Homeວົງການສື່ມວນຊົນຍອດຂາຍໜັງສືພິມຫລຸດຕໍ່ເນື່ອງ ຂປລ ຫັນໃຊ້ສື່ອອນລາຍ ລາຍງານຂ່າວຫລາຍຂຶ້ນ!

ຍອດຂາຍໜັງສືພິມຫລຸດຕໍ່ເນື່ອງ ຂປລ ຫັນໃຊ້ສື່ອອນລາຍ ລາຍງານຂ່າວຫລາຍຂຶ້ນ!

Published on

ສຳນັກຂ່າວສານປະເທດລາວ (ຂປລ) ຫັນມາໃຊ້ສື່ສັງຄົມອອນລາຍເຂົ້າ ໃນການລາຍງານຂ່າວໃຫ້ຫລາຍຂຶ້ນ ເພື່ອສົ່ງຂໍ້ມູນຂ່າວສານຕ່າງໆ ອອກສູ່ສັງຄົມຢ່າງວ່ອງໄວ, ທັນເຫດການ, ທັງສາມາດເຂົ້າ​ເຖິງຜູ້ອ່ານ ຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງສະດວກສະບາຍ.

ທ່ານ ສູນທອນ ຄັນທະວົງ ຜູ້ອຳນວຍການຂ່າວສານປະເທດລາວ ໃຫ້ສຳພາດ​ເນື່ອງໃນໂອກາດ ວັນສ້າງຕັ້ງສື່ມວນຊົນ, ວັນທີ 13 ສິງຫາ ຄົບຮອບ 66 ປີ ນີ້ວ່າ: ປັດຈຸບັນ ຍອດການພິມຈຳໜ່າຍໜັງສືພິມ ກໍຄືວາລະສານຕ່າງໆ ທັງຢູ່ພາຍໃນປະເທດເຮົາ ແລະ ຕ່າງປະເທດ​ ໄດ້ຫລຸດລົງຢ່າງຕໍ່ເນື່ອງ. ສະເພາະສຳນັກ ຂ່າວສານປະເທດລາວ ຍອດການພິມຈຳໜ່າຍໜັງສືພິມ ໄດ້ຫລຸດລົງຈາກ 5.000 ສະບັບຕໍ່​ວັນ ໃນປີ 2000 ປັດຈຸບັນ ຍັງເຫລືອພຽງ 1.000 ກ່ວາສະບັບຕໍ່​ວັນ. ປັດຈຸບັນ, ສຳນັກຂ່າວສານປະເທດລາວ ນອກຈາກການພິມຈຳໜ່າຍ​ ໜັງສືພິມແລ້ວ ຍັງໄດ້ເນັ້ນໃສ່ການນຳໃຊ້ ສື່ສັງຄົມອອນລາຍ ເຂົ້າໃນການລາຍງານຂ່າວ ໃຫ້ຫລາຍຂຶ້ນ ເປັນຕົ້ນໄດ້ປັບປຸງເວບໄຊ ຂອງສຳນັກຂ່າວສານ ໃຫ້ມີຄວາມຫລາກຫລາຍ ສູ່ຄຸນ​ນະພາ​ບ​ໃໝ່, ຜະລິດຄິບວີດີໂອຂ່າວລົງ wave site ແລະ ການສ້າງເພຈຂອງ ສຳນັກຂ່າວສານ ທາງເຟສບຸກ ເຮັດໃຫ້ການລາຍງານຂ່າວຕ່າງໆ​ ມີ​ຄວາມ​ສະດວກວ່ອງໄວຫລາຍຂຶ້ນ. ໂດຍສະເລ່ຍໃນແຕ່ລະວັນ ມີຜູ້ເຂົ້າຊົມ website ຂອງສຳນັກຂ່າວສານປະເທດລາວ ປະມານ 7.000–8.000 ຄົນຕໍ່​ວັນ.

ທ່ານ ສູນທອນ ຄັນທະວົງ ​ໄດ້ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ສຳນັກຂ່າວສານປະເທດລາວ ໄດ້ຮັບການປັບປຸງ​ໃຫ້ດີຂຶ້ນຢ່າງຕໍ່ເນື່ອງໃນທຸກດ້ານ ກາຍເປັນສຳນັກຂ່າວສານ ທີ່ມີ​ຄວາມໄວ້ເນື້ອເຊື່ອໃຈ ຈາກພັກ-ລັດ ແລະ ສັງຄົມ ​ເຊິ່ງສະແດງອອກ ໃນການເຄື່ອນໄຫວທັງພາຍໃນ ແລະ ຕ່າງປະເທດຂອງບັນດາການນຳພັກ-ລັດ, ການຈັດກອງປະຊຸມ ຫລື ເຫດການສຳຄັນຕ່າງໆ ພາຍໃນປະເທດສຳນັກຂ່າວສານ ຖືເປັນສຳນັກຂ່າວຫລັກ ທີ່ໄດ້ປະກອບສ່ວນຮັບໃຊ້ເຫດການສຳຄັນດັ່ງກ່າວ.

ປັດຈຸບັນ, ສຳນັກຂ່າວສານປະເທດລາວ ໄດ້ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ກັບສຳນັກຂ່າວຕ່າງປະເທດ 6 ແຫ່ງ ຄື: ສຳນັກຂ່າວສານ VNA ຂອງຫວຽດນາມ, ສຳນັກຂ່າວສານຊິນຮວາຂອງຈີນ, ສຳນັກຂ່າວສານກຽວໂດ ຂອງຍີ່ປຸ່ນ, ສຳນັກຂ່າວສານແປງຊາລາຕິນາຂອງກູບາ, ສຳນັກຂ່າວ CRI ຂອງຈີນ ແລະ ເປັນຄູ່ຮ່ວມສັນຍາ ກັບສຳນັກໜັງສືພິມໄຊນາເດລີຂອງຈີນ ເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວ ສານມີຄວາມຫລາກຫລາຍ ແລະ ກວ້າງໄກກວ່າເມື່ອກ່ອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...