງວັນຫຼຽນຄຳ ໂອລິມປີກເກມ 2016”

“ເຈາະເລຶກເງິນລາງວັນຫຼຽນຄຳ ໂອລິມປີກເກມ 2016”

Published on

ໂອລິມປິກ 2016 ວັນນີ້ເຮົາຈະມາເວົ້າເຖິງເງິນລາງວັນ ໃນແຕ່ລະປະເພດຫຼຽນ ທີ່ນັກກີລາຈະໄດ້ ໂດຍມີບາງປະເທດອອກມາເປີດເຜີຍເງິນອັດສີດໃຫ້ພວກເຮົາໄດ້ຮູ້ ເຊິ່ງຈະມີປະເທດໃດແນ່ເຮົາມາເບິ່ງກັນເລີຍ

ຊາດທີ່ຕ້ອງເວົ້າເຖິງເປັນອັນດັບທໍາອິດ ເພາະໃຫ້ເງິນສູງສຸດກໍ່ຄືປະເທດສິງກະໂປ ສ່ວນຕົວເລກສໍາລັບການຄວ້າຫຼຽນຄຳຢູ່ທີ່ເກືອບ 5,980 ລ້ານກີບ ຕໍ່ຫຼຽນ.

a44

ແນ່ນອນວ່ານັກກີລາຈາກສິງກະໂປ ທີ່ຮັບຊັບກ້ອນໃຫຍ່ໄປເຕັມໆ ຈາກໂອລິມປີກຄັ້ງນີ້ ກໍ່ຄື “ໂຈເຊຟ ສະຄູລະລິ່ງ” ນັກລອຍນໍ້າດາວຣຸ່ງທີ່ເອົາຊະນະ “ໄມເກີລ ເຟລບ” ໃນການລອຍກະເບື້ອງ 100 ເມັດ ນັ້ນເອງ.

ອັນດັບຮອງລົງມາ ຄືກຸ່ມປະເທດທີ່ອັດສິດເງິນໃຫ້ນັກກິລາຫຼຽນຄຳຫຼາຍກວ່າ 2,300 ລ້ານກີບຂຶ້ນໄປ ຕໍ່ຫຼຽນ

ນໍາໂດຍ ອາເຊີໄບຈານ ປະເທດທີ່ອຸດົມໄປດ້ວຍ “ນໍ້າມັນ” ເຊິ່ງເປັນຊັບພະຍາກອນຫຼັກຂອງປະເທດມີຄ່າລາງວັນຫຼຽນຄຳຈຶ່ງສົມກັບລາຍຮັບຂອງປະເທດ ໂດຍຕົົກຫຼຽນລະເກືອບໆ 4,140 ລ້ານກີບ

a.3

ຕາມມາດ້ວຍອິນໂດເນເຊຍທີ່ໃຫ້ຫຼຽນຄຳລະ 3,105 ລ້ານກີບ ຫຼາຍກວ່າຂອງໄທທີ່ກອງທຶນພັດທະນາກິລາແຫ່ງຊາດ ມອບໃຫ້ນັກກິລາຫຼຽນຄຳຄົນລະ 2,300 ລ້ານກີບ

ຕາມມາຄືກຸ່ມປະເທດທີ່ໃຫ້ເງິນຄ່າຫຼຽນຄຳໜ້ອຍກວ່າ 2,300 ລ້ານກີບ ລົງມາໄດ້ແກ້: 

ຄາຊັດສະຖານ 2,012.5 ລ້ານກີບ , ຄີກີຊະສະຖານ 1,610 ລ້ານກີບ, ຣັສເວຍ 1,529.5 ລ້ານກີບ ແລະ ອີຕາລີ 1,520.3 ລ້ານກີບ ໃນຂະນະທີ່ ອຸຊເບກິສຖານ, ເບລາຣຸລ ແລະ ຢູເຄຣນ ໃຫ້ເທົ່າກັບ 1,207.5 ລ້ານກີບ

a2

ຫຼຸດລົງມາອີກຄື ອັອດສະເຕຣເລຍ ແລະ ຮົງກາລີ ທີ່ນັກກີລາຫຼຽນຄຳຂອງພວກເຂົາໄດ້ຮັບໄປຫຼຽນລະ 920 ລ້ານກີບ  ເຊິ່ງຍັງຄືວ່າຫຼາຍກວ່າປະເທດ ຝຣັ່ງ ແລະ ລັດເຊຍ ຢູ່ເກືອບ 2 ເທົ່າ.

ເພາະທັງສອງປະເທດນີ້ມອບເງິນອັດສິດຢູ່ທີ່ 460 ລ້ານກີບ ສ່ວນແອັບຟຣິກາໃຕ້ຫຼາຍກວ່າ 460 ລ້ານກີບເລັກໜ້ອຍ ສ່ວນຍັກໃຫຍ່ໃນວົງການກີລາເຊັ່ນ: ຈີນ ໃຫ້ຫລຽນຄຳລະ 230 ລ້ານກີບ ແລະ ສະຫະລັດອາເມຣິກາ ຫຼຽນຄຳລະ 201.25 ລ້ານກີບ, ເຢນລະມັນ ທີ່ໃຫ້ຫຼຽນຄຳເກືອບ 161 ລ້ານກີບ ແລະ ແຄນາດາ ທີ່ໃຫ້ປະມານ 115 ລ້ານກີບ.

a1

ຕ້ອງບອກໄວ້ວ່າ ບໍ່ແມ່ນທຸກປະເທດຈະມີເງິນອັດສີດສ່ວນນີ້ຈາກພາກລັດ ເພາະບາງປະເທດເຊັ່ນ: ອັງກິດ, ສະວີເດນ ແລະ ນັອກເວ ຈະບໍ່ມີເງິນໂບນັສໂດຍກົງໃນພາສ່ວນນີ້ເລີຍ ແຕ່ບໍ່ໄດ້ໝາຍຄວາມວ່າປະເທດທີ່ບໍ່ມີເງິນອັດສີດລຽນຄຳ ຈະບໍ່ໄດ້ສະໜັບສະໜູນກີລາໂອລີມປິກ ເພາະປະເທດອັງກິດ ກໍ່ມີເງິນສະໜັບສະໜູນໃນຮູບແບບເບ້ຍລ້ຽງລາຍປີ ສຳລັບນັກກີລາໂອລີມປິກ ແລະ ພາຣາລິມປິກ ສະເລ່ຍຕົກປີລະ 276 ລ້ານກີບ

 

ສະນັ້ນຕົວເລກອັດສີດເງິນລາງໃຫ້ແກ່ນັກກີລາທີ່ໄດ້ຮັບຫຼຽນໃນໂອລິມປິກ ຈິ່ງບໍ່ໄດ້ເປັນດັດຊະນີພຽງຢ່າງດຽວທີ່ບົ່ງບອກເຖິງນະໂຍບາຍການສະໜັບສະໜູນຂອງປະເທດນັ້ນ

 

ແຫຼ່ງຂ່າວຈາກ: http://sport.sanook.com/261149/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...