spot_img
Homeຂ່າວພາຍ​ໃນຈອດລົດບ່ອນຫ້າມຈອດ ປັບໃໝແທ້ 10 ເທົ່າ

ຈອດລົດບ່ອນຫ້າມຈອດ ປັບໃໝແທ້ 10 ເທົ່າ

Published on

ນັກຂ່າວລາວໂພສຕ໌ ລາຍງານວ່າ ການຈອດລົດໃນບ່ອນຫ້າມຈອດນັ້ນ ແມ່ນຈະຖືກປັບໃໝ 10 ເທົ່າ ແທ້ໆ ໂດຍບໍ່ມີການອ່ອນຂໍ້ແຕ່ປະການໃດ.
ນັກຂ່າວພວກເຮົາມີໂອກາດໄດ້ສອບຖາມ ປະຊາຊົນຜູ້ໜຶ່ງທີ່ບໍ່ປະສົງອອກນາມ ພາຍຫຼັງທີ່ເດິນທາງອອກຈາກພະແນກຕຳຫຼວດຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ພາຍຫຼັງຈ່າຍຄ່າປັບໃໝ ຍ້ອນການຈອດລົດເທິງທາງຄົນຍ່າງ.

ປະຊາຊົນຄົນດັ່ງກ່າວວ່າ: ເຖິງແມ່ນວ່າຂ້ອຍຈະເສຍໃຈທີ່ຖືກປັບໃໝເຖິງ 730,000 ກີບ (ປົກກະຕິຈອດລົດໃນບ່ອນຫ້າມຈອດຈະຖືກປັບໃໝ 70,000 ກີບ) ຍ້ອນຈອດລົດໃນບ່ອນຫ້າມຈອດ ແຕ່ອີກດ້ານໜຶ່ງຂ້ອຍພັດຮູ້ສຶກດີໃຈ ທີ່ເຈົ້າໜ້າທີ່ເພິ່ນໄດ້ປະຕິບັດຕາມລະບຽບຢ່າງເຄັ່ງຄັດ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ, ໃນມື້ນີ້ຂ້ອຍມີໂອກາດໄດ້ເຂົ້າໄປພົບ ທ່ານ ພັນໂທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕະລາຈອນ ນະຄອນຫຼວງວຽງຈັນ ເຊິ່ງເພິ່ນກໍໄດ້ໃຫ້ຄຳແນະນຳສັ່ງສອນຕໍ່ຂ້ອຍ ແລະຢືນຢັນວ່າ ຕຳຫຼວດຈະລາຈອນຈະປະຕິບັດຕາມການແຈ້ງການ ກໍຄືມະຕິ 3 ຂອງ ອົງການປົກຄອງນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ ເພື່ອເຮັດແນວໃດໃຫ້ນັກຂັບຂີ່ມີສະຕິສູງຕໍ່ລະບຽບກົດໝາຍ ໂດຍສະເພາະແມ່ນຂໍ້ຫ້າມຕ່າງໆ ໃນການແລ່ນລົດແລະຈອດລົດໃນສະຖານທີ່ຕ່າງໆ.

ການຈອດ​ລົດ​ແບບ​ຊະຊາຍ ເຊັ່ນ: ການຈອດເສັ້ນມ້າລາຍ, ຈອດເສັ້ນທາງຂອບຂາວແດງ, ຈອດເທິງທາງຄົນຍ່າງ, ຈອດບ່າທາງ ຫລື ຈອດບ່ອນທີ່ເກະກະ ການສັນຈອນ ​ແລະ ບໍ່ມີຄວາມສະດວກ​ ໃນ​ການໄປມາ, ທັງເປັນການສ້າງ ຄວາມບໍ່ເປັນ ລະບຽບຮຽບຮ້ອຍ ແກ່ສັງຄົມ ​​ແມ່ນເປັນການລະເມີດ ຕາມດຳລັດເລກທີ 188/ນຍ, ທັງ​ແຕະຕ້ອງ ເຖິງລະບຽບ ຫລື ມະຕິ 03 ຂອງ ອົງການປົກຄອງ ນະຄອນ​ຫລວງວຽງຈັນ ໃນ​ກໍລະນີ້ ເຈົ້າໜ້າທີ່ມີ​ຄວາມ​ຈຳ​ເປັນຕ້ອງໄດ້ ດຳ​ເນີນ​ການປັບໃໝ ຄູນ 10 ​ເທົ່າ.

ສ່ວນລົດບັນທຸກແກ່ເຄື່ອງ ເຮັດໃຫ້ທາງເປື້ອນເປິ ຫລື ວ່າເຂົ້າມາໃນຕົວເມືອງ ໂດຍບໍ່ໄດ້ຮັບ ອະນຸຍາດ ກີດຂວາງການສັນຈອນ ແມ່ນຕຳຫລວດ​ ຍັງສືບຕໍ່ປະຕິບັດ ຢ່າງຕັ້ງໜ້າ ຕາມມະຕິ 188 ແຕ່ຄູນ 10 ເທົ່າຕາມມະຕິ 03 ໂດຍສະເພາະ ແມ່ນນະໂຍບາຍ ສ ສະອາດ ຮອດ​ປີ 2020. ທັງນີ້ເພື່ອເຮັດໃຫ້ ການສັນຈອນໄປມາ ຕາມເສັ້ນທາງຕ່າງໆ ​ໂດຍສະເພາະແມ່ນເສັ້ນທາງຢູ່ 4 ຕົວເມືອງ ໃຫ້ມີຄວາມຄ່ອງຕົວ ໄລຍະເວລາໂມງ ເຂົ້າການ-ເລີກການ ແລະ ຫລີກລ່ຽງ ຈາກບັນຫາການເກີດ ອຸປະຕິເຫດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...